ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນັບຖອຍຫຼັງຍັງເຫຼືອເວລາອີກບໍ່ຮອດເດືອນ ງານມະຫາກໍາກິລາໂອລິມປິກລະດູໜາວຄັ້ງທີ 24 ຫຼື ງານກິລາໂອລິມປິກລະດູໜາວປັກກິ່ງ 2022 ທີ່ຈີນເປັນເຈົ້າພາບຈະໄດ້ຈັດຂຶ້ນຢ່າງເປັນທາງການແລ້ວ ຢູ່ນະຄອນຫຼວງປັກກິ່ງ ແລະເມືອງຈ່າງຈາໂຂແຂວງເຫີເປິຍລະຫວ່າງວັນທີ 4-20 ກຸມພາ 2022 ພາຍໃຕ້ຄໍາຂັວນ “ກ້າວໄປສູ່ອະນາຄົດພ້ອມກັນ”. ຈາກນັ້ນ,ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ຈະຈັດຂຶ້ນຢ່າງເປັນທາງການລະຫວ່າງວັນທີ 3-13 ມິນາ 2022. ເຊິ່ງມາຮອດມື້ນີ້, ຈີນໃນນາມປະເທດເຈົ້າພາບແມ່ນມີຄວາມພ້ອມແລ້ວຮ້ອຍສ່ວນຮ້ອຍ. ພາຍຫຼັງທີ່ໄດ້ກະກຽມຈັດງານມາເປັນເວລາດົນສົມຄວນ ບໍ່ວ່າຈະເປັນດ້ານສະຖານທີ່ຮັອງຮັບແຂກ, ບ້ານນັກກິລາ, ສະໜາມຈັດການແຂ່ງຂັນ, ບຸກຄະລາກອນ ແລະສິ່ງອໍານວຍຄວາມສະດວກຕ່າງໆ ປັດຈຸບັນແມ່ນພວມລໍຖ້າແຕ່ເຖິງເວລາຈັດງານຢ່າງຂຶ້ນຄຶກຄື້ນເທົ່ານັ້ນ.
ງານກິລາໂອລິມປິກລະດູໜາວຄັ້ງນີ້ ແມ່ນເປັນງານແຂ່ງຂັນກິລາທີ່ນໍາໃຊ້ພະລັງງານສະອາດ ຫຼືພະລັງງານສີຂຽວທີ່ສຸດ, ນໍາໃຊ້ເຕັກນິກການຜະລິດຫິມະແລະນ້ຳກ້ອນທີ່ທັນສະໄຫມ ແລະອະນຸລັກສິ່ງແວດລ້ອມທີ່ສຸດ, ມີມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ປອດໄພທີ່ສຸດ, ມີທີມງານອາສາສະໝັກທີ່ຈູບຈ້າວຫ້າວຫັນທີ່ສຸດ ແລະອື່ນໆ. ທັງໝົດເຫຼົ່ານີ້ໄດ້ເປັນສິ່ງສະທ້ອນທີ່ດີທີ່ສຸດໃຫ້ຊາວໂລກໄດ້ຮູ້ໄດ້ເຫັນເຖິງຄວາມໂດດເດັ່ນຂອງງານກິລາໂອລິມປິກລະດູໜາວປັກກິ່ງ ແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022. ມາເຖິງປັດຈຸບັນ, ປັກກິ່ງແມ່ນກຽມພ້ອມແລ້ວເພື່ອພ້ອມພາກັນມຸ່ງໜ້າສູ່ອະນາຄົດທີ່ສະຫວ່າງສະໄຫວ.
ທ່ານສີຈິ້ນຜີງ ປະທານປະເທດຈີນໄດ້ກ່າວຢູ່ໃນບົດອວຍພອນປີໃໝ່ສາກົນ 2022 ເຊິ່ງມີເນື້ອໃນຕອນໜຶ່ງວ່າ: “ຍັງອີກບໍ່ດົນ, ງານມະຫາກໍາກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ກໍຈະໄຂຂຶ້ນຢ່າງເປັນທາງການແລ້ວ. ການທີ່ເຮັດໃຫ້ຄົນຫຼາຍກວ່າເກົ່າເຂົ້າຮ່ວມກິລາຫິມະ ແລະນໍ້າກ້ອນແມ່ນຄວາມໝາຍຂອງກິລາໂອລິມປິກ; ພວກເຮົາຈະທໍາຄວາມພະຍາຍາມຢ່າງສຸດຂີດ ເພື່ອຈັດງານກິລາໂອລິມປິກທີ່ໜ້າເບິ່ງໜ້າຊົມອີກຄັ້ງໜຶ່ງ; ໂລກມີຄວາມຫວັງຕໍ່ປະເທດຈີນ, ປະເທດຈີນໄດ້ກຽມຄວາມພ້ອມແລ້ວ.”
ງານກິລາໂອລິມປິກລະດູໜາວປັກກິ່ງ 2022 ຈະແຂ່ງຂັນກັນເປັນເວລາ 17 ວັນ (ວັນທີ 4-20 ກຸມພາ) ແຂ່ງຂັນ 15 ລາຍການໃຫຍ່, ແບ່ງອອກເປັນ 109 ລາຍການນ້ອຍ ໃນ 7 ປະເພດກິລາ ຄື ສະກີຫິມະ, ສະເກັດນ້ຳກ້ອນ, ໄອສຮອກກີ, ເຄີລີງ,ບ໋ອບສະໄລ(Bobsleigh),ລູສ (Luge)ແລະ ບາຍແອສເລັນ(Biathlon)ເພື່ອຊິງໄຊເອົາ 109 ຫຼຽນຄໍາ, 109 ຫຼຽນເງິນ ແລະ 109 ຫຼຽນທອງ. ສ່ວນງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ຈະແຂ່ງຂັນກັນເປັນເວລາ 10 ວັນ(ວັນທີ4-13ມີນາ)ແຂ່ງຂັນ 78 ລາຍການນ້ອຍໃນ 6 ປະເພດກິລາ ຄື ສະກີຫິມະພູເຂົາ, ບ໋ອບສະໄລ ( Bobsleigh ), ສະໂນບ໋ອດ (Snowboard), ສະກີຫິມະສະໜາມ (cross-country skiing), ໄອສຮອກກີ ແລະ ເຄີລີງລໍ້ເລື່ອນ(Wheelchair Curling) ເພື່ອຊິງໄຊເອົາ 78 ຫຼຽນຄໍາ, 78 ຫຼຽນເງິນ ແລະ 78 ຫຼຽນທອງ.
ສໍາຫຼັບສັດນໍາໂຊກປະຈໍາການແຂ່ງຂັນງານກິລາໂອລິມປິກລະດູໜາວປັກກິ່ງ 2022, ເຈົ້າພາບໄດ້ກໍານົດເອົາກາຕູນຮູບໝີແພນດ້າມີຊື່ພາສາຈີນວ່າ: “ປິ່ງຕຸ່ນ” ໃສ່ຊຸດນໍ້າກ້ອນຄ້າຍຄືຊຸດຂອງນັກບິນອະວະກາດ. ເຊິ່ງຄໍາວ່າ: “ປິ່ງ” ແປວ່າ ນໍ້າກ້ອນ. ໝາຍເຖິງສັນຍະລັກແຫ່ງຄວາມບໍລິສຸດ ແລະຄໍາວ່າ: “ຕຸ່ນ” ແປວ່າ ຄວາມແຂງແຮງ; ໝາຍເຖິງຮ່າງກາຍແຂງແຮງ, ມີສຸຂະພາບດີ, ມີໄຫວພິບ ແລະຫນ້າຮັກ. ສ່ວນຊຸດນໍ້າກ້ອນຄ້າຍຄືຊຸດນັກບິນອະວະກາດທີ່ປິ່ງຕຸ່ນສວມໃສ່ຢູ່ນັ້ນ ໝາຍເຖິງຊຸດນິລະໄພທີ່ນັກກິລາໃສ່ປ້ອງກັນໃນເວລາລົງແຂ່ງຂັນ. ເມື່ອເອົາທຸກຢ່າງມາໂຮມເຂົ້າກັນແລ້ວ ແມ່ນສະແດງເຖິງຄວາມມີຈິດໃຈດີງາມ ແລະມັກຮັກໃນກິລາລະດູໜາວທຸກຊະນິດຂອງໝີແພນດ້າປິ່ງຕຸ່ນ. ຖືເປັນການຫຼອມລວມລັກສະນະເດັ່ນຂອງນັກກິລາໂອລິມປິກລະດູໜາວ ແລະຈິດວິນຍານຂອງໂອລິມປິກເຂົ້າເປັນອັນດຽວກັນ. ສ່ວນສັດນໍາໂຊກປະຈໍາງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ2022 ແມ່ນກໍານົດເອົາກາຕູນຮູບໂຄມໄຟສີແດງ ທີ່ເປັນເອກະລັກຂອງຈີນ, ມີໃບໜ້າເປື້ອນຫິມະ ແລະມີຊື່ພາສາຈີນວ່າ: “ເຊຍຫຼົງ” ແປວ່າ: ຫິມະ. ມີຄວາມໝາຍວ່າ:ວັດທະນະທໍາຈີນເຊື່ອມໂຍງເຂົ້າກັບກິລາໂອລິມປິກຄົນພິການລະດູໜາວ ແລະເປັນສັນຍະລັກແຫ່ງຄວາມງົດງາມ, ສະແດງເຖິງແນວຄິດການແລກປ່ຽນວັດ ທະນະທໍາລະຫວ່າງປະເທດ ແລະການຮຽນຮູ້ເພື່ອພັດທະນາຮ່ວມກັນ; ພ້ອມທັງສະແດງເຖິງຄວາມປາຖະໜາດີຕໍ່ການສ້າງປະຊາຄົມໂລກ ທີ່ມີອະນາຄົດຮ່ວມກັນ. ສ່ວນສັນຍະລັກປະຈໍາງານກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ2022 ຢູ່ດ້ານເທິງ ແມ່ນເປັນຮູບຄ້າຍຄືການຂຽນງາມໂຕໜັງສືຈີນທີ່ປະກອບມີ ສີແດງ, ສີ ຟ້າແກ່, ສີຟ້າອ່ອນ, ສີເຫຼືອງ ແລະສີສົ້ມ. ຢູ່ດ້ານກາງຂຽນໂຕໜັງສືສີດໍາເປັນພາສາອັງກິດວ່າ BEIJING 2022 ແລະ ດ້ານລຸ່ມແມ່ນເປັນຮູບວົງມົນ 5 ບ້ວງຂອງກິລາໂອລິມປິກ ມີສີຟ້າອ່ອນ, ສີເຫຼືອງ, ສີດໍາ, ສີຂຽວ ແລະສີແດງ. ໝາຍເຖິງ 5 ທະວີບເກາະກ່າຍເຂົ້າເປັນອັນດຽວກັນ. ຮູບສັນຍາລັກທັງໝົດນີ້ ມີຊື່ເປັນພາສາຈີນວ່າ: “ຕຸ່ງຖຽນ” ໝາຍເຖິງສິລະປະການຂຽນຕົວໜັງສືຈີນ ເຊື່ອມໂຍງເຂົ້າກັບກິລາລະດູໜາວປະເພດຕ່າງໆ.
ໃນທ້າຍປີ 2008 ຜ່ານມາ, ນະຄອນຫຼວງປັກກິ່ງຂອງຈີນເຄີຍເປັນເຈົ້າພາບຈັດງານມະຫາກໍາກິລາໂອລິມປິກລະດູຮ້ອນມາແລ້ວ. ສະນັ້ນ, ການເປັນເຈົ້າພາບຈັດງານມະຫາກໍາກິລາໂອລິມປິກລະດູໜາວຄັ້ງທີ 24 ນີ້ ຈະເຮັດໃຫ້ນະຄອນຫຼວງປັກກິ່ງກາຍເປັນນະຄອນທໍາອິດຂອງໂລກ ທີ່ໄດ້ເປັນເຈົ້າພາບຈັດທັງງານກິລາໂອລິມປິກລະດູຮ້ອນ ແລະລະດູໜາວ ພ້ອມທັງເປັນງານກິລາໂອລິມປິກລະດູໜາວຄັ້ງທໍາອິດທີ່ຈັດຂຶ້ນຢູ່ະເທດຈີນ.
ໃນໂອກາດໄປຢ້ຽມຢາມ ເພື່ອຮັບຮູ້ສະພາບວຽກງານກະກຽມຈັດການແຂ່ງຂັນ ແລະກວດເບີ່ງຄວາມພ້ອມຂອງສະໜາມກິລາສະເກັດຄວາມໄວແຫ່ງຊາດ, ບ້ານນັກກິລາໂອລິມປິກ, ສູນຄຸ້ມຄອງການປະຕິບັດງານການແຂ່ງຂັນກິລາໂອລິມປິກ ແລະສູນສື່ມວນຊົນ. ຕົ້ນຕໍຂອງງານກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ2022 ພ້ອມທັງໄປຢື້ຢາມຖາມຂ່າວນັກກິລາ, ຄູຝືກ, ພະນັກງານຄຸ້ມຄອງການດໍາເນີນງານ, ພະນັກງານບໍລິການ ແລະປ້ອງກັນຄວາມສະຫງົບ, ພະນັກງານຄົ້ນຄວ້າວິທະຍາສາດ, ນັກຂ່າວ ແລະອາສາສະໝັກເມື່ຶອຕົ້ນເດືອນມັງກອນ 2022 ນີ້, ທ່ານສີຈິ້ນຜີງໄດ້ໃຫ້ກໍາລັງໃຈທຸກຄົນວ່າ: “ວຽກງານຂອງພວກທ່ານລໍາບາກຫລາຍ, ສູ້ໆເດີ ຍັງອີກບໍ່ຮອດ1ເດືອນ. ຂ້າພະເຈົ້າເຄີຍເວົ້າວ່າ: ການຈັດງານຄັ້ງນີ້ຢ່າງສະດວກຖືວ່າການຈັດງານໄດ້ຮັບຜົນສໍາເລັດແລ້ວ, ການຈັດງານຄັ້ງນີ້ໃຫ້ດີຢ່າງແທ້ຈິງ ເພື່ອສະແດງໃຫ້ເຫັນເຖິງທິດສີຂຽວ,ປອດໄພແລະລຽບງ່າຍ ຖືວ່າເປັນງານທີ່ໜ້າປະທັບໃຈ ແລະໄດ້ຮັບຜົນສໍາເລັດແລ້ວ.”
ຍັງອີກ 10 ກວ່າມື້, ໄຟສັກສິດຂອງງານກິລາໂອລິມປິກກໍຈະຮຸ່ງແຈ້ງສະຫວ່າງສະໄຫວຂຶ້ນຢູ່ເທິງທ້ອງຟ້າໃນນະຄອນຫຼວງປັກກິ່ງຂອງຈີນອີກຄັ້ງໜຶ່ງ. ຈີນໃນນາມປະເທດເຈົ້າພາບມີຄວາມຄອງຄອຍວ່າ: ນັກກິລາຫິມະ ແລະ ນໍ້າກ້ອນທີ່ມາຈາກປະເທດຕ່າງໆໃນທົ່ວໂລກ ຈະສະແດງໃຫ້ເຫັນເຖິງຈິດໃຈໂອລິມປິກຢ່າງແທ້ຈິງ ຄື:ໄວກວ່າເກົ່າ,ສູງກວ່າເກົ່າ, ເຂັ້ມແຂງກວ່າເກົ່າ ແລະມີຄວາມສາມັກຄີຫຼາຍກວ່າເກົ່າ. ຢູ່ບົນເວທີຂອງງານກິລາໂອລິມປິກລະດູໜາວປັກກິ່ງ ແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ2022 “ເພື່ອກ້າວໄປສູ່ອະນາຄົດພ້ອມກັນ”.
ໂດຍ: ຟ້າໃສ ຈະເລີນສຸກ
May be an image of toy
May be an image of 1 person and toy
May be an image of 1 person and indoor
No photo description available.