ວັນທີ 5 ສິງຫາ 2022 ໂດຍອີງຕາມມາດຕະຖານຈີນ, ຂະບວນລົດໄຟຄວາມໄວສູງ ແລະ ຂະບວນລົດໄຟກວດກາສັງລວມທີ່ຜະລິດສະເພາະທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ເຊີ່ງຜະລິດຢູ່ນະຄອນຊິ່ງເຕົາຂອງຈີນ ໄດ້ຮັບຜົນສຳເລັດ, ຂະບວນລົດໄຟຄວາມໄວສູງ 11 ຂະບວນ ແລະ ຂະບວນລົດໄຟກວດກາສັງລວມ 1 ຂະບວນໃກ້ຈະສົ່ງມອບໃຫ້ອິນໂດເນເຊຍໃນໄວໆນີ້. ນີ້ເປັນຂີດໝາຍສະ ແດງໃຫ້ເຫັນວ່າການກໍ່ສ້າງທາງລົດໄຟຄວາມໄວສູງຈາກາຕາ- ບັນດຸງ ໄດ້ຮັບຜົນສໍາເລັດ ເຊີ່ງຈະສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການສ້າງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງດ້ວຍຄຸນນະພາບສູງຕາມເວລາກຳນົດ.
ຕາມການແນະນຳໃຫ້ຮູ້ວ່າ: ຂະບວນລົດໄຟຄວາມໄວສູງແລະ ຂະບວນລົດໄຟກວດກາສັງລວມທີ່ຜະລິດສຳເລັດເທື່ອນີ້ແມ່ນບໍລິສັດຈີນຮັບຜິດຊອບໂດຍອາໄສເຕັກນິກທີ່ກ້າວໜ້າ ແລະ ສົມບູນແບບຂອງຈີນ, ທັງສອດຄ່ອງກັບເງື່ອນໄຂໃນດ້ານສິ່ງແວດລ້ອມ ແລະ ແລວທາງການແລ່ນລົດຢູ່ທ້ອງຖິ່ນຂອງອິນໂດເນເຊຍ, ການອອກແບບແລະການຜະລິດກໍ່ໄດ້ເອົາປັດໄຈວັດທະນະທຳອິນໂດເນເຊຍເຊື່ອມໂຍງເຂົ້ານຳ.
ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ໄດ້ເຊື່ອມຕໍ່ລະຫວ່າງນະຄອນຫຼວງຈາກາຕາ ແລະບັນດຸງ ເມືອງທ່ອງ ທ່ຽວທີ່ມີຊື່ສຽງຂອງອິນໂດເນເຊຍ, ມີຄວາມຍາວທັງໝົດ 142 ກິໂລແມັດ, ຄວາມໄວສູງສຸດຕາມການອອກແບບແມ່ນ 350 ກິໂລແມັດຕໍ່ຊົ່ວໂມງ, ແມ່ນໂຄງການສັນຍາລັກໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງຈີນກັບອິນໂດເນເຊຍ.
Loading...