ລົດໄຟ EMU ຂະບວນທີ 3 ຊັ້ນທຸລະກິດ ຫຼື ຊັ້ນ Business Class ແມ່ນຕູ້ລົດໄຟທີ່ໄດ້ຮັບການປັບປຸງໃໝ່ຫຼ້າສຸດ ຂອງລົດໄຟລາວ-ຈີນ, ຕາມການລາຍງານໃຫ້ຮູ້ວ່າຫຼັງຈາກທຳການປັບປຸງ ແລະ ຕິດຕັ້ງຢູ່ຈີນແລ້ວ, ລົດໄຟ EMU ຂະບວນທີ 3 ໄດ້ເດີນທາງຈາກນະຄອນຄຸນໝິງ ມາລາວໃນວັນທີ 6 ເມສາ ແລະ ຈະມາຮອດນະຄອນຫຼວງວຽງຈັນໃນໄວໆນີ້.
ສະນັ້ນ, ພວກເຮົາມາທຳຄວາມຮູ້ຈັກກັບຕູ້ລົດໄຟຊັ້ນ Business Class ຂອງລົດໄຟ EMU ຂະບວນນີ້ກັນວ່າມີການປັບປຸງເພີ່ມເຕີມຫຍັງແດ່.
1. ອັບເກຣດຕູ້ທີ 8 ຈາກບ່ອນນັ່ງຊັ້ນ 1 ມາເປັນບ່ອນນັ່ງຊັ້ນທຸລະກິດ ຫຼື ຊັ້ນ Business Class;
2. ອັບເກຣດຕູ້ທີ 1 ແລະ ຕູ້ທີ 7 ຈາກຕູ້ບ່ອນນັ່ງຊັ້ນ 2 ມາເປັນຕູ້ບ່ອນນັ່ງຊັ້ນ 1;
3. ຕັ່ງນັ່ງຕູ້ Business Class ນຳໃຊ້ຕັ່ງນັ່ງແບບດຽວກັນກັບຕູ້ Business Classຂອງລົດໄຟຂະບວນ ຟູ້ຊິງ(‘FUXING’ແປວ່າຄືນສູ່ຄວາມຈະເລີນ)CR400AF ສປ ຈີນ ແລະ ປັບຈາກ56 ບ່ອນນັ່ງ ມາເປັນ 18 ບ່ອນນັ່ງ, ໃນນັ້ນບ່ອນນັ່ງຄູ່ 6 ຊຸດ ແລະ ບ່ອນນັ່ງດ່ຽວ 6 ຊຸດ, ດັ່ງໃນຮູບລຸ່ມນີ້:
4. ຄວາມບັນຈຸ, ຂະໜາດ ແລະ ຄວາມກວ້າງຂອງບ່ອນນັ່ງ ກ່ອນ ແລະ ຫຼັງປັບປຸງໃຫມ່;
5. ເພີ່ມຊຸດປັກສຽບມາດຕະຖານລາວຢູ່ບ່ອນວາງແຂນຂອງຕັ່ງນັ່ງ, ຈາກແຕ່ກ່ອນມີພຽງ 1 ຊຸດ ແລະ ເປັນມາດຕະຖານຈີນ;
6. ສາມາດໝູນຕັ່ງນັ່ງໄດ້±180°, ພ້ອມທັງມີຟັງຊັ່ນທີ່ເປັນປະໂຫຍດຕ່າງໆເຊັ່ນ: ປັກສຽບ, ໄຟອ່ານໜັງສື, ໂຕະວາງສິ່ງຂອງຂະໜາດນ້ອຍ ແລະ ອົງປະກອບອຳນວຍຄວາມສະດວກອື່ນໆ.
7. ຕັ່ງທຸກໜ່ວຍສາມາດປັບໃຫ້ເປັນຕັ່ງນອນໄດ້ແລະ ຍັງສາມາດປັບໄດ້ຫຼາຍລະດັບລະຫວ່າງຕັ່ງນັ່ງ ຫຼື ນອນ ຕາມຄວາມສະດວກໃຈ.
ນອກນີ້ຍັງມີຈຸດອື່ນໆທີ່ໄດ້ປັບປຸງບໍ່ວ່າຈະເປັນການປ່ຽນພື້ນໃຫມ່, ການປ່ຽນຝາຜະໜັງ, ການຈັດລຽງຊັ້ນວາງກະເປົາໃຫມ່, ການປັບແສງໄຟພາຍໃນ, ລະບົບທຳຄວາມຮ້ອນ ແລະ ຈຸດອື່ນໆທີ່ໄດ້ມີການປັບປຸງໃຫມ່ໝົດເພື່ອໃຫ້ສອດຄ່ອງກັບໂຄງສ້າງຕູ້ລົດໄຟຊັ້ນ Business Class ຂອງລົດໄຟEMU.
ບ່ອນນັ່ງຜູ້ໂດຍສານຊັ້ນ Business Class ຂອງລົດໄຟ EMU ຂະບວນທີ 3 ແມ່ນ ເໝາະສຳລັບຜູ້ໂດຍສານທີ່ມີເງື່ອນໄຂ ແລະ ຕ້ອງການຄວາມພິເສດໃນການເດີນທາງ ດ້ວຍການຂະຫຍາຍບ່ອນນັ່ງໃຫ້ກວ້າງຂຶ້ນ, ມີຕັ່ງທີ່ສາມາດປັບໄດ້ຫຼາຍລະດັບ, ການຕົກແຕ່ງທີ່ພາຍໃນທີ່ມີລະດັບ ແລະ ການເພີ່ມຟັ່ງຊັ່ນຕ່າງໆເພື່ອອໍານວຍຄວາມສະດວກສະບາຍໃຫ້ແກ່ຜູ້ໂດຍສານ ພ້ອມການບໍລິການທີ່ດີເລີດ.
ສຳລັບລາຄາປີ້ຜູ້ໂດຍສານຊັ້ນ Business Class ຂອງລົດໄຟ EMU ຂະບວນທີ 3 ແມ່ນໄດ້ກຳນົດຕາມສະພາບທ້ອງຕະຫຼາດ, ນອກຈາກນີ້ໃນອານາຄົດຄາດຄະເນວ່າກໍຈະໄດ້ມີການປັບປຸງລາຄາປີ້ລົດໄຟຂະບວນອື່ນໆອາທິ ລົດໄຟ EMU ທີ່ກຳລັງນຳໃຊ້ກັນຢູ່ ແລະ ລາຄາປີ້ລົດໄຟຕຽງນອນ (Soft Sleeper) ຂອງລົດໄຟທົ່ວໄປທີ່ຈະໃຫ້ບໍລິການໃນໄວໆນີ້ເຊັ່ນດຽວກັນ ເພື່ອຮັກສາສະພາບຄ່ອງດ້ານເສດຖະກິດຂອງບໍລິສັດ ແລະ ການບໍລິຫານດຳເນີນການຂອງລົດໄຟລາວ-ຈີນ ຕາມສະພາບທ້ອງຕະຫຼາດ ແລະ ສະພາວະເສດຖະກິດໂລກທີ່ມີການຜັນແປໃນປະຈຸບັນ.


