ພິທີີຕ້ອນຮັບໜ່ວຍແພດ “ຂະບວນລົດໄຟສັນຕິພາບ” ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດຂຶ້ນໃນວັນທີວັນທີ 19 ກໍລະກົດນີ້, ທີ່ສະຖານີລົດໄຟວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພົ.ວ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການ, ຮອງຜູ້ຮັບຜິດຊອບຂະບວນລົດໄຟສັນຕິພາບ 2022, ທ່ານ ພົ.ວ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ພ້ອມດ້ວຍນາຍທະຫານເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ ກ່າວວ່າ: ຕາງໜ້າກະຊວງປ້ອງກັນປະ ເທດ ແລະ ກົມໃຫຍ່ພະລາທິການກອງ ທັບປະຊາຊົນລາວ ສະແດງຄວາມຍິນດີ, ຊົມເຊີຍ ແລະຕ້ອນຮັບ “ ຂະບວນລົດໄຟສັນຕິພາບ 2022 ” ທີ່ໄດ້ເດີນທາງຕາມເສັ້ນທາງລົດໄຟລາວ-ຈີນ ມາຮອດນະຄອນຫຼວງວຽງຈັນດ້ວຍຄວາມສະຫວັດດີພາບ ແລະ ປອດໄພ. ຂະບວນລົດໄຟສັນຕິພາບມີຄວາມສໍາຄັນໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງຊາດ, ສອງກອງທັບໃຫ້ມີຄວາມໜັກແໜ້ນ ແລະ ເຂົ້າສູ່ລວງເລິກເທື່ອລະກ້າວ.
ທ່ານ ພັນເອກພິເສດ ເສິນ ຊຸນມີງ ຮອງຫົວໜ້າເສນາຮັກກົມຮັບປະກັນພະລາທິການຂອງຄະນະກໍາມະການທະຫານສູນກາງ, ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ຂອງກອງທັບປົດປ່ອຍປະຊາຊົນຈີນ ກ່າວວ່າ: ການເຂົ້າຮ່ວມຝຶກຊ້ອມຄັ້ງນີ້ແມ່ນມີຄວາມໝາຍສໍາຄັນມິດ ຕະພາບລະຫວ່າງສອງກອງທັບລາວ-ຈີນ. ໃນການເດີນທາງຄັ້ງນີ້ສະມາຊິກຄະນະເສນາຮັກຂອງພວກຂ້າພະເຈົ້າມີຄວາມກຽມພ້ອມທຸກຢ່າງໃນການຊ້ອມຮົບ ແລະຂ້າພະເຈົ້າກໍໄດ້ຮັບຮູ້ວ່າ, ຄະນະກົມເສນາຮັກຝ່າຍລາວກໍໄດ້ກຽມພ້ອມທຸກຢ່າງໃຫ້ແກ່ການຊ້ອມຮົບຄັ້ງນີ້. ຂ້າພະເຈົ້າຫວັງວ່າການຊ້ອມຮົບຂອງສອງກອງທັບລາວ-ຈີນພວກເຮົາຈະໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ຕາມຂໍ້ມູນຈາກກົມເສນາຮັກຮູ້ວ່າ: ພິທີທາງການຈະຈັດຂຶ້ນໃນວັນທີ 25 ກໍລະ ກົດ 2022, ທີ່ສະໂມສອນໃຫຍ່ພະລາທິການກອງທັບນະຄອນຫຼວງວຽງຈັນ. ໃນຕອນບ່າຍມື້ດຽວກັນກໍຈະມີການຫັດແອບຝຶກຊ້ອມຕົວຈິງລະຫວ່າງ ໜ່ວຍເສນາຮັກ ແລະໜ່ວຍພາລາທິການ“ ຂະບວນລົດໄຟສັນຕິພາບ 2022” ແລະກອງທັບປະຊາຊົນລາວ ທີ່ສະໜາມຈໍາລອງເມືອງໂພນໂຮງ ແຂວງວຽງຈັນ.
![](https://scontent.fvte4-1.fna.fbcdn.net/v/t39.30808-6/294575617_3121431238167416_7870852568870292053_n.jpg?stp=dst-jpg_p600x600&_nc_cat=109&ccb=1-7&_nc_sid=8bfeb9&_nc_eui2=AeFMvEEStJHW_qL10uyrGDXFuQQ4K5pTB425BDgrmlMHjVZn6Z0IWugkrwx2TNnATXZWpb_NV_MHt46IND2ZT4ci&_nc_ohc=HfxQChb4wf0AX99Dm_n&_nc_ht=scontent.fvte4-1.fna&oh=00_AT-AdVc2IHCRLDhr5oAYUz_cNmr2151E4x-8af5Iv_TNqw&oe=62DE39FF)
![](https://scontent.fvte4-1.fna.fbcdn.net/v/t39.30808-6/294473025_3121431291500744_5619076435230116869_n.jpg?stp=dst-jpg_p600x600&_nc_cat=111&ccb=1-7&_nc_sid=8bfeb9&_nc_eui2=AeF_r5zH890N7ITbhkgQnQ0yQzeXXlColXxDN5deUKiVfGd1swdkGqfjf2Sa408UZy3nEaD9wDZAG_GSiVKEmIeL&_nc_ohc=Qp4D-MWtwewAX_0YH6C&_nc_ht=scontent.fvte4-1.fna&oh=00_AT_VXWQGP7cwTnxwBTpAOVWw2p7JFEB8AOcgDQKSIim3Iw&oe=62DD485F)
![](https://scontent.fvte4-1.fna.fbcdn.net/v/t39.30808-6/294843308_3121431324834074_7876406834077756756_n.jpg?stp=dst-jpg_p600x600&_nc_cat=100&ccb=1-7&_nc_sid=8bfeb9&_nc_eui2=AeHE0a9zLGwwA7CIcP1Vh9fLXUwvMbkoRXhdTC8xuShFeNeATIBzxjer66BBUC46JFPuPAkVgGCqB4RmfrrrKc8R&_nc_ohc=2uODlf4cj4sAX-Xq9FH&_nc_ht=scontent.fvte4-1.fna&oh=00_AT_GDcLxzqqwPMAEc-RqqSWGGJkVwsznUUx5B258eQn-bw&oe=62DEA2ED)
![](https://scontent.fvte4-1.fna.fbcdn.net/v/t39.30808-6/294887332_3121431344834072_2954554183042853674_n.jpg?stp=dst-jpg_p600x600&_nc_cat=104&ccb=1-7&_nc_sid=8bfeb9&_nc_eui2=AeF1jyQrecFbWZpHN7s5AJ_spYpZGHNqg4ClilkYc2qDgArQ40CUmWVwoUQoHEaioks4t7lyFnl_LWWm1422qzIZ&_nc_ohc=04Y4RCmVVpMAX_Msn53&tn=dYdO3D3w6l211dEo&_nc_ht=scontent.fvte4-1.fna&oh=00_AT-vJiX2oJyMdeUPRxPjAC_hcoKhwWKjSPi1Fvf5Fdu3OA&oe=62DDA1F9)
![May be an image of 7 people, people standing, military uniform and outdoors](https://scontent.fvte4-1.fna.fbcdn.net/v/t39.30808-6/294887750_3121431991500674_8631706740397015897_n.jpg?_nc_cat=110&ccb=1-7&_nc_sid=8bfeb9&_nc_eui2=AeEMeWtT6-RfgRDBOno6pq7jUanxBYNiQ69RqfEFg2JDr8ysfl_7cB10CxLM3LhzjvUmnzhthoki5NqlvVWL0QAa&_nc_ohc=rfVEz3TBkwIAX-EzGAE&_nc_ht=scontent.fvte4-1.fna&oh=00_AT-QoVPY5PwcTJxsuRIxUkwybLL0hil-4IbU8GZ6OcOmCQ&oe=62DD9F2E)