ດຣ ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາະລະນະສຸກ ຖະແຫລງຂ່າວ ປະຈໍາວັນທີ 22 ສິງຫາ 2021 ໂດຍໄດ້ຢືນຢັນວ່າ: ຂ່າວກ່ຽວກັບມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ນະຄອນຫຼວງ ວຽງຈັນ ຈໍານວນ 20 ຄົນ ຍ້ອນໄປສໍາຜັດໃກ້ສິດກັບຄົນຈີນຢູ່ຕະຫຼາດຊັງຈຽງທີ່ຕິດເຊື້ອພະຍາດດັ່ງກ່າວອອກຜ່ານສື່ອອນລາຍແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ.
ທ່ານກ່າວວ່າ: ຄະນະສະເພາະກິດທີ່ກ່ຽວຂ້ອງ ໄດ້ລົງເກັບຕົວຢ່າງ 140 ຄົນທີ່ຖືວ່າເປັນຜູ້ສໍາຜັດໃກ້ຊິດ, ໃນນີ້ 20 ຄົນທີ່ເປັນຂ່າວກໍ່ນອນຢູ່ໃນ 140 ຄົນ ເຊິ່ງທັງໝົດໄດ້ເກັບຕົວຢ່າງ, ຜົນອອກມາເປັນລົບ( ບໍ່ຕິດເຊື້ອ) . ດັ່ງ ນັ້ນ, ຂໍ້ມູນຕ່າງໆ ທີ່ເຜີຍແຜ່ອອກໄປບໍ່ແມ່ນຄວາມຈິງແຕ່ຢ່າງໃດ ແລະ ຜູ້ທີ່ເຜີຍແຜ່ ແມ່ນມີຄວາມຜິດທາງດ້ານກົດໝາຍ. ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງກໍາລັງຕິດຕາມກຸ່ມຄົນທີ່ເຜີຍແຜ່ຂ່າວດັ່ງກ່າວເພື່ອມາຮັບໂທດຕາມລະບຽບກົດໝາຍ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ຄໍາກອງ ກິດຕິຄຸນ