ວັນທີ 9 ສິງຫາ 2024, ທີ່ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ ລາວ-ຍິ່ປຸ່ນ, ນະຄອນຫລວງວຽງຈັນ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2023 – 2024. ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຂະແໜງການສຶກສາ ແລະ ກິລາ ຍາດມາໄດ້ໃນ ສົກຮຽນ 2023 – 2024 ຜ່ານມາ ເຊິ່ງປະກອບສ່ວນສໍາຄັນເຮັດໃຫ້ວຽກງານການສຶກສາຂອງລາວໄດ້ຮັບການປັບປຸງດີຂຶ້ນ,
ພ້ອມນີ້ ທ່ານໄດ້ທົບທວນຄືນເພື່ອຍົກໃຫ້ເຫັນເຖິງຄວາມເປັນມາຂອງການສຶກສາປະຕິວັດ ແລະ ພັດທະນາການຂອງການສຶກສາຂອງລາວໂດຍສັງເຂບ, ເຊິ່ງໃນສະໄໝດຳເນີນການຕໍ່ສູ້ປະຕິວັດປົດປ່ອຍຊາດ, ພັກເຮົາໄດ້ຄຳນຶງເຖິງການສຶກສາໄວ້ເປັນວຽກສຳຄັນຕົ້ນໆ ຂອງແນວທາງຂອງພັກແລ້ວ, ເວລາກຳລັງມີສົງຄາມທີ່ດຸ ເດືອດຂ້ຽວຂາດນັ້ນ ພັກເຮົາວາງແນວທາງອອກວ່າ : ຈະຕ້ອງເອົາການສຶກສາໄປກ່ອນກ້າວໜຶ່ງ, ມີຄໍາຂວັນ “ຮຽນໜັງສືແມ່ນຮັກຊາດ”, “ຄູເປັນຄົນຂອງພັກ”, “ຮຽນໜັງສືແມ່ນການຕໍ່ສູ້ເອົາຊະນະກັບສັດຕູໂຕໂງ່ຈ້າຫຼ້າຫຼັງ”, “ເປັນນັກຮຽນ ຕ້ອງຮຽນໃຫ້ເກັ່ງເສັງໃຫ້ໄດ້, ນຳໃຊ້ໃຫ້ເປັນ” ແລະ ອື່ນໆ.
ເປັນເວລາຫຼາຍປີຜ່ານມາ ຂະແໜງການສຶກສາຂອງປະເທດເຮົາມີການຂະຫຍາຍຕົວນັບທັງປະລິມານ ແລະ ຄຸນນະພາບ ເປັນລຳດັບມາ, ການສຶກສາມີການຫັນປ່ຽນ ແລະ ປັບຕົວມາໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາດ້ານຕ່າງໆ ຂອງປະເທດເຮົາ ແລະ ຄ່ອຍໆຫັນໃຫ້ເຂົ້າກັບມາດຕະຖານບັນດາປະເທດ ໃນພາກພື້ນ.
ຢ່າງໃດກໍ່ຕາມ ວຽກງານພັດທະນາການສຶກສາ, ວຽກງານກິລາ, ວຽກງານຄົ້ນຄວ້າວິທະຍາສາດ ຫຼື ການນຳໃຊ້ວິທະຍາສາດ ເຂົ້າໃນການພັດທະນາດ້ານຕ່າງໆ ຂອງປະເທດພວກເຮົາ ກໍ່ຍັງຕ້ອງໄດ້ແກ້ໄຂຫຼາຍບັນຫາຕໍ່ໄປອີກ. ໃນສະພາບການຖົດຖອຍທາງດ້ານເສດຖະກິດທີ່ປະເທດເຮົາ, ຄົນລາວເຮົາ ກຳລັງປະເຊີນຢູ່ໃນປັດຈຸບັນນີ້, ມັນມີການກະທົບທາງລົບ ທັງທາງກົງ ແລະ ທາງອ້ອມ ຕໍ່ວຽກງານສຶກສາຂອງພວກເຮົາຢ່າງຫຼີກລ່ຽງບໍ່ໄດ້.
ທ່ານ ທອງລຸນ ສີສຸລິດ ກ່າວຕື່ມວ່າ: ປະເທດໃດ, ສັງຄົມໃດ ມີຄົນ 5 ປະເພດ ຄື: 1). ມີຄົນ ທີ່ມີຄວາມຮັກຊາດຢ່າງດູດດື່ມເປັນຈຳນວນຫຼາຍ; 2). ມີຄົນ ຫຼວງຫຼາຍໃນພົນລະເມືອງທີ່ສະແຫວງຫາຄວາມຮູ້ ອາດເວົ້າໄດ້ວ່າກະຕືລືລົ້ນຮຽນ, ຮຽນຮູ້ສິ່ງໃໝ່ໆ; 3). ມີຄົນ ທີ່ຮູ້ເບິ່ງຕົວເອງ ແລະ ສົມທຽບໃສ່ຄົນອື່ນ, ຮູ້ຊອກຫາຈຸດທີ່ຍັງອ່ອນ ແລະ ແກ້ໄຂຕົວເອງ ເພື່ອໃຫ້ເທົ່າຄົນອື່ນ ຫຼື ລື່ນຄົນອື່ນຍິ່ງດີ ຫຼື ອາດເວົ້າແນວໜຶ່ງວ່າເປັນຄົນ ທີ່ຢູ່ໃນບັນຍາກາດແຫ່ງການແຂ່ງຂັນຢູ່ຕະຫຼອດເວລາ; 4). ມີຄົນ ທີ່ດຸໝັ່ນ, ຂະຫຍັນພຽນ ເປັນຈຳນວນຫຼວງຫຼາຍເປັນສ່ວນໃຫຍ່ຂອງປະເທດ ແລະ 5). ມີຄົນ ທີ່ຮູ້ຈັກປະຢັດ, ອົດອອມ, ບໍ່ຟຸມເຟືອຍ, ບໍ່ໂລດໂຜນ, ໃຊ້ຊີວິດລຽບງ່າຍ ພໍດີ…ຢູ່ກັບຕົນເປັນສ່ວນໃຫຍ່ ຫຼື ມີລັກສະນະແຜ່ຫຼາຍເທົ່າໃດ… ປະເທດນັ້ນ, ສັງຄົມນັ້ນ ຈະຮັ່ງມີ, ເຂັ້ມແຂງ ໄດ້ດີກວ່າ. ດັ່ງນັ້ນ, ຄຳຖາມ ຈຶ່ງກ້ຽວຄືນມາວ່າ ພວກເຮົາມີຄົນປະເພດດັ່ງກ່າວນັ້ນ ໜ້ອຍຫຼາຍປານໃດ? ການສຶກສາຈະສ້າງໃຫ້ມີຄົນປະເພດດັ່ງກ່າວໃຫ້ຫຼາຍຂຶ້ນໃນສັງຄົມເຮົາໄດ້ແນວໃດ? ຜູ້ບໍລິຫານການສຶກສາ ຄິດນຳບັນຫານີ້ຫຼາຍປານໃດແລ້ວ?
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເນັ້ນໜັກວ່າ: ເຖິງເວລາແລ້ວ ພວກເຮົາຕ້ອງຕັດສິນໃຈຫັນຄ່ານິຍົມ ຂອງຄົນລາວເຮົາ, ໂດຍສະເພາະລູກຫຼານ ທີ່ຍັງມີອາຍຸເຍົາໄວ ຂອງພວກເຮົາ ຈາກທີ່ມີຄ່ານິຍົມທີ່ຜິດໆ ຢູ່ປັດ ຈຸບັນນີ້ໄປສູ່ຄ່ານິຍົມທີ່ຖືກຕ້ອງໃຫ້ໄວ. ຄ່ານິຍົມເຫັນແຕ່ໄດ້ປະລິນຍາ, ປະກາສະນີຍະ ບັດ, ວິທະຍາຖານະ ໃຫ້ມີໄວ້ເອ້ ມາໄວ້ອວດ, ສ່ວນໃນປະກາສະນີຍະບັດນັ້ນ ຈະໄດ້ມາດ້ວຍວິທີໃດກໍ່ຕາມ ຖືກຕ້ອງ ຫຼື ບໍ່ກໍ່ຕາມ, ທະແນມໄດ້ມາ. ຖ້ານິຍົມໄປທາງນີ້, ຄຸນ ຄ່າຂອງນາມມະຍົດນັ້ນ ຈະຕ່ຳ (ຜູ້ມອບກໍ່ສີອາຍໆ, ຜູ້ໄດ້ຮັບກໍ່ຍິ້ມແບບເຂີນໆ) ສຸດທ້າຍໄປເຮັດຫຍັງກໍ່ບໍ່ໄດ້ຜົນ…; ຄ່ານິຍົມທີ່ມັກດຳລົງຊີວິດແບບງ່າຍໆ ບໍ່ມັກຜ່ານຜ່າຄວາມຫຍຸ້ງຍາກ, ບໍ່ຮູ້ຈັກການໄດ້ມາດ້ວຍນໍ້າເຫື່ອນໍ້າແຮງ ແລະ ສະຕິປັນຍາ ຂອງຕົນເອງ ວ່າແຕ່ໄດ້ມາເພື່ອຄວາມສຸກສຳລານ, ຄວາມຟຸມເຟືອຍ… ຈະຕົກເຂົ້າໃນລັດທິສະເຫວີຍສຸກ ທີ່ເປັນລັດທິບໍ່ເພິ່ງປາຖະໜາ ຂອງສັງຄົມເຮົາ, ບາງທີຄວາມສະເຫວີຍສຸກນັ້ນ ແມ່ນບົນຫຼັງຄວາມທຸກຂອງຄົນອື່ນ.
ພ້ອມນີ້ ຕ້ອງຫັນປ່ຽນຄ່ານິຍົມທີ່ບໍ່ເປັນໂຕຂອງໂຕເອງ, ສຸກງ່າໃດກິນງ່ານັ້ນ (ລັດທິສວຍໂອກາດ), ມີແຕ່ຂໍກັບຂໍ, ໃຫ້ກາຍມາເປັນຜູ້ມີຄ່ານິຍົມ ເຊື່ອໝັ້ນຕົນເອງ, ເຮັດໄດ້ດ້ວຍຕົນເອງ, ມີກຽດສັກສີຂອງຕົນເອງ ແລະ ຄຳນຶງເຖິງກຽດສັກສີຂອງຊາດຕົນໃຫ້ຫຼາຍໆ. ສ່ວນຄ່ານິຍົມອື່ນໆ ທີ່ຈະພາໃຫ້ເສຍວັດທະນະທຳຂະນົບທຳນຽມອັນດີ ຂອງຊາດ ທີ່ໄດ້ປົກປັກຮັກສາ ອະນຸລັກມາເປັນພັນໆປີນັ້ນ ກໍາລັງກາຍເປັນສິ່ງທ້າ ທາຍ ຕໍ່ປະເທດຊາດເຮົາໃນປັດຈຸບັນ ຈາກວັດທະນະທຳຕາເວັນຕົກ ບຸກເຂົ້າທຳລາຍຄົນເຮົາຢູ່ປະຈຸບັນນີ້ຢ່າງໜ້າເປັນຫ່ວງ.
ທ່ານເນັ້ນໜັກຕື່ມວ່າ: ທົບທວນຄືນຄຳເຫັນຊີ້ນຳ ຂອງປະທານ ໄກສອນ ພົມວິ ຫານ ກ່າວໄວ້ໃນກອງປະຊຸມວຽກງານສຶກສາທົ່ວປະເທດ ໃນປີ 1978 ເພິ່ນເນັ້ນວ່າ “ການສຶກສາໃນໂລກນີ້ ບໍ່ມີລັກສະນະເປັນກາງ, ລະບົບການສຶກສາ ຂອງຊົນຊັ້ນໃດ ແມ່ນຮັບໃຊ້ຊົນຊັ້ນນັ້ນ, ລະບົບການສຶກສາ ຂອງລະບອບໃດ ກໍ່ຕ້ອງຮັບໃຊ້ລະບອບນັ້ນ…” ຜູ້ບໍລິຫານການສຶກສາຄວນວິໄຈ, ຄົ້ນຄວ້າ ແລະ ກຳໃຫ້ແໜ້ນທິດຊີ້ນຳ ທີ່ເປັນຫຼັກການນີ້ ຂອງປະທານ ໄກສອນ ພົມວິຫານ. ດັ່ງນັ້ນ, ຄວາມຈຳເປັນຕ້ອງການ ຂອງການສ້າງຄົນໃນຍຸກໃໝ່ ຂອງລະບອບໃໝ່ ຂອງພວກເຮົາ ແມ່ນສ້າງໃຫ້ໄດ້ຊັບພະຍາກອນມະນຸດ ທີ່ມີຄຸນຄ່າໄດ້ແກ່ “ມີຄວາມຮູ້-ຄວາມສາມາດ ແລະ ພຽບພ້ອມໄປດ້ວຍຄຸນສົມບັດສິນທຳ, ມີຄຸນນະທຳ, ມີມະນຸດສະທຳ, ຍຸຕິທຳ, ວິລະຍະທຳ ແລະ ສຸດຈະລິດທຳ”.