ໃນກໍລະນີທີ່ມີສື່ສັງຄົມອອນລາຍ ອອກຂ່າວຜ່ານທາງສື່ອອນລາຍ ໂດຍລາຍງານວ່າ ພົບກໍລະນີຜູ້ຕິດເຊື້ອ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄໂຣນາໄວຣັດ ທີ່ມີຕົ້ນກຳເນີດມາຈາກເມືອງອູຫັ້ນ ແຂວງຮູເປີ່ຍຂອງຈີນ ເກີດຂື້ນຢູ່ລາວແມ່ນບໍ່ມີມູນຄວາມຈີງ ປັດຈຸບັນພາກສ່ວນກ່ຽວຂ້ອງພວມເອົາໃຈໃສ່ປ້ອງກັນພະຍາດນີ້ຢ່າງເຂັ້ມງວດ.
ໃນໂອກາດ ຖະແຫລງຂ່າວຕໍ່ສື່ມວນຊົນຈັດຂື້ນໃນຕອນບ່າຍມື້ນີ້(27)ຢູ່ຫ້ອງປະຊຸມກະຊວງສາທາລະນະສຸກ ຮອງສາດສະດາຈານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໃຫ້ຮູ້ວ່າ:ປັດຈຸບັນຢູ່ລາວຍັງບໍ່ພົບກໍລະນີຜູ້ຕິດເຊື້ອ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄໂຣນາໄວຣັດທີ່ມີຕົ້ນກຳເນີດມາຈາກເມືອງອູຫັ້ນ ແຂວງຮູເປີ່ຍຂອງຈີນຕາມທີ່ສື່ສັງຄົມອອນລາຍອອກຂ່າວເທື່ອ,ເປັນພຽງກໍລະນີສົງໃສເທົ່ານັ້ນ ເນື່ອງຈາກໄລຍະຜ່ານມາ ມີຄົນຈຳນວນຫນື່ງທີ່ອາໃສຢູ່ເມືອງທີ່ເກີດການລະບາດເດີນທາງເຂົ້າມາລາວ ແຕ່ເຈົ້າຫນ້າທີ່ກ່ຽວຂ້ອງຂອງລາວໄດ້ຕິດຕາມກວດກາຕາມຫລັກວິຊາການແພດຢ່າງເຂັ້ມງວດທີ່ສຸດແລະໄດ້ມາດຕະຖານສາກົນ ຈື່ງສາມາດຢັ້ງຢືນໄດ້ວ່າບໍ່ພົບການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວຢູ່ລາວ,ສ່ວນກໍລະນີທີ່ມີຮູບພາບຂອງພະນັກງານແພດຫມໍນຸ່ງເຄື່ອງແບບຄ້າຍຄືກັບການປະຕິບັດຫນ້າທີ່ ປີ່ນປົວຄົນເຈັບຢູ່ໂຮງຫມໍແຫ່ງຫນື່ງຂອງລາວ ເປັນການປະຕິບັດຕາມຫລັກການສາກົນເພື່ອ ກວດພະຍາດຄົນເຈັບກ່ຽວກັບລະບົບທາງເດີນຫາຍໃຈ ໃນກໍລະນີທີ່ພົບການແຜ່ລະບາດຂອງເຊື້ອພະຍາດທີ່ຮຸນແຮງ ເຊີ່ງບໍ່ມີສ່ວນກ່ຽວຂ້ອງກັບການປີ່ນປົວ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄໂຣນາໄວຣັດ ແຕ່ຢ່າງໃດ.
ຮອງສາດສະດາຈານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໃຫ້ຮູ້ຕື່ມວ່າ:ປັດຈຸບັນກະຊວງສາທາລະນະສຸກ ພວມປະສານສົມທົບກັບພາກສ່ວນກ່ຽວຂ້ອງຕີດຕາມເຝົ້າລະວັງໃນທຸກດ້ານຢ່າງໃກ້ຊິດ ໂດຍກຳນົດຈຸດປະສານງານຢ່າງລະອຽດ ມີການສອບຖາມຂໍ້ມູນຄົນເຂົ້າອອກເມືອງຢູ່ຕາມດ່ານສາກົນຕ່າງໆ,ສະຫນາມບິນສາກົນແຕ່ລະແຫ່ງ,ປະສານສົມທົບກັບໂຮງຫມໍແຫ່ງຕ່າງໆ ໂດຍສະເພາະໂຮງຫມໍມະໂຫສົດ,ມິດຕະພາບ,ໂຮງຫມໍ103 ແລະ ໂຮງຫມໍເສດຖາທິລາດ ກະກຽມບຸກຄະລາກອນການແພດ,ລົດຂົນສົ່ງຄົນເຈັບ,ຫ້ອງຄວບຄຸມການຕິດເຊຶ້ອລວມເຖິງວຽກງານຈຳເປັນຈຳນວນນຫື່ງເພື່ອກຽມພ້ອມຮັບມື ຖ້າພົບກໍລະນີສົງໃສໃຫ້ໂທແຈ້ງສາຍດ່ວນຫມາຍເລກ166 ຕະຫລອດ24ຊົ່ວໂມງ,ນອກນີຍັງຮຽກຮ້ອງໃຫ້ທຸກຄົນໃນສັງຄົມຫລີກລ່ຽງການເດີນທາງໄປເຂດທີ່ມີການລະບາດ,ຫລືຊຸມຊົນແອອັດ,ໃສ່ຜ້າອັດປາກ,ຫລີກລ່ຽງການສຳພັດຄົນທີ່ເປັນໄຂ້,ໄອ,ເຈັບຄໍ,ຫາຍໃຈຍາກ,ຫລີກລ່ຽງການສຳສັດເປັນຫລືຕາຍ ໂດຍສະເພາະສັດປ່າທຸກຊະນິດ,ຖ້າມີອາການເປັນໄຂ້,ເປັນໄອ ແລະ ຮູ້ສຶກບໍ່ສະບາຍຄວນໄປພົບແພດຫມໍໂດຍດ່ວນ.ສຳລັບຕົວເລກການລາຍງານຜູ້ຕິດເຊື້ອທີ່ເປັນພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄໂຣນາໄວຣັດ ໃນຈຳນວນ30ເມືອງຂອງຈີນມາຮອດເວລາ16ໂມງຂອງວັນທີ27ມັງກອນມີຈໍານວນ 2823ກໍລະນີ,ເຈັບຫນັກ 461 ກໍລະນີ ໃນນີ້ເສຍຊີວິດ81ກໍລະນີ ສ່ວນການສະພາບການລະບາດຂອງພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄໂຣນາໄວຣັດ ຈາກເມືອງອູຫັ້ນ ແຂວງຫູເປີຍ ໄປບ່ອນອື່ນແມ່ນມີຫລາຍສົມຄວນ ໃນນີ້ຮົງກົງ,8ກໍລະນີ,ມາເກົ້າ5ກໍລະນີ ແລະ ໃຕ້ຫວັນຂອງຈີນ 4ກໍລະນີ,ໄທ7ກໍລະນີ,ຢີ່ປຸ່ນ3ກໍລະນີ,ສາທາລະນະລັດເກົາຫລີ1ກໍລະນີ,ຫວຽດນາມ2ກໍລະນີ,ສີງກະໂປ4ກໍລະນີ,ສະຫະລັດອາເມລິກາ3ກໍລະນີ,ຝຣັ່ງ3ກໍລະນີ,ອົດສຕາລີ4ກໍລະນີ,ມາເລເຊຍ4ກໍລະນີ ແລະ ການາດາ1ກໍລະນີ.
ຂ່າວ: ເດດອາລຸນ ແກ້ວວິໄລວົງ