ວັນທີ 4 ຕຸລານີ້, ກຸ່ມບໍລິສັດຄຸນມີງທາງລົດໄຟຈີນຈຳກັດແຈ້ງໃຫ້ຮູ້ວ່າ, ນັບແຕ່ທາງລົດໄຟຈີນ-ລາວເປີດບໍລິການເປັນເວລາ 10 ເດືອນເປັນຕົ້ນມາ, ນັບລວມແລ້ວ ໄດ້ຂົນສົ່ງຜູ້ໂດຍສານ 7.390.000 ເທື່ອຄົນ, ໄດ້ຂົນສົ່ງສິນຄ້າ 8.510.000 ໂຕນ, ໃນນັ້ນ ສິນຄ້າຂ້າມປະເທດບັນລຸເຖິງ 1.540.000 ໂຕນ, ເຊິ່ງເປັນຜົນງານທີ່ດີເດັ່ນ.
ວັນທີ 3 ຕຸລານີ້, ຂະບວນລົດຂົນສົ່ງສິນຄ້າສາກົນ “ທາງດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຕາມທາງລົດໄຟຈີນ-ລາວໄດ້ແລ່ນລົດຫຼາຍກວ່າ 200 ຖ້ຽວ.ຈຳນວນການແລ່ນລົດຈາກ ຄວາມຕ້ອງການໃນໄລຍະຕົ້ນຂະຫຍາຍໄປຮອດອາທິດ 3 ຖ້ຽວເປັນຢ່າງໜ້ອຍໂດຍໄດ້ຂົນສົ່ງສິນຄ້າໄປໃຫ້ປະເທດລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ ,ສິງກະໂປ ແລະ ອື່ນໆ.
ຄຽງຄູ່ກັບສະຖານີໂດຍສານ, ສະຖານີຕູ້ຄອນເທັນເນີ ແລະ ສາງຮັກສາສິນຄ້າ ແລະບ່ອນກວດກາພາສີ ຂອງທາງລົດໄຟຈີນ-ລາວໄດ້ຮັບການສ້າງສຳເລັດເທື່ອລະກ້າວ, ປະສິດທິພາບການສົ່ງສິນຄ້າຜ່ານດ່ານຂອງສິນຄ້າອອກໄປຕ່າງປະເທດໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ, ສິນຄ້ານັບມື້ໄດ້ຮັບຄວາມເຊື່ອຫມັ້ນແລະເປັນທາງເລືອກໃນການຂົນສົ່ງຜ່ານທາງລົດໄຟຈີນ-ລາວ.



