ໃນວັນທີ 11 ພຶດສະພາ 2021, ຂະແໜງສື່ມວນຊົນ ນັບທັງສື່ເອເລັກໂຕຣນິກ ແລະ ສື່ສິ່ງພິມຫລັກ ເຊິ່ງນຳໂດຍ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ພ້ອມກັນປຶກສາຫາລືວຽກງານທີ່ໄດ້ເຮັດຜ່ານມາກ່ຽວກັບການໂຄສະນາ ໂດຍສະເພາະການຕ້ານຫາງສຽງອັນທີ່ບໍ່ດີ, ຕ້ານຂ່າວລື-ຂ່າວປອມທີ່ເກີດຂຶ້ນ ນັບຕັ້ງແຕ່ເລີ່ມຕົ້ນຂອງການລະບາດພະຍາດໂຄວິດ-19 ຮອບໃໝ່ ຈົນມາຮອດປັດຈຸບັນ.
ໂອກາດນີ້, ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນຫົວໜ້າໜ່ວຍງານໂຄສະນາ ໃຫ້ສຳ ພາດວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະ ຊຸມສືບເນື່ອງຈາກຂໍ້ຕົກລົງການແຕ່ງຕັ້ງຄະນະສະເພາະກິດດ້ານການຕ້ານ ແລະ ແກ້ໄຂຜົນກະທົບຈາກການລະບາດເຊື້ອພະຍາດໂຄວິດ-19 ຂອງກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊິ່ງຈະໄດ້ປະເມີນຄືນວຽກການໂຄສະນາທັງໝົດ ເປັນຕົ້ນແມ່ນບັນຫາງສຽງທີ່ບໍ່ດີ, ບັນຫາຂ່າວລື-ຂ່າວປອມ ວ່າມີຫຍັງແດ່, ມີຜົນກະທົບແນວໃດ ແລະ ໄດ້ມີການແກ້ໄຂແນວໃດ ເພື່ອພ້ອມກັນປຶກສາຫາລື ແລະ ຫາວິທີທາງແກ້ໄຂບັນຫານັ້ນໆໃນຕໍ່ໜ້າ ແນໃສ່ຮັບປະກັນໃຫ້ສັງຄົມໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ, ຊັດເຈນ ແລະ ທັນເຫດການ ໂດຍສະເພາະກ່ຽວກັບການລະບາດຂອງພະຍາດດັ່ງກ່າວ, ວິທີການປ້ອງກັນຕົນເອງທີ່ຖືກຕ້ອງ ແລະ ບັນຫາອື່ນໆ.
ຂະແໜງສື່ມວນຊົນຢູ່ສູນກາງ ບໍ່ແມ່ນເຮັດວຽກຢູ່ສະເພາະແຕ່ສູນກາງເທົ່ານັ້ນ ແຕ່ຫາກຍັງລວມໄປທັງໝົດໃນຂອບເຂດທົ່ວປະເທດ, ສະນັ້ນ ທຸກໆບັນຫາວຽກງານໂຄສະນາທີ່ຈະດຳເນີນນັບແຕ່ນີ້ຈົນຮອດວັນທີ 20 ພຶດສະພາ 2021 ພວກເຮົາຈະໄດ້ປຶກສາຫາລືກັນມື້ນີ້ ແລະ ວາງແຜນເປັນອັນລະອຽດອອກມາ, ເຊິ່ງຜົນສະຫລຸບແມ່ນຈະແຈ້ງໃຫ້ສື່ມວນຊົນຮັບຊາບ ແລະ ເຮັດບົດລາຍງານໃຫ້ໃຫ້ລັດຖະມົນຕີ ກໍຄືສະເໜີໃຫ້ຄະນະສະເພາະກິດກະຊວງຮັບຊາບເພື່ອພິຈາລະນາ.
ຂ່າວ: ສິງຄຳ
ພາບ: ຂັນໄຊ
