( 7/5/2021 ) ອີງຕາມຂ່າວສານຊິນຮວາຂອງຈີນລາຍງານວ່າ :
ອົງການອະນາໄມໂລກໄດ້ຮັບຮອງວັກຊິນ ຊະນິດ ຊີໂນຟາມ ທີ່ຜະລິດໂດຍປະເທດຈີນເພື່ອໃຊ້ໃນກໍລະນີສຸກເສີນແລ້ວໃນວັນທີ 6 ພຶດສະພານີ້. ການຮັບຮອງເທື່ອນີ້ມີຜົນດີຕໍ່ການພັດທະນາວັກຊິນຕ້ານໂຄວິດ 19 ຂອງໂລກ ແລະຈະເປັນຜົນດີຕໍ່ປະເທດພວມພັດທະນາທີ່ຈະເຂົ້າເຖິງວັກຊິນໄດ້ດີຂຶ້ນ. ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກກ່າວວ່າ : ຊີໂນຟາມຂອງຈີນໄດ້ກາຍເປັນວັກຊິນຊະນິດທີ 6 ທີ່ອົງການອະນາໄມໂລກຮັບຮອງວ່າປອດໄພແລະມີປະສິດທິພາບດີ ແລະຈະຊ່ອຍໃຫ້ໂຄງການໂຄແວັກຂອງອົງການອະນາໄມໂລກສາມາດຊື້ວັກຊິນເພື່ອແຈກຢາຍໃຫ້ປະເທດພວມພັດທະນາໄດ້ຫລາຍຂຶ້ນ.
ວັກຊິນ ຊີໂນຟາມຂອງຈີນແມ່ນວັກຊິນທີ່ສາມາດໃຊ້ສັກເພື່ອປ້ອງກັນໂຄວິດ 19 ໃຫ້ຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ແລະສັກຫ່າງກັນລະຫວ່າງເຂັມທີ 1 ແລະ ເຂັມທີ 2 ປະມານ 3 ຫາ 4 ອາທິດ. ວັກຊິນຊະນິດນີ້ໄດ້ໃຊ້ສັກຢູ່ໃນ 45 ປະເທດແລ້ວຫລາຍກວ່າ 65 ລ້ານໂດສ ໃນນັ້ນລວມທັງປະເທດລາວທີ່ໄດ້ຮັບການຊ່ອຍເຫຼືອຈາກຈີນ 3 ຊຸດ ຈຳນວນ 1 ລ້ານກວ່າໂດສ.
ແປແລະຮຽບຮຽງໂດຍ : ສັງຂານ ຈູມຄຳພັນ, ບັນນາທິການຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ