ນອກຈາກເສັ້ນທາງລົດໄຟລາວ-ຈີນ ແຕ່ບ້ານໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ ຫາສະຖານີບໍ່ເຕັນ ແຂວງຫລວງນໍ້າທາແລ້ວ ຍັງມີໂຄງການສ້າງທາງລົດໄຟ ສຸກເສີນ ອີກໜຶ່ງໂຄງການ ຄືໂຄງການສ້າງທາງລົດໄຟຕໍ່ຈາກສະຖານີນະຄອນຫລວງວຽງຈັນ ໄປຫາວຽງຈັນໃຕ້ ຫລືທ່ານາແລ້ງ ເຊິ່ງມີຄວາມຍາວ 17 ກິໂລແມັດ, ລວມມີຂົວລອຍຟ້າຍາວ 7 ກວ່າກິໂລແມັດ.
ທ່ານ ໂຈ່ຊຽວເຊ່ຍ ຫົວໜ້າອໍານວຍການ ບໍລິສັດກໍ່ສ້າງທາງລົດໄຟຈີນ ເລກ 5 ໄລຍະນະຄອນຫລວງວຽງຈັນ ຫາວຽງຈັນໃຕ້ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 21 ພະຈິກ 2021 ນີ້ວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄລຍະນະຄອນຫລວງວຽງຈັນ ຫາ ວຽງຈັນໃຕ້ ແມ່ນໂຄງການສຸກເສີນ ທີ່ຮັບເໝົາກໍ່ສ້າງໂດຍ ບໍລິສັດກໍ່ສ້າງທາງລົດໄຟຈີນ ເລກ 5 ເຊິ່ງໜ້າວຽກຕົ້ນຕໍປະກອບມີ: ຂົວໃຫຍ່ພິເສດໂພນທອງ ເຊິ່ງເປັນຂົວຍາວທີ່ສຸດໃນຕະຫລອດແລວເສັ້ນທາງລົດໄຟລາວ-ຈີນ, ມີຄວາມຍາວ 7,268 ແມັດ, ເລີ່ມກໍ່ສ້າງ ມາແຕ່ເດືອນກໍລະກົດ ປີ 2020 ເພື່ອໃຫ້ທັນເປີດນໍາໃຊ້ ພ້ອມກັບເສັ້ນທາງລົດໄຟ ລາວ-ຈີນ.
ຕະຫລອດໄລຍະການກໍ່ສ້າງ ແມ່ນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ມີໄລຍະເວລາກໍ່ສ້າງສັ້ນຫລາຍ, ນອກຈາກນັ້ນການຈັດຕັ້ງບຸກຄະລາກອນ ແລະ ການນຳເຂົ້າວັດຖຸອຸປະກອນຈາກ ສປ ຈີນ ກໍມີຄວາມຫຍຸ້ງຍາກຫລາຍ, ລວມທັງການກໍ່ສ້າງ, ການເວນຄືນທີ່ດິນ ແລະ ຍົກຍ້າຍສິ່ງກີດຂວາງກໍ່ມີຄວາມຫຍຸ້ງຍາກຫລາຍ. ໃນຂະນະດຽວກັນ, ວຽກງານປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ມີຄວາມກົດດັນສູງຫລາຍເຊັ່ນກັນ, ຄະນະຮັບຜິດຊອບຈຶ່ງໄດ້ດໍາເນີນໂຄງການແບບປິດ, ຄືໃຫ້ກິນຢູ່ພັກເຊົາຢູ່ໃນເຂດກໍານົດຢ່າງເຄັ່ງຄັດ, ບໍ່ໃຫ້ພົວພັນກັບບຸກຄົນພາຍນອກ, ພະນັກງານທັງໝົດແມ່ນໄດ້ຮັບວັກຊີນຄົບຖ້ວນ. ພ້ອມດຽວກັນນັ້ນ, ແລະກວດຫາເຊື້ອພະຍາດໂຄວິດ-19 ເປັນປະຈໍາ.
ທ່ານ ໂຈ່ຊຽວເຊ່ຍ ຍັງໃຫ້ຮູ້ຕື່ມວ່າ: ທ່າມກາງການປະເຊີນໜ້າ ກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຢ່າງຫລວງຫລາຍນັ້ນ, ຍ້ອນໄດ້ຮັບການສະໜັບສະໜູນຢ່າງສູງ ຈາກອໍານາດການປົກຄອງແຕ່ລະຂັ້ນຂອງຝ່າຍລາວ ແລະ ປະຊາຊົນພາຍໃນທ້ອງຖິ່ນ ລວມທັງສະຖານ ທູດຈີນ ປະຈໍາລາວ, ບໍລິສັດທາງລົດໄຟ ລາວ-ຈີນ, ບໍລິສັດກໍ່ສ້າງທາງລົດໄຟຈີນ ເລກ 5 ພະແນກຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ຈຶ່ງໄດ້ເຮັດໃຫ້ການກໍ່ສ້າງແຕ່ລະໜ້າວຽກໄດ້ຮັບການປະຕິບັດຢ່າງເຂັ້ມງວດ ແລະຄຸນນະພາບສູງ, ເຊິ່ງຕະຫລອດໄລຍະການກໍ່ສ້າງໄດ້ນໍາໃຊ້ ວິຊາການ, ກໍາມະກອນຂອງສອງຊາດລາວ-ຈີນ ຈໍານວນ 2.000 ກ່ວາຄົນ ເລັ່ງການກໍ່ສ້າງ ແລະ ການຜະລິດ, ໂດຍຖືເອົາການກໍ່ສ້າງຂົວໃຫຍ່ເປັນຫລັກສໍາຄັນ ດ້ວຍວິທີການວາງແຜນແບບລ່ວງໜ້າ, ຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງແບບພິເສດ, ເພື່ອສົ່ງເສີມການກໍ່ສ້າງໂຄງການໃຫ້ມີຄຸນນະພາບ ແລະ ມີປະສິດທິພາບສູງ, ໂດຍໃຊ້ເວລາພຽງ 1 ເດືອນ ກໍ່ສໍາເລັດການກໍ່ສ້າງສະໜາມຜະລິດຫລໍ່ຂາງຂົວ ແລະ ຜະລິດຫລໍ່ຂາງແຜ່ນທໍາອິດ, ເຊິ່ງໄດ້ບັນລຸເປົ້າໝາຍການປະດິດສ້າງສອດຄ່ອງກັບຄໍາທີ່ວ່າ: “ຄວາມໄວ ວຽງຈັນໃຕ້ ” ແລະ ໃນວັນທີ 1 ເດືອນມິຖຸນາ 2021 ໄດ້ສໍາເລັດການກໍ່ສ້າງພື້ນຖານໂຄງລ່າງຂົວໃຫຍ່ພິເສດໂພນທອງ, ຮອດໃນວັນທີ 5 ກໍລະກົດ ໄດ້ສໍາເລັດຢ່າງສົມບູນແບບທາງດ້ານວຽກງານກໍ່ສ້າງຂົວໃຫຍ່ພິເສດໂພນທອງ ແລະ ມາເຖິງ ວັນທີ 18 ກັນຍາ 2021 ໄດ້ສໍາເລັດການກວດກາຮັບຮອງມາດຕະຖານການກໍ່ສ້າງດ້ວຍຮູບແບບຄົງທີ.
ມາຮອດປັດຈຸບັນ, ວຽກງານກໍ່ສ້າງທັງໝົດຂອງຂົວໃຫຍ່ພິເສດໂພນທອງ ແມ່ນໄດ້ບັນລຸຕາມເປົ້າໝາຍທີ່ວາງໄວ້, ເຊິ່ງໄດ້ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການປະຕິບັດການກໍ່ສ້າງ ໄລຍະແຕ່ນະຄອນຫລວງວຽງຈັນ ຫາວຽງຈັນໃຕ້, ສາມາດບັນລຸເປົ້າໝາຍການເປີດທາງລົດໄຟລາວ-ຈີນ ໄດ້ທັນຕາມກຳນົດເວລາ.

