ວັນທີ 31 ພຶດສະພາ 2022ນີ້ຢູ່ທີ່ສູນຝຶກອົບຮົມພະແນກຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວແຂວງຫຼວງນ້ຳທາໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງ,ການຍົກລະດັບຄູນນະພາບຂອງບໍລິສັດ,ໜ່ວຍບໍລິການທ່ອງທ່ຽວທີ່ຈະເປີດບໍລິການຄືນໃໝ່ ໂດຍການເຂົ້າຮ່ວມຂອງທ່ານ ສົມສະຫວາດ ນາມອິນທາ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງນ້ຳທາ,ມີຮອງຫົວໜ້າຂະແໜງທ່ອງທ່ຽວ,ມີຜູ້ປະກອບການບໍລິການທ່ອງທ່ຽວ ແລະ ພະນັກງານວິຊາການຂະແໜງທ່ອງທ່ຽວເຂົ້າຮ່ວມ.
ທ່ານ ລິນທອນ ສຸວັນທອນ ຮອງຫົວໜ້າຂະແໜງທ່ອງທ່ຽວພະແນກ ຖວມ ແຂວງໃຫ້ຮູ້ກ່ຽວກັບເງື່ອນໄຂສ້າງຕັ້ງບໍລິສັດບໍລິການທ່ອງທ່ຽວວ່າ: ຕ້ອງມີທຶນຈຳ ນວນ 142 ລ້ານກີບ ຫຼື ເທົ່າກັບ 200.000 ໂດລາສະຫະລັດ ຕໍ່າສຸດ ແລະ ພ້ອມທັງໃຫ້ກຳນົດເວລາການລະດົມທຶນ,ມີສຳນັກງານເປັນຂອງຕົນເອງ ຫຼື ເຊົ່າ,ມີພື້ນຖານວັດຖຸເຕັກນິກການສື່ສານທາງໄກ,ພາຫະນະຂົນສົ່ງບໍລິການສອງຄັນຢ່າງໜ້ອຍ,ພະຫະນະຂົນສົ່ງທຸກຊະນິດ (ນັບທັງເຮືອ) ທີ່ນຳໃຊ້ບໍລິການນັກທ່ອງ ທ່ຽວຕ້ອງຮັບປະກັ່ນມາດຕະຖານທາງດ້ານເຕັກນິກ,ມີປະກັນໄພທາງແພ່ງຕໍ່ຊີວິດສັບສິນຂອງນັກທ່ອງທ່ຽວນັບທັງພະຫະນະຂົນສົ່ງ,ມີແຜນການລົງທຶນສ້າງສິ່ງທີ່ເປັນເອກະລັກຂອງລາວຕາມມາດຕາ 10-15 ຂອງຂໍ້ກໍານົດສະບັບນີ້ໃນຊ່ວງໄລຍະສອງປີຊ້າສຸດຕ້ອງລົງມືປະຕິບັດ,ສ້າງລາຍການທ່ອງທ່ຽວຕາມຂອບເຂດຮັບຜິດຊອບ ແລະ ການເຄື່ອນໄຫວຂອງຕົນ 5 ລາຍການຢ່າງໜ້ອຍ ແລະ ຢູ່ໃນແຫຼງທ່ອງທ່ຽວທີ່ລັດຖະບານອະນຸມັດຢ່າງເປັນທາງການ ແລະ ລາຄາລາຍການທ່ອງທ່ຽວຕ້ອງປະຕິບັດຕາມຂອບເຂດລາຄາທີ່ເໝາະ ສົມສາມາດແຂ່ງຂັນກັບຕະຫຼາດສາກົນໄດ້.ເພື່ອເປັນການຢັ້ງຢືນການມີຕົວຕົນຂອງທຸລະກິດ,ການປັບປຸງຄູນນະພາບຜະລິດຕະພັນ ແລະ ການບໍລິການຂອງບໍລິສັດ,ສາຂາ ແລະ ໜ່ວຍບໍລິການນຳທ່ຽວໃຫ້ໄດ້ມາດຖານ ແລະ ສາມາດດຳເນີນການບໍລິການໄດ້ຢ່າງສະດວກ, ປອດໄພ ແລະ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ.
ຂ່າວ: ກິ່ນນາລົມ
Loading...