ເປັນທີ່ຮັບຮູ້ກັນຢ່າງກວ້າງຂວາງແລ້ວວ່າ ໄຕ້ຫວັນແມ່ນສ່ວນໜຶ່ງຂອງປະເທດຈີນມາແຕ່ບູຮານນະການ ເຊິ່ງເປັນຄວາມຈິງຢ່າງຈະແຈ້ງທາງດ້ານປະຫວັດສາດ ແລະ ທາງດ້ານກົດໝາຍ ທີ່ບໍ່ສາມາດປະຕິເສດໄດ້. ປີ 1971 ອົງການສະຫະປະຊາຊາດໄດ້ຮັບຮອງເອົາຍັດຕິສະບັບ 2758 ວ່າດ້ວຍການຟື້ນຟູຖານະທາງດ້ານກົດໝາຍຂອງ ສປ ຈີນ ຢູ່ອົງ ການສະຫະປະຊາ ຊາດ, ຍັດຕິສະບັບດັ່ງກ່າວໄດ້ຮັບຮູ້ຈີນດຽວ ເຊິ່ງໝາຍເຖິງໃນໂລກນີ້ມີພຽງຈີນດຽວ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແມ່ນລັດຖະບານທີ່ຖືກ ຕ້ອງຕາມກົດໝາຍແຕ່ພຽງໜຶ່ງດຽວ, ໄຕ້ຫວັນແມ່ນສ່ວນໜຶ່ງຂອງຈີນ.
ພັກ ແລະ ລັດຖະບານ ຈີນ ຍາມໃດກໍຖືວ່າປະຊາຊົນໄຕ້ຫວັນເປັນພີ່ນ້ອງຮ່ວມຊາດດຽວກັນ ແລະ ໄດ້ປັບປຸງສົ່ງເສີມການພົວພັນ ລະຫວ່າງ ສອງຝັ່ງຊ່ອງແຄບໄຕ້ຫວັນເປັນກ້າວໆມາ, ເຮັດໃຫ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງຝັ່ງນັບມື້ນັບກວ້າງອອກ ແລະ ເປັນຮູບປະທຳ, ການໄປມາຫາສູ່ກັນຂອງປະຊາຊົນສອງຝັ່ງກໍ່ນັບມື້ນັບ ຫຼາຍ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ພີ່ນ້ອງຮ່ວມຊາດສອງຝັ່ງຊ່ອງແຄບໄຕ້ຫວັນ. ເຖິງຢ່າງໃດກໍຕາມ ໃນໄລຍະຫຼັງມານີ້ໄດ້ມີກຸ່ມກ້ອນຈຳນວນໜຶ່ງໄດ້ສ້າງຂະບວນ ການແນໃສ່ແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດຈາກ ສປ ຈີນ ຊຶ່ງເປັນການຂັດກັບຫຼັກການຈີນດຽວກໍ່ຄືເຈດຕະນາລົມຂອງວົງຄະນະຍາດສາກົນ, ສົ່ງຜົນກະທົບຕໍ່ການພົວພັນຮ່ວມມືລະ ຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ, ເຮັດໃຫ້ສະຖາ ນະການຢູ່ຊ່ອງແຄບໄຕ້ຫວັນ ກໍຄືສະຖາ ນະການຢູ່ພາກພື້ນອາຊີຕາເວັນອອກມີຄວາມເຄັ່ງຕຶງ, ອັນຂັດກັບທ່າອ່ຽງລວມຂອງຍຸກສະໄໝທີ່ສະແຫວງຫາສັນຕິພາບ ແລະ ການພັດທະນາ.
ບັນຫາໄຕ້ຫວັນແມ່ນພົວພັນເຖິງຜົນປະໂຫຍດຕົ້ນຕໍທີ່ສຳຄັນທີ່ສຸດຂອງ ສປ ຈີນ, ຫຼັກການຈີນດຽວແມ່ນຫຼັກ ການພື້ນຖານຂອງການພົວພັນສາກົນ ແລະ ເປັນທີ່ຮັບຮູ້ຢູ່ໃນວົງຄະນະຍາດສາກົນ. ລັດຖະບານຈີນຍາມໃດກໍຮຽກຮ້ອງໃຫ້ມີການເຄົາລົບຫຼັກການຈີນດຽວຢ່າງແທ້ຈິງ, ຫຼີກລ້ຽງທຸກຮູບການ ການພົວພັນແບບທາງການກັບໄຕ້ຫວັນ, ແກ້ໄຂບັນຫາທີ່ກ່ຽວພັນເຖິງໄຕ້ຫວັນຢ່າງຮອບຄອບ, ບໍ່ສົ່ງສັນຍານທີ່ຜິດພາດໃດໆໃຫ້ແກ່ອິດທິກຳລັງແບ່ງແຍກໄຕ້ຫວັນເປັນເອກະລາດ, ສົ່ງເສີມການພົວພັນ ລະຫວ່າງ ສອງຝັ່ງຊ່ອງແຄບໄຕ້ຫວັນ ເພື່ອນຳຜົນປະໂຫຍດ ແລະ ຄວາມຜາສຸກມາໃຫ້ປະຊາຊົນສອງຝັ່ງຊ່ອງແຄບໄຕ້ຫວັນ ແລະ ເຮັດທຸກຄວາມສາມາດເພື່ອທ້ອນໂຮມສອງຝັ່ງ ເປັນເອກະພາບໂດຍສັນຕິວິທີ.
ໃນໄລຍະຜ່ານມາ, ປະຊາຄົມໂລກໄດ້ຍຶດໝັ້ນຫຼັກການຈີນດຽວ, ເຂົ້າໃຈ ແລະ ສະໜັບສະໜູນພາລະກິດທ້ອນ ໂຮມປະເທດຂອງປະຊາຊົນຈີນ, ຄັດຄ້ານການແບ່ງແຍກໄຕ້ຫວັນເປັນເອກະລາດ. ສຳລັບ ສປປ ລາວ ແມ່ນປະຕິບັດນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງຕົນໃນການສະໜັບສະໜູນນະໂຍບາຍຈີນດຽວ ແລະ ຖືວ່າໄຕ້ຫວັນເປັນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ ຂອງ ສປ ຈີນ, ຄັດຄ້ານທຸກເຈດຈຳນົງທີ່ມຸ່ງຫວັງສ້າງສະຖານະການເພື່ອສ້າງ “ສອງປະເທດຈີນ” ຫຼື “ໜຶ່ງຈີນ, ໜຶ່ງໄຕ້ຫວັນ”, ພ້ອມທັງສະໜັບສະໜູນນະໂຍບາຍຂອງລັດຖະບານ ສປ ຈີນ ໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ.
ການທ້ອນໂຮມສອງຝັ່ງຊ່ອງແຄບໄຕ້ຫວັນເປັນເອກະພາບໂດຍສັນຕິຕາມທິດ “ປະເທດດຽວສອງລະບອບ” ແມ່ນສອດຄ່ອງກັບຜົນປະໂຫຍດ ແລະ ຄວາມມຸ້ງຫວັງຂອງປະຊາຊົນສອງຝັ່ງຊ່ອງແຄບໄຕ້ຫວັນ, ພາຍຫຼັງປະເທດຊາດໄດ້ຮັບການທ້ອນໂຮມ ຈະສ້າງພື້ນຖານອັນໃໝ່ໃຫ້ແກ່ການພັດທະນາຂອງຈີນ ແລະ ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ສ້າງໂອກາດໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງໄຕ້ຫວັນ, ຈະນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ພີ່ນ້ອງຮ່ວມຊາດໄຕ້ຫວັນຢ່າງມະຫາສານ. ພ້ອມນັ້ນ, ສອງຝັ່ງຊ່ອງແຄບໄຕ້ຫວັນທ້ອນໂຮມເປັນເອກະພາບໂດຍສັນຕິ, ບໍ່ພຽງແຕ່ຈະເປັນຜົນປະໂຫຍດຕໍ່ ສປ ຈີນ ເທົ່ານັ້ນ, ຍັງເປັນຜົນປະໂຫຍດຕໍ່ປະຊາຄົມໂລກເຊັ່ນດຽວກັນ.
(ຄົ້ນຄວ້າຮຽບຮຽງໂດຍ: ໜ່ວຍງານຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ)
