ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 1 ກໍລະກົດ 2023, ສປ ຈີນ ໄດ້ປະກາດນໍາໃຊ້ກົດໝາຍພົວພັນຕ່າງປະເທດຢ່າງເປັນທາງການ, ກົດ ຫມາຍສະບັບດັ່ງກ່າວມີທັງຫມົດ 6 ໝວດ, 45 ມາດຕາ ທີ່ໄດ້ຍົກໃຫ້ເຫັນສະພາບລວມ, ສິດໜ້າທີ່, ເປົ້າຫມາຍ ແລະ ລະບົບການພົວພັນຕ່າງປະເທດຂອງ ສປ ຈີນ. ກົດໝາຍສະບັບດັ່ງກ່າວໄດ້ຖືກສ້າງຂຶ້ນ ແລະ ປະກາດນໍາໃຊ້ໃນໄລຍະທີ່ສະພາບການຂອງໂລກ ແລະ ພາກພື້ນ ສືບຕໍ່ຜັນແປໄປຢ່າງສັບສົນ ແລະ ໄວວາ ທີ່ໄດ້ສ້າງກາລະໂອກາດ ແລະ ສິ່ງທ້າທາຍຫລາຍຢ່າງໃຫ້ແກ່ການເຄື່ອນໄຫວຕ່າງປະເທດຂອງ ສປ ຈີນ. ຄຽງຄູ່ກັນນັ້ນ, ຍັງເປັນໄລ ຍະທີ່ເສດຖະກິດ-ສັງຄົມຂອງ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ບົດບາດ ແລະ ຜົນປະໂຫຍດຂອງ ສປ ຈີນຢູ່ຕ່າງປະເທດນັບມື້ນັບສູງ. ສະນັ້ນ, ກົດໝາຍສະບັບດັ່ງກ່າວແມ່ນມີຄວາມຫມາຍສໍາຄັນຢ່າງເລິກເຊີ່ງຕໍ່ພາຍໃນ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ຂອງ ສປ ຈີນ.
ກົດຫມາຍພົວພັນຕ່າງປະເທດຂອງ ສປ ຈີນ ແມ່ນຫມາກຜົນອັນສຳຄັນໃນການຈັດຕັ້ງປະຕິບັດແນວຄິດຕ່າງປະເທດຂອງປະທານ ສີ ຈິ້ນຜິງ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ປະ ທານ ສີ ຈິ້ນຜິງ ໄດ້ກໍາແໜ້ນທ່າຂະຫຍາຍຕົວຂອງສະພາບການພາຍໃນ ແລະ ພາຍນອກ ແລະ ໄດ້ຄົ້ນຄິດທິດສະດີເພື່ອເປັນບ່ອນອີງໃຫ້ແກ່ການວາງຍຸດທະສາດ ແລະ ແນວທາງການຕ່າງປະເທດ ຈຶ່ງກາຍມາເປັນແນວຄິດການຕ່າງປະເທດ ສີ ຈິ້ນຜິງ. ແນວຄິດການຕ່າງປະເທດ ສີ ຈິ້ນຜິງ ເກີດມາຈາກການສົມທົບກັນຢ່າງກົມກຽວ ແລະ ວິທະຍາສາດ ລະຫວ່າງ ຫລັກມູນພື້ນຖານຂອງທິດສະດີມາກ ແລະ ບົດຮຽນຕົວຈິງຂອງການທູດຕາມສີສັນສະ ເພາະຂອງຈີນ, ເປັນການສືບທອດມູນເຊື້ອທາງດ້ານທິດສະດີການຕ່າງປະເທດຂອງ ສປ ຈີນ, ແນວຄິດການຕ່າງ ປະເທດ ສີ ຈິ້ນຜິງ ໄດ້ກາຍມາເປັນບ່ອນອີງທາງດ້ານທິດສະດີ ແລະ ພຶດຕິກໍາອັນສໍາຄັນໃນການພົວພັນຮ່ວມມືກັບຕ່າງປະເທດຂອງ ສປ ຈີນ, ກົດຫມາຍພົວພັນຕ່າງປະເທດຂອງ ສປ ຈີນ ແມ່ນມາດຕະການສໍາຄັນໃນການຈັດຕັ້ງປະຕິບັດແນວຄິດການຕ່າງປະເທດ ສີ ຈິ້ນຜິງ ໃຫ້ເປັນຮູບປະທຳ.
ເປັນບາດກ້າວທີ່ສຳຄັນ ໃນການເພີ້ມທະວີບົດບາດການນຳພາຂອງພັກກອມມູນິດຈີນຢູ່ໃນວຽກງານຕ່າງ ປະເທດ. ການນຳພາຂອງພັກກອມມູນນິດຈີນໃນທຸກຂົງເຂດວຽກງານ ແມ່ນຈຸດພິເສດພື້ນຖານຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ເຊີ່ງແມ່ນປັດໃຈສຳຄັນຕັດສິນຜົນສໍາເລັດໃນພາລະກິດປະຕິວັດຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ກົດຫມາຍດັ່ງກ່າວໄດ້ລະບຸຢ່າງຈະ ແຈ້ງຢູ່ໃນໝວດທີໜຶ່ງ, ມາດຕາທີ 5 ກ່ຽວກັບຢຶດໝັ້ນບົດບາດການນໍາພາແບບລວມສູນຂອງພັກກອມມູນນິດຈີນໃນວຽກງານຕ່າງປະເທດ, ເຊິ່ງຈະເຮັດໃຫ້ບົດບາດການນໍາພາຂອງພັກຢູ່ໃນຂະແໜງການຕ່າງປະເທດໄດ້ຮັບການເຊີດຊູ, ເປັນສິ່ງຄໍ້າປະກັນຜົນສຳເລັດ ແລະ ປະສິດທິພາບຂອງການເຄື່ອນໄຫວວຽກງານຕ່າງປະເທດຂອງ ສປ ຈີນ.
ກົດຫມາຍສະບັບດັ່ງກ່າວຈະເຮັດໃຫ້ການປະສານສົມທົບ ລະຫວ່າງ ກົນໄກຕ່າງໆທັງພາຍໃນ ແລະ ຕ່າງ ປະເທດຂອງ ສປ ຈີນ ມີຄວາມກົມກຽວ ແລະ ມີປະສິດທິພາບສູງກວ່າເກົ່າ. ວຽກງານຕ່າງປະເທດເປັນວຽກງານໜຶ່ງທີ່ພົວພັນໂດຍກົງຕໍ່ຜົນປະໂຫຍາດຂອງຊາດ ແລະ ຂອງປະຊາຊົນທີ່ຢູ່ພາຍໃນ ແລະ ຕ່າງປະເທດ, ເຊິ່ງຮຽກ ຮ້ອງໃຫ້ທຸກພາກສ່ວນຕ້ອງມີການປະສານສົມທົບກັນຢ່າງກົມກຽວ, ວ່ອງໄວ ແລະ ເຄື່ອນໄຫວໄປລວງດຽວກັນຢ່າງມີປະສິດທິພາບສູງ. ກົດຫມາຍສະບັບດັ່ງກ່າວໄດ້ກໍານົດຢ່າງຈະແຈ້ງກ່ຽວກັບພາລະບົດບາດໃນການເຄື່ອນ ໄຫວຕ່າງປະເທດຂອງການນໍາຂັ້ນສູງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖີ່ນ ລວມທັງສຳນັກ ງານການທູດຂອງ ສປ ຈີນ ຢູ່ຕ່າງປະເທດ. ພ້ອມນັ້ນ, ຍັງໄດ້ກໍານົດໜ້າທີ່ຂອງທຸກພາກສ່ວນ ແລະ ປະຊາຊົນຈີນ ໃນການຮັກສາອະທິປະໄຕ, ຄວາມໝັ້ນຄົງ, ກຽດສັກສີ ແລະ ຜົນປະໂຫຍດຂອງຊາດ, ພາກສ່ວນໃດ ຫລື ບຸກຄົນໃດທີ່ມີຜົນງານພົ້ນເດັ່ນ ໃນການສົ່ງເສີມການຮ່ວມມືແລກປ່ຽນກັບພາຍນອກແມ່ນຈະໄດ້ຮັບການຍ້ອງຍໍໃນຮູບແບບຕ່າງໆ, ກົງກັນຂ້າມຖ້າອົງການໃດຫລືບຸກຄົນໃດ ທີ່ເຄື່ອນໄຫວທຳລາຍຜົນປະໂຫຍດຂອງຊາດແມ່ນຈະໄດ້ຖືກປະຕິບັດທາງດ້ານກົດຫມາຍ.
ກົດຫມາຍສະບັບດັ່ງກ່າວ ໄດ້ກາຍເປັນບ່ອນອີງທີ່ສໍາຄັນໃນການເຄື່ອນໄຫວການທູດປ້ອງກັນເຫດຂອງ ສປ ຈີນ. ປັດຈຸບັນ, ເປັນໄລຍະທີ່ການເຄື່ອນໄຫວການທູດຂອງ ສປ ຈີນ ມີຄວາມທ້າທາຍຫລາຍທີ່ສຸດຍ້ອນສະ ພາບການຂອງພາກພື້ນ ແລະ ສາກົນສືບຕໍ່ມີການຫັນປ່ຽນໄປຢ່າງສັບສົນ, ການຈຳກັດ ແລະ ປິດລ້ອມ ສປ ຈີນ ນັບມື້ນັບຫລາຍຂຶ້ນ. ກົດຫມາຍສະບັບດັ່ງກ່າວໄດ້ກາຍເປັນບ່ອນອີງໃນການໃຊ້ມາດຕະການເພື່ອຮັບມື ແລະ ແກ້ໄຂບັນຫາຕ່າງໆຢ່າງມີປະສິດທິຜົນ ໂດຍສະເພາະຕໍ່ກັບການແຊກແຊງເຂົ້າກິດຈະການພາຍໃນຂອງ ສປ ຈີນ, ການຈຳກັດ ແລະ ການປິດລ້ອມຈາກພາຍນອກ, ບັນຫາຄວາມໝັ້ນຄົງທີ່ບໍ່ແມ່ນດ້ານການທະຫານ ແລະ ອື່ນໆ. ນອກນັ້ນ, ຍັງເປັນບ່ອນອີງທີ່ສໍາຄັນໃນການປົກປ້ອງສິດ ແລະ ຜົນປະໂຫດຂອງປະຊາຊົນຈີນທີ່ຢູ່ຕ່າງປະເທດ ພ້ອມດ້ວຍສິດ ແລະ ຜົນປະໂຫຍດຂອງອົງການຈັດຕັ້ງສາກົນ ແລະ ຊາວຕ່າງປະເທດທີ່ລົງທຶນຢູ່ ສປ ຈີນ, ພາຍຫລັງທີ່ການລົງທຶນຢູ່ຕ່າງປະເທດຂອງ ສປ ຈີນ ມີຈຳນວນເພີ່ມຂຶ້ນ, ບໍລິສັດຂອງຕ່າງປະເທດທີ່ມາລົງທຶນຢູ່ຈີນກໍມີຈຳ ນວນຫລາຍເຊັ່ນກັນ.
ການປະກາດນໍາໃຊ້ກົດຫມາຍດັ່ງກ່າວ ຍັງເປັນບາດກ້າວສໍາຄັນໃນການສ້າງລະບຽບກົດຫມາຍໃນຂົງເຂດວຽກງານຕ່າງປະເທດ ຂອງ ສປ ຈີນ. ພັກ ແລະ ລັດຖະບານຈີນ ຖືສໍາຄັນວຽກງານຄຸ້ມຄອງລັດດ້ວຍກົດຫມາຍ, ມາຮອດປັດຈຸບັນ ສປ ຈີນ ມີກົດຫມາຍຫລາຍກວ່າ 1.000 ສະບັບ. ເຖິງຢ່າງໃດກໍຕາມ, ກົດຫມາຍທີ່ພົວພັນເຖິງວຽກງານຕ່າງປະເທດແມ່ນຍັງມີຈໍາກັດ. ສະນັ້ນ, ກົດຫມາຍສະບັບດັ່ງກ່າວຈະກາຍເປັນບ່ອນອີງທີ່ສຳຄັນໃນການຄົ້ນຄວ້າຮ່າງກົດຫມາຍຕ່າງໆທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານຕ່າງປະເທດຂອງ ສປ ຈີນ, ເພື່ອເຮັດໃຫ້ການເຄື່ອນໄຫວຕ່າງປະເທດມີບ່ອນອີງທາງດ້ານກົດຫມາຍ, ເປັນແບບຢ່າງທີ່ດີໃຫ້ແກ່ປະເທດອື່ນໆໃນການຄຸ້ມຄອງລັດດ້ວຍກົດຫມາຍ, ປະຕິບັດກົດຫມາຍ ແລະ ນິຕິກຳຕ່າງໆທີ່ລົງນາມກັບຕ່າງປະເທດດ້ວຍຄວາມເປັນເຈົ້າການ ແລະ ເຂັ້ມງວດ.
ກົດຫມາຍພົວພັນຕ່າງປະເທດຂອງ ສປ ຈີນ ຈະມີຜົນດີຕໍ່ການເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມເຊື່ອໝັ້ນຂອງສາກົນກ່ຽວກັບແນວທາງນະໂຍບາຍ ແລະ ຈຸດຢືນຂອງ ສປ ຈີນ ຕໍ່ບັນຫາສຳຄັນຕ່າງໆ. ກົດຫມາຍດັ່ງກ່າວໄດ້ຊີ້ໃຫ້ເຫັນແນວທາງນະໂຍບາຍຂອງ ສປ ຈີນ ຕໍ່ບັນຫາທີ່ສໍາຄັນ, ເປັນຕົ້ນແມ່ນການຍຶດໝັ້ນໃນແນວ ທາງການຕ່າງປະເທດທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ, ຍຶດໝັ້ນ 5 ຫລັກການຢູ່ຮ່ວມກັນໂດຍສັນຕິ, ຍືດໝັ້ນພັດທະນາຕາມເສັ້ນທາງສັນຕິ, ຍືດໝັ້ນເປີດປະຕູສູ່ພາຍນອກ ແລະ ອື່ນໆ. ພ້ອມນັ້ນ, ຍັງເປັນການຢໍ້າຄືນກ່ຽວກັບທັດສະນະ ແລະ ຈຸດຢືນອັນສະເໝີຕົ້ນສະເໝີປາຍຂອງ ສປ ຈີນ ໃນການເຄົາລົບກົດບັດສະຫະປະຊາຊາດ, ປະຕິບັດຕາມສົນທິສັນຍາ ແລະ ລະບຽບການສາກົນທີ່ ສປ ຈີນ ເຂົ້າເປັນພາຄີ, ເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ, ສົ່ງເສີມການພົວພັນສາກົນຮູບແບບໃຫມ່. ນອກນັ້ນ, ຍັງໄດ້ສະເໜີແກ້ໄຂຂໍ້ຂັດແຍ່ງສາກົນໂດຍທາງສັນຕິວິທີ, ສົ່ງເສີມຄວາມເໝີພາບ ແລະ ຄວາມຍຸດຕິທຳໃນການພົວພັນສາກົນ, ເຄົາລົບເສັ້ນທາງການພັດທະນາ ແລະ ລະບອບການເມືອງຂອງແຕ່ລະປະເທດ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ກໍໄດ້ຢໍ້າຄືນເຖິງຫລັກການຈີນດຽວໃນການສ້າງຕັ້ງສາຍພົວພັນການທູດ ແລະ ການສົ່ງເສີມການພົວພັນກັບທຸກປະເທດໃນໂລກ.
ການປະກາດນໍາໃຊ້ກົດຫມາຍດັ່ງກ່າວ ຍັງເປັນບາດກ້າວທີ່ສໍາຄັນໃນການສົ່ງເສີມການແລກປ່ຽນການຮ່ວມມືກັບຕ່າງປະເທດຂອງ ສປ ຈີນ ໃນທຸກຂົງເຂດວຽກງານທັງໃນຂອບສອງຝ່າຍ, ຫລາຍຝ່າຍ ແລະ ອົງການຈັດຕັ້ງສາກົນຂອງພາກລັດ, ພາກເອກະຊົນ ແລະ ປະຊາຊົນທົ່ວໄປ ໃຫ້ເປັນຮູບປະທຳ ແລະ ມີປະສິດທິພາບສູງກວ່າເກົ່າ. ພ້ອມນັ້ນ, ກົດຫມາຍສະບັບດັ່ງກ່າວ ຍັງມີບົດບາດສຳຄັນ ໃນການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມຕ່າງໆທີ່ປະທານ ສີ ຈິ້ນຜິງ ຍົກຂຶ້ນໃນໄລຍະຜ່ານມາໃຫ້ເປັນຮູບທໍາ ແລະ ມີປະສິດທິພາບປະສິດທິຜົນສູງກວ່າເກົ່າ ໂດຍສະເພາະຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”, ຂໍ້ລິເລີ່ມ “ການພັດທະນາທົ່ວໂລກ”, ຂໍ້ລິເລີ່ມ “ຄວາມໝັ້ນຄົງທົ່ວໂລກ” ແລະ ຂໍ້ລິເລີ່ມ “ຄວາມສີວິໄລທົ່ວໂລກ”, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມຈິງໃຈຂອງພັກ, ລັດຖະບານຈີນ ໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ, ຄວາມສີວິໄລ ແລະ ຄວາມກ້າວໜ້າຂອງມວນມະນຸດ.
(ຄົ້ນຄວ້າຮຽບຮຽງໂດຍ: ໜ່ວຍງານຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ)