ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ວັນທີ25 ພະຈິກ. ດຣ ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ, ປະທານກໍາມະທິ ການເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ, ກະຊວງສາທາລະນະສຸກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໄດ້ສົ່ງຜົນກະທົບຫລາຍຕໍ່ສັງ ຄົມ ແລະ ຄອບຄົວ ໂດຍສະເພາະແມ່ນແມ່ຍິງຜູ້ທີ່ຖືກຄວາມຮຸນແຮງ ເຊິ່ງໄດ້ປະເຊີນກັບຄວາມແຮງຫຼາຍປະເພດທີ່ແຕກຕ່າງ ຄື: ຄວາມຮຸນແຮງທາງດ້ານຮ່າງກາຍ, ຈິດ ໃຈ, ລວມເຖີງສຸຂະພາບຈະເລີນພັນ, ຄວາມຮຸນແຮງນັ້ນອາດຈະເກີດດ້ວຍຫຼາຍຮູບ ການ ຄື: ຮູບການທີ 1: ຄວາມຮຸນແຮງທີ່ກະທົບຕໍ່ຮ່າງກາຍເຊິ່ງເປັນການທຳຮ້າຍໂດຍກົງໂດຍການທຸບຕີ ຫຼືອາດຈະຮ້າຍແຮງກວ່ານັ້ນ, ຮູບການທີ 2: ຄວາມຮຸນແຮງທີ່ມີຜົນກະທົບຕໍ່ຈິດໃຈ ເຊິ່ງແມ່ນການໃຊ້ຄຳເວົ້າທີ່ດູຖູກ, ຢຽດຢາມເຮັດໃຫ້ຜູ້ອື່ນອັບອາຍ, ຂາດຄວາມເຊື່ອໝັ້ນ ແລະ ຂາດຄວາມນັບຖືຈາກຄົນອື່ນ, ຮູບການທີ 3: ແມ່ນຄວາມຮຸນແຮງທີ່ມີຜົນກະທົບທາງດ້ານເສດຖະກິດ ເຊິ່ງໝາຍເຖິງການຢືດເອົາຊັບສິນຫຼືການຈຳກັດການໃຊ້ຈ່າຍຈຕ່າງໆຂອງແມ່ຍິງ ແລະ ຮູບການທີ 4: ແມ່ນຄວາມຮຸນແຮງທີ່ມີລັກສະນະທາງເພດ ເຊິ່ງເປັນການກະທຳທີ່ຮຸນແຮງ ແລະຜິດກົດ ໝາຍ ເປັນຕົ້ນ: ແມ່ນການຂົ່ມຂືນຫຼືການທຳອານາຈານ ແລະອື່ນໆ ບັນຫາຄວາມຮຸນແຮງຕໍ່ແມ່ຍິງເລົ່ານີ້ເປັນສິ່ງກີດຂວາງເຮັດໃຫ້ເຂົາເຈົ້າເສຍໂອກາດໃນການພັດທະ ນາຕົນເອງ ກໍ່ຄື່ການປະກອບສ່ວນວຽກງານຕ່າງໆຂອງສັງຄົມ ນອກຈາກນັ້ນ ຍັງເປັນການຈຳກັດ ການເຂົ້າເຖິງແຫຼ່ງຂໍມູນຕ່າງໆ ຂອງເຂົາເຈົ້າອີກ.
ດຣ ໄພວັນ ແກ້ວປະເສີດ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ກະຊວງສາທາສຸກໄດ້ແຕ່ງ ຕັ້ງບັນດາຄະນະກຳມະການຂັ້ນກະຊວງ ແລະ ຂັ້ນໂຮງໝໍ ນັບແຕ່ສູນກາງຈົນຮອດຂັ້ນແຂວງ ເພື່ອໃຫ້ການຊ່ວຍເຫຼືອປິ່ນປົວຜູ້ທີ່ເຄາະຮ້າຍຈາກຄວາມຮຸນແຮງທັງທາງດ້ານຮ່າງກາຍ ແລະ ຈິດໃຈ , ໃນນີ້ ສໍາລັບການປິ່ນປົວດ້ານຈິດໃຈ ນອກຈາກມີທີມງານຈິດຕະແພດທີ່ມາປະເມີນຈິດໃຈຍັງມີການປະສານງານທີ່ກ່ຽວຂ້ອງ ເຊັ່ນ: ເຈົ້າໜ້າທີ່ຕໍາຫຼວດ, ສະຫະພັນແມ່ຍິງ ຫຼືສູນໃນຄຳປຶກສາປົກປ້ອງແມ່ຍິງແລະເດັກນ້ອຍ ເພື່ອປະຕິບັດວຽກງານຮ່ວມກັນ. ນອກຈາກນີ້ ຍັງມີນະໂຍບາຍພິເສດສຳລັບຜູ້ເຄາະຮ້າຍທີ່ມີຖານະທຸກຍາກຂາດເຂີນ ແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກລັດທີ່ມີຕໍ່ປະຊາຊົນ.
ພ້ອມນີ້ ທ່ານໄດ້ຮຽກຮ້ອງໃຫ້ຜູ້ທີ່ເຄີຍໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃນໄລຍະຜ່ານມາໄລຍະຜ່ານມານັ້ນໃຫ້ປັບປ່ຽນທັດສະນະຄະຕິແລະ ຈົ່ງມີສ່ວນຮ່ວມໃນການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍພ້ອມກັນແກ້ໄຂບັນຫາດັ່ງກ່າວ ເພາະມັນມີຜົນກະທົບຕໍ່ແມ່ຍິງ, ເຍົາວະຊົນ, ສັງຄົມ ແລະ ຊຸມຊົນ ຈິ່ງຈຳເປັນທີ່ທຸກພາກສ່ວນຕ້ອງຮ່ວມມືກັນລຶບລ້າງຄວາມຮຸນແຮງຕໍ່ຍິງດັ່ງກ່າວໃຫ້ໝົດໄປ.
Cr: ບຸນຕຽງ ຈັນທະວົງ