ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ຂີ້ມິ້ນເປັນພືດລົ້ມລຸກທີ່ ມີີສີເຫລືອງອົມສີຫມາກກ້ຽງ, ມີຮາກເຫງົ້າຫລືຫົວຂີ້ມິ້ນຢູ່ໃຕ້ດິນ, ມີກິ່ນຫອມຄົນນິຍົມນຳເອົາຂີ້ມິ້ນທັງສົດ ແລະ ແຫ້ງມາໃຊ້ປິ່ນປົວອາການທີ່ກ່ຽວກັບກະເພາະອາ ຫານ, ແກ້ອາການເຈັບທ້ອງ, ຖອກທ້ອງ, ຈຸກສຽບແຫນ້ນທ້ອງ ແລະ ສາມາດນຳຂີ້ມິ້ນ ຂຶ້ນມາທາພາຍນອກ ເພື່ອໃຊ້ປິ່ນປົວບາດແຜຊຳເຮື້ອ, ບາດແຜສົດ, ພະຍາດຜິວຫນັງຜຸພອງ.

ນອກຈາກ ນັ້ນຂີ້ມິ້ນຍັງອຸດົມໄປດ້ວຍ ວິຕາມິນອາ, ວິຕາມິນເຊ,ວິຕາມິນອີ ແລະ ສານຕ້ານ ອະນຸມູນອິດສະຫຼະ “ຄູ ເຄີມິນ” ທີ່ຊ່ວຍປ້ອງ ກັນການເກີດມະເຮັງຕັບ ແລະ ຍັງສ້າງພູມຄຸ້ມກັນໃຫ້ຜິວຫນັງ ຫລື ຜູ້ໃດທີ່ມີບາດແຜອັກເສບ ຂີ້ມິ້ນຂຶ້ນກໍ່ມີສັບພະຄຸນຊ່ວຍໃຫ້ບາດແຜເຊົາໄວ  ເພາະມີ    ລິດໄປຫລຸດອາການອັກເສບ, ຂ້າເຊື້ອແບັກທີເຣຍທີ່ ເຮັດໃຫ້ເກີດເປັນຫນອງ ແລະ ຖ້າຫາກຮັບປະທານຂີ້ມິ້ນຂຶ້ນ ທຸກມື້ຕາມເວລາຈະຊ່ວຍໃຫ້ຄວາມຈຳດີຂຶ້ນ, ບໍ່ອ່ອນເພຍ ຍາມຕື່ນນອນ ແລະ ຊ່ວຍໃຫ້ລະບົບຂັບຖ່າຍດີຂຶ້ນອີກດ້ວຍ.