
ຂົວຂ້າມຫ້ວຍໝາກແງວ ເມືອງບາຈຽງຈະລີນສຸກ ແຂວງຈໍາປາສັກ ໄດ້ຮັບຜົນເສຍຫາຍໜັກ ຈາກສະພາບນໍ້າຖ້ວມຊຸ.ໃນວັນທີ 10 ສິງຫາ 2022 ນີ້, ທ່ານ ວັນໄຊ ສັກບົວວົງ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງບາຈຽງຈະເລີນສຸກ ໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກໜັກຫຼາຍວັນຕິດຕໍ່ກັນ ໄດ້ເກີດມີສະພາບນໍ້າຖ້ວມ, ແລະນໍ້າໄຫຼຊຸແຮງລົ້ນຫ້ວຍ ຢູ່ບ້ານຫ້ວຍໝາກແງວ ເມືອງບາຈຽງຈະເລີນສຸກ ສົ່ງຜົນເຮັດໃຫ້ຂົວຂ້າມຫ້ວຍຖືກນໍ້າຖ້ວມຊຸ ເປ່ເພຢ່າງໜັກໜ່ວງ ແລະ ບໍ່ສາມາດໃຊ້ງານໄດ້ ສ້າງຜົນກະທົບຢ່າງໜັກໜ່ວງ ຕໍ່ການສັນຈອນໄປມາຂອງປະຊາຊົນ ແລະ ລວມເຖີງ ການຂົນສົ່ງ ສິນຄ້າກະສິກຳ ຈາກເມືອງເລົ່າງາມ ແຂວງສາລະວັນ ເຂົ້າມາແຂວງຈຳປາສັກ ຜ່ານເສັ້ນທາງເລກທີ 20 ຖືກຢຸດສະງັກແລ້ວ. ປະຈຸບັນເຈົ້າໜ້າທີ່ກຳລັງປກຊ – ປກສ ແລະອໍານາດການປົກຄອງເມືອງ, ສົມທົບກັບອໍານາດການປົກຄອງບ້ານ ໄດ້ລົງຊ່ວຍເຫຼືອປະຊາຊົນໃນການຂ້າມຂົວ ໂດຍສະເພາະໃນກໍລະນີສຸກເສີນ, ຄາດວ່າຢ່າງໜ້ອຍຈະໃຊ້ເວລາ ກໍ່ສ້າງຄືນປະມານ 1 ເດືອນ.


ເພື່ອແກ້ໄຂ ສະພາບການສັນຈອນ ທີ່ຈຸດຂົວຂ້າມຫ້ວຍໝາກແງວໃຫ້ກັບສູ່ສະພາບປົກຕິໂດຍໄວ. ຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ລາຍງານໃຫ້ອົງການປົກຄອງແຂວງ ແລະພົວພັນກັບພະແນກ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ເພືອຊ່ວຍເຫຼືອສ້ອມແປງ – ກໍ່ສ້າງຂົວຄືນໄໝ່ ແລະ ແຈ້ງໃຫ້ທົ່ວສັງຄົມຮັບຮູ້ ເພື່ອນຳໃຊ້ເສັ້ນທາງອື່ນທົດແທນເປັນການຊົ່ວຄາວ ເປັນຕົ້ນການຂົນສົ່ງໂດຍສານ,ສິນຄ້າ ຕ່າງໆເຂົ້າແຂວງຈໍາປາສັກ ຂໍໃຫ້ໄປນຳໃຊ້ເສັ້ນທາງທ່າແຕງ – ປາກຊ່ອງ ຊົ່ວຄາວ ຈົນກ່ວາຂົວຂ້າມຫ້ວຍໝາກແງວ (ທາງເລກ 20 ທີ່ເຊື່ອມຕໍ່ເມືອງເລົ່າງາມ ແຂວງສາລະວັນ ແລະ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ)ຈະກໍ່ສ້າງຄືນໃໝ່ ແລະ ນຳໃຊ້ໄດ້ເປັນປົກກະຕິ.


ຂ່າວ: ດວງໃຈ ຂຸນສັກດາ .