ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ຢູ່ສໍານັກງານນາຍົກລັດຖະມົນຕີ ໃນວັນທີ 20 ກໍລະກົດ 2021. ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຈົ່ງຮັບເອົາຂໍ້ມູນຂ່າວສານຢ່າງມີສະຕິ,ໃຫ້ເອົາໃຈໃສ່ ຕິດຕາມຂ່າວສານຈາກທາງການ.
ທ່ານກ່າວຢໍ້າວ່າ: ອັນໃດບໍ່ເຂົ້າໃຈ ຫຼືອັນໃດຍັງມີຄວາມລະແວງສົງ ໄສ ບໍ່ຈະແຈ້ງ ແມ່ນໃຫ້ສອບຖາມໂດຍກົງກັບເຈົ້າໜ້າທີ່ ທີ່ຮັບຜິດຊອບ, ບໍ່ໃຫ້ຫຼົງເຊື່ອນຳຂ່າວລື, ຂ່າວບິດເບືອນ ທີ່ຈະສ້າງຄວາມແຕກຕື່ນວຸ້ນວາຍສັບ ສົນ ໃນສັງຄົມແລະ ເປັນຊ່ອງວ່າງ ສ້າງຄວາມແຕກແຍກຄວາມສາມັກຄີພາຍໃນປະເທດ.
Loading...