ໃນໄລຍະຈັດງານກິລາໂອລິມປິກລະດູໜາວປັກກິ່ງ, ສັດນຳໂຊກ “ປີ່ງຕຸ່ນຕຸ່ນ” ທີ່ເປັນຮູບໝີແພນດາ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ. ຢູ່ທົ່ວປະເທດຈີນໄດ້ເກີດມີ “ກະແສນິຍົມປີ່ງຕຸ່ນຕຸ່ນ” ເຊິ່ງຮ້ານຂາຍເຄື່ອງທີ່ລະນຶກໂອລິມປິກລະດູໜາວປັກກິ່ງທາງອອນລາຍໄດ້ຂາຍໝົດກ້ຽງໃນທັນທີໃນຂະນະທີ່ເປີດຂາຍລ່ວງໜ້າ, ສ່ວນຮ້ານທາງອັອຟລາຍ ກໍຍິ່ງຂາຍໄດ້ດີຈົນຕ້ອງລຽນແຖວໄປຊື້. ເປັນຫຍັງສັດນຳໂຊກ “ປີ່ງຕຸ່ນຕຸ່ນ” ຈຶ່ງໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?
ການຊອກຊື້ “ປີ່ງຕຸ່ນຕຸ່ນ” ໄດ້ຍາກ ເປັນການສ່ອງແສງໃຫ້ເຫັນວ່າ: ອຸດສາຫະກຳກິລາຫິມະ ແລະນ້ຳກ້ອນໄດ້ຮັບການພັດທະນາຢ່າງຫຼວງຫຼາຍ. ສັດນຳໂຊກ “ປີ່ງຕຸ່ນຕຸ່ນ” ມີຮູບຊົງທີ່ສະກົດສາຍຕາ ແລະມີລັກສະນະການອອກແບບຄ້າຍຄືນັກບິນອະວະກາດ ທີ່ເຮັດໃຫ້ຄົນທັງຫຼາຍເຫັນແລ້ວຢາກໄດ້ໂລດ. ເທື່ອນີ້ກໍເປັນຄັ້ງທຳອິດທີ່ປະເທດຈີນເປັນປະເທດເຈົ້າພາບຈັດງານກິລາໂອລິມປິກລະດູໜາວ, ຄົນທັງຫຼາຍພາກັນໄປຊື້ສັດນຳໂຊກສຳລັບງານກິລາຄັ້ງນີ້ ເພື່ອເກັບໄວ້ເປັນຂອງທີ່ລະນຶກ ເຊິ່ງເປັນເລື່ອງທີ່ສົມເຫດສົມຜົນ. ນອກນີ້, ຈີນກໍຍັງໄດ້ບັນລຸເປົ້າໝາຍທີ່ເຮັດໃຫ້ “ປະຊາກອນ 300 ລ້ານຄົນເຂົ້າຮ່ວມກິລາຫິມະ ແລະນ້ຳກ້ອນ” ສຳເລັດ ໄດ້ເຮັດໃຫ້ຜູ້ນິຍົມກິລາຫິມະ ແລະນ້ຳກ້ອນເພີ່ມຂຶ້ນຫຼາຍກວ່າເກົ່າ. ການຊອກຊື້ສັດນຳໂຊກ “ປີ່ງຕຸ່ນຕຸ່ນ” ໄດ້ຍາກ ກໍເປັນການສ່ອງແສງໃຫ້ເຫັນວ່າ: ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຮັບຄວາມສົນໃຈທີ່ສຸດ ແລະການຈັດຕັ້ງປະຕິບັດແຜນການ“ປະຊາກອນ 300 ລ້ານຄົນເຂົ້າຮ່ວມກິລາຫິມະ ແລະນ້ຳກ້ອນ” ໄດ້ຮັບຜົນສຳເລັດ.
ເຄື່ອງທີ່ລະນຶກສຳລັບງານກິລາໂອລິມປິກເປັນສິນຄ້າທີ່ຫາຊື້ໄດ້ຍາກມາໂດຍຕະຫຼອດ ແລະໄລຍະຈັດງານກິລາໂອລິມປິກລະດູໜາວປັກກິ່ງກໍແມ່ນໄລຍະບຸນກຸດຈີນ ທີ່ເປັນບຸນປະເພນີທີ່ສຳຄັນທີ່ສຸດສຳລັບຊາວຈີນ, ບັນດາໂຮງງານໄດ້ພັກບຸນກຸດຈີນ, ສະນັ້ນ, ການຜະລິດຈຶ່ງບໍ່ສາມາດຕອບສະໜອງກັບຄວາມຕ້ອງການໄດ້ ເຊິ່ງສາເຫດເຫຼົ່ານີ້ ຕ່າງກໍໄດ້ເຮັດໃຫ້ການຫາຊື້ສັດນຳໂຊກ“ປີ່ງຕຸ່ນຕຸ່ນ” ຍາກກວ່າເກົ່າອີກ.
ພ້ອມດຽວກັນນີ້, ສັດນຳໂຊກ “ປີ່ງຕຸ່ນຕຸ່ນ” ກໍໄດ້ຮັບຄວາມນິຍົມຈາກຄົນຕ່າງປະເທດເຊັ່ນກັນ. ນັກຂ່າວຍີ່ປຸ່ນຄົນໜຶ່ງໄດ້ຊື້ສັດນຳໂຊກ “ປີ່ງຕຸ່ນຕຸ່ນ” ຫຼາຍໂຕຢູ່ຈີນ ແລະນຳໄປໂຄສະນາຢູ່ໃນລາຍການຂອງຕົນຢ່າງຟົດຟື້ນ; ນັກກິລາສະເກັດຄົນໜຶ່ງຈາກປະເທດເຊັກ ຮູ້ສຶກຕື່ນເຕັ້ນດີໃຈເກືອບຈະຮ້ອງໄຫ້ ເມື່ອໄດ້ຮັບຕຸກກະຕາ“ປີ່ງຕຸ່ນຕຸ່ນ”; ສົມເດັດ ອານເບີດ ອາເລັກຊານເດີ ຫລຸຍ ປີແອ ກຣີມັນດີ ຂອງປະເທດໂມນາໂກ ໄດ້ຮັບຮູບປັ້ນ“ປີ່ງຕຸ່ນຕຸ່ນ”ທີ່ເຮັດດ້ວຍແປ້ງໂຕໜຶ່ງແລ້ວ ແຕ່ພະອົງກໍຍັງຮ້ອງຂໍໃຫ້ພະນັກງານເຮັດໃຫ້ພະອົງອີກໂຕໜຶ່ງ ເພື່ອເອົາກັບບ້ານໄປຕ້ອນລູກສອງຄົນຂອງພະອົງ….ທັງໝົດເຫຼົ່ານີ້ ໄດ້ສ່ອງແສງໃຫ້ເຫັນວຽກງານກະກຽມການຈັດງານກິລາໂອລິມປິກລະດູໜາວປັກກິ່ງທີ່ມີຄວາມລະອຽດຮອບຄອບ ແລະໄດ້ສະແດງໃຫ້ເຫັນມູນເຊື້ອວັດທະນະທຳຮັກແຂກແພງຄົນຂອງຊາວຈີນ.
ນອກນີ້, ໃນຖານະທີ່ເປັນຂວັນໃຈຊາວຈີນ, ໝີແພນດາໄດ້ຮັບຄວາມນິຍົມຊົມຊອບຈາກຄົນທັງຫຼາຍ. ສະນັ້ນ, ສັດນຳໂຊກ “ປີ່ງຕຸ່ນຕຸ່ນ” ທີ່ອອກແບບຕາມໝີແພນດາ ຈຶ່ງມີຄວາມໜ້າຮັກພິເສດ. ນອກນີ້, ການອອກແບບຮູບຊົງ “ປີ່ງຕຸ່ນຕຸ່ນ” ຍັງມີລັກສະນະວິທະຍາສາດເຕັກໂນໂລຊີ ແລະລັກສະນະຄວາມລ້ຳສະໄໝ.ສັດນຳໂຊກ“ປີ່ງຕຸ່ນຕຸ່ນ” ມີຮູບຊົງຄ້າຍຄືນັກບິນອະວະກາດ, ສີສັນ ແລະຮູບຊົງທີ່ມີຊີວິດຊີວາ ເປັນສັນຍາລັກຂອງສະໜາມແຂ່ງຂັນກິລາຫິມະ ແລະນ້ຳກ້ອນ ແລະເຕັກນິກວິທະຍາສາດຂັ້ນສູງ 5G. ການອອກແບບທີ່ລະອຽດປານີດ ແລະເຕັມໄປດ້ວຍສີສັນພິເສດຂອງຈີນນັ້ນ ໄດ້ເຮັດໃຫ້ຊາວຕ່າງປະເທດສາມາດສຳຜັດກັບຄວາມອຸດົມສົມບູນຂອງວັດທະນະທຳຈີນ.
ເປັນຫຍັງສັດນຳໂຊກ “ປີ່ງຕຸ່ນຕຸ່ນ” ຈຶ່ງໄດ້ຮັບຄວາມນິຍົມຊົມຊອບຈາກຄົນທັງຫຼາຍ? ທີ່ຈິງແລ້ວ ຄຳຕອບກໍບໍ່ສັບສົນ ຄື: ເຄື່ອງທີ່ສວຍງາມ, ສາຍພົວພັນ, ຄຸນສົມບັດ ແລະຈິດໃຈທີ່ດີງາມ ເປັນສິ່ງທີ່ມວນມະນຸດສະແຫວງຫາຮ່ວມກັນ. ກະແສນິຍົມ“ປີ່ງຕຸ່ນຕຸ່ນ”ບໍ່ພຽງແຕ່ເປັນການບໍລິໂພກດ້ານວັດຖຸເທົ່ານັ້ນ, ຍັງເປັນການບໍລິໂພກດ້ານຈິດໃຈທີ່ມວນມະນຸດ “ສະແຫວງຫາຮ່ວມກັນ”ອີກດ້ວຍ; ງານກິລາໂອລິມປິກບໍ່ພຽງແຕ່ແມ່ນງານກິລາຂອງນັກກິລາ ແລະຄູຝຶກເທົ່ານັ້ນ, ຍັງເປັນງານມະຫາກຳທີ່ມວນມະນຸດທົ່ວໂລກໄດ້ແລກປ່ຽນ ແລະພົວພັນນຳກັນອີກ. ພວກເຮົາສາມາດນຳໃຊ້ໂອກາດດັ່ງກ່າວ, ຖອດຖອນບົດຮຽນເຊິ່ງກັນແລະກັນ ແລະພັດທະນາກ້າວໄປໜ້າຮ່ວມກັນ, ນີ້ກໍຄືຫົວຂໍ້ຫຼັກຂອງຍຸກສະໄໝ ແລະກະແສຂອງໂລກ ກໍເພາະວ່າ ຄວາມຈິງແລ້ວ ພວກເຮົາເປັນ “ປະຊາຄົມຮ່ວມຊາຕາກຳ”ນຳກັນ.




