ຈາກຂໍ້ມູນທີ່ສື່ສັງຄົມອອນລາຍມີຊື່ວ່າ: ເພັດນ້ອຍ ໜໍ່ພູໄທ ໄດ້ນຳເອົາຮູບພາບ ແລະ ຄຣິບສຽງປະກອບເຂົ້າ ເປັນເນື້ອໃນຂ່າວວ່າ: ປະຊາຊົນຊາວເມືອງໂຂງ ໄປຮັບການສັກວັກຊີນປ້ອງກັນພະຍາດໂຄວິດ -19 ເສຍຄ່າບໍລິການ ຖ້າເປັນປະຊາຊົນແມ່ນເສຍຄົນລະ 600.000 ກີບ ແລະ ຖ້າເປັນພະນັກງານລັດເສຍຄົນລະ 50.000 ກີບ ໄດ້ແຜ່ອອກໄປກໍເຮັດໃຫ້ປະຊາຊົນທີ່ບໍ່ຮູ້ຫຼົງເຊື່ອ ແລະ ຄິດວ່າແມ່ນຄວາມຈິງ. ດັ່ງນັ້ນ ຄະນະສະເພາະກິດສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19 ເມືອງໂຂງ ຈຶ່ງໄດ້ເຮັດບົດລາຍງານ ເລກທີ 017/ຈມຂ, ລົງວັນທີ 7 ພຶດສະພາ 2021 ເລື່ອງ: ການເຄື່ອນໄຫວວຽກງານສັກຢາວັກຊີນປ້ອງກັນພະຍາດໂຄວິດ -19.
ກ່ຽວກັບການບໍລິການເຄື່ອນໄຫວສັກວັກຊີນປ້ອງກັນພະຍາດໂຄວິດ-19 ພາຍໃນເມືອງໂຂງ ເຊິ່ງທາງພະແນກສາທາລະນະສຸກແຂວງຈຳປາສັກ ໄດ້ລົງສົມທົບກັບຫ້ອງການສາທາລະນະສຸກເມືອງ ໂດຍມີການຈັດຕັ້ງຈຸດສັກຢາຢູ່ໂຮງໝໍເມືອງ; ໃນນັ້ນ ໄດ້ໃຊ້ທິມງານແພດເຄື່ອນທີ່ໄປບ່ອນຊຸມຊົນ 1 ທີມເປັນຕົ້ນ: ຈຸດໂຮງໝໍນ້ອຍນາກະສັງ, ໂຮງໝໍນ້ອຍຂີ້ນາກ, ໂຮງໝໍນ້ອຍໂພນສະອາດ ແລະ ຈຸດຕະຫຼາດເມືອງແສນ ຊຶ່ງການສັກຢາດັ່ງກ່າວແມ່ນບໍລິການຟຣີໃຫ້ກັບປະຊາຊົນ. ສຳລັບການເກັບເງິນຄ່າບໍລິການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ນຳປະຊາຊົນຊາວເມືອງໂຂງ ແມ່ນບໍມີມູນຄວາມຈິງຕາມທີ່ສື່ສັງຄົມອອນລາຍໄດ້ກ່າວ ເພາະວ່າສະຖານທີ່ສັກຢາ, ແພດ ແລະ ຜູ້ທີ່ສັກວັກຊີນໃນຄຣິບດັ່ງກ່າວບໍ່ແມ່ນສະຖານທີ່ຂອງເມືອງ, ແພດ ແລະ ບຸກຄົນທີ່ມາຮັບວັກຊີນກໍບໍ່ແມ່ນຢູ່ບັນດາຈຸດຮັບບໍລິການສັກວັກຊີນຂອງເມືອງໂຂງ.
ຂໍ້ມູນທີ່ລົງທາງສື່ສັງຄົມອອນລາຍນີ້ ເປັນການສ້າງຄວາມປັ່ນປວນ ແລະ ໃສ່ຮ້າຍປ້າຍສີ. ສະນັ້ນ ຄະນະສະເພາະກິດສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19 ເມືອງໂຂງ ຈຶ່ງຂໍຢັ້ງຢືນອີກຄັ້ງຂ່າວດັ່ງກ່າວ ເປັນພຽງ (ຂ່າວປອມ) ບໍ່ມີມູນຄວາມຈິງ.
ຂ່າວໂດຍ: ພຸດທະສິນ ວົງວິໄລທອງ
Loading...