ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເມື່ອຮອດຍາມລະດູໜາວ, ປະຊາຊົນທີ່ດຳລົງຊີວິດຢູ່ພາກເໜືອຂອງຈີນມັກເຮັດຮູບແກະສະຫຼັກນ້ຳກ້ອນດ້ວຍສີໄມ້ລາຍມືທີ່ປານີດສວຍງາມເພື່ອປະດັບປະດາຢູ່ຕາມສວນສາທາລະນະແລະຖະໜົນຫົນທາງຕ່າງໆເຊິ່ງໄດ້ສ້າງບັນຍາກາດລະດູໜາວໃນຍາມລາຕີທີ່ໂຣແມັນຕິກແລະມີສະເໜ່ໃຫ້ກັບຕົວເມືອງ.
ພາກຕາເວັນອອກສຽງເໜືອຂອງຈີນເປັນບ່ອນພັດທະນາສິລະປະແກະສະຫຼັກນ້ຳກ້ອນໄດ້ດີທີ່ສຸດຢູ່ປະເທດຈີນ. ໃນນັ້ນ, ງານວາງສະແດງຮູບແກະສະຫຼັກນ້ຳກ້ອນແມ່ນມີຊື່ສຽງໂດ່ງດັງທີ່ສຸດ. ແຕ່ລະປີມີນັກທ່ອງທ່ຽວຈຳນວນຫຼວງຫຼາຍໄປທ່ຽວຊົມງານວາງສະແດງດັ່ງກ່າວແລະຂະໜາດຂອງງານວາງສະແດງກໍໄດ້ຂະຫຍາຍກວ້າງອອກຢ່າງບໍ່ຢຸດຢັ້ງ. ເນື່ອງໃນໂອກາດທີ່ງານກິລາໂອລິມປິກລະດູໜາວປັກກິ່ງໃກ້ຈະຈັດຂຶ້ນ, ຮູບແກະສະຫຼັກນ້ຳກ້ອນກ່ຽວກັບງານກິລາດັ່ງກ່າວກໍໄດ້ກາຍເປັນສ່ວນປະກອບທີ່ສຳຄັນຂອງງານວາງສະແດງຮູບແກະສະຫຼັກນ້ຳກ້ອນໃນປີນີ້.
May be an image of 1 person and outdoors
May be an image of 1 person and outdoors