ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສປປ ລາວ ມີແຜນນໍາໃຊ້ຢາພື້ນເມືອງເຂົ້າໃນການປ້ອງ ກັນ ແລະປີ່ນ ປົວພະຍາດໂຄວິດ-19 ພາຍຫລັງຜົນການຄົ້ນຄ້ວາສາມາດຢັບຢັ້ງເຊື້ອພະຍາດໄດ້ດີສົມຄວນ ແນໃສ່ສ້າງຄວາມເຂັ້ມແຂງໃນການບໍລິການດ້ານສາທາລະນະສຸກຂອງລາວໃຫ້ດີຂື້ນໃນຕໍ່ໜ້າ.
ໃນໂອກາດຊີ້ແຈງກ່ຽວກັບມາດຕະການປ້ອງກັນ, ຄວບ ຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 9 ສິງຫານີ້ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ຊີ້ໃຫ້ເຫັນວ່າ: ຈາກການຄົ້ນຄ້ວາຂອງສະຖາບັນການແພດ ແລະຢາພື້ນເມືອງ ຂອງລາວລວມທັງຜົນການສຶກສາຂອງສາກົນ ກ່ຽວກັບພືດເປັນຢາ 3 ຊະນິດຄື: ລາຊາບີ, ຜັກຄາວທອງ ແລະກະຊາຍຂາວ ມີຂໍ້ມູນ ແລະຫລັກຖານການຄົ້ນຄ້ວາທີ່ສອດຄ່ອງກັນວ່າສາມາດນໍາໃຊ້ເຂົ້າໃນການປ້ອງກັນ, ປີ່ນປົວ ແລະຢັບຢັ້ງເຊື້ອພະຍາດໂຄວິດ-19 ໄດ້ດີສົມຄວນ, ເຊີ່ງປັດຈຸ ບັນ ກະຊວງສາທາລະນະສຸກ ໄດ້ສັ່ງຊື້ຈາກສະຖາບັນດັ່ງກ່າວເພື່ອນໍາໄປແຈກຢາບໃຫ້ບັນດາແຂວງໃນທົ່ວປະເທດເພື່ອນໍາໃຊ້ເຂົ້າໃນການປ້ອງກັນ ແລະປີ່ນປົວພະຍາດໂຄວິດ-19 ໄປຄຽງກັບການປິ່ນປົວຜູ້ຕິດເຊື້ອຕາມອາການຂອງຄົນເຈັບທີ່ເຄີຍປະຕິບັດໄລຍະຜ່ານມາ.
ລັດຖະມົນຕີກະຊວງສາທາລະນະສຸກ ຢັ້ງຢືນຕື່ມວ່າ: ຢາພື້ນເມືອງ 3 ຊະນິດຄື: ລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ ເປັນຢາທີ່ສາມາດສ້າງພູມຄຸ້ມກັນໃຫ້ຮ່າງກາຍໄດ້ ແຕ່ຢາເຫລົ່ານີ້ບໍ່ຄວນກິນເກີນ 7 ມື້ ຖ້າກໍລະນີຢາກກິນຕໍ່ຕ້ອງໄດ້ພັກ 3 ມື້ກ່ອນ ຫລືອາດປະຕິບັດຕາມຄຳແນະນໍາຂອງແພດໝໍຈີ່ງມີປະສິດທິຜົນດີທີ່ສຸດ.
ທີ່ມາ: ສື່ເພື່ອສັງຄົມ All in All