ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 2 ກຸມພາ 2022 ຄອບ ຄົວການນຳ ແລະ ສະຫະພັນແມ່ຍິງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ນຳເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ກອງພົນທະຫານຮາບທີ 1 ທີ່ເມືອງວັງວຽງ, ແຂວງວຽງຈັນ, ໃຫ້ກຽດນໍາພາຄະນະໂດຍທ່ານ ນາງ ສີຈັນ ວິພາວັນ ພັນລະຍາ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ; ມີທ່ານ ພົຈວ ພູມີ ດາລາເພັດ, ຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ; ທ່ານ ພັນເອກ ວົງຈັນ ພັນຈັນທະມານ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງພົນທະຫານຮາບທີ 1 ພ້ອມດ້ວຍຄະນະ ພັກ-ຄະນະນຳ, ນາຍ ແລະ ພົນທະຫານ ພາຍໃນກົມກອງດັ່ງກ່າວ ໃຫ້ການຕ້ອນຮັບ.
ໃນໂອກາດນີ້, ທ່ານ ພັນເອກ ວົງຈັນ ພັນຈັນທະມານ ໄດ້ກ່າວສະ ແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ພ້ອມທັງລາຍງານຫຍໍ້ໃຫ້ຊາບ ກ່ຽວກັບປະຫວັດຄວາມເປັນມາ ແລະ ພາລະບົດບາດໜ້າທີ່ຂອງກອງພົນທະຫານຮາບທີ 1 ເຫັນວ່າ: ມີມູນເຊື້ອສູ້ຮົບພິລາດອາດຫານໃນສະໄໝສົງຄາມປົດ ປ່ອຍຊາດ ເຄີຍຕີເອົາຊະນະສັດຕູໃນຫຼາຍບັ້ນຮົບ. ປະຈຸບັນນີ້, ກົມກອງຈັດຕັ້ງປະຕິບັດ 4 ໜ້າທີ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກຢ່າງຕໍ່ເນື່ອງ ໂດຍສະເພາະ ວຽກງານຮັກສາຄວາມສະຫງົບ, ການປັບປຸງກໍ່ສ້າງກຳລັງ, ການພົວພັນຮ່ວມມືກັບກົມກອງເພື່ອນ ທັງພາຍໃນ ແລະ ເພື່ອນມິດສາກົນ ແລະ ອື່ນໆ.
ການເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ເພື່ອເປັນການຊຸກຍູ້, ໃຫ້ກຳລັງໃຈ ແລະ ອວຍພອນໄຊ ໃຫ້ແກ່ນາຍ ແລະ ພົນທະຫານ ທີ່ກຳລັງປະ ຕິບັດ ໜ້າທີ່ ປ້ອງກັນຊາດ-ປ້ອງ ກັນສະຫງົບ ໂດຍສະເພາະ ອ້າຍນ້ອງທະຫານ ທີ່ກຳລັງປະຈຳການຢູ່ເຂດຫຍຸ້ງຍາກຫ່າງໄກສອກຫຼີກ ແລະ ທຸລະກັນດານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 73 ປີ.
ພ້ອມກັນນີ້, ກໍ່ເພື່ອສະເຫຼີມສະ ຫຼອງຜົນສຳເລັດຂອງການດຳເນີນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ແລະ ເພື່ອສ້າງຂະບວນການຂໍ່ານັບຕ້ອນຮັບວັນແມ່ຍິງສາກົນ ວັນທີ 08 ມີນາ ຄົບຮອບ 112 ປີ ໃຫ້ເປັນຂະບວນການຟົດຟື້ນ, ມ່ວນ ຊື່ນ, ມີຄວາມໝາຍສໍາຄັນ ຢ່າງເລິກເຊິ່ງ. ໃນໂອກາດນີ້, ທ່ານ ນາງ ສີຈັນ ວິພາວັນ ໄດ້ຖາມຂ່າວເຖິງຊີວິດການເປັນຢູ່ ຂອງນາຍ ແລະ ພົນທະຫານ, ໄດ້ໃຫ້ກຳລັງໃຈ, ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ນ້ຳໃຈເສຍສະຫຼະ ເພື່ອປະເທດຊາດ, ເພື່ອປະຊາຊົນ ແລະ ຜົນງານທີ່ກອງພົນທະຫານຮາບທີ 1 ຍາດມາໄດ້ ໃນໄລຍະຜ່ານມາ ແລະ ຂໍໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງກອງທັບ.
ສຳລັບເຄື່ອງທີ່ນຳໄປມອບໃນຄັ້ງນີ້ ປະກອບດ້ວຍ ເຄື່ອງອຸປະໂພກ- ບໍລິໂພກ, ຢາສາມັນປະຈຳເຮືອນ ຈຳນວນໜຶ່ງ ແລະ ເງິນສົດ ລວມມູນຄ່າທັງໝົດ 150 ກວ່າລ້ານກີບ ຊຶ່ງຕາງໜ້າຄອບຄົວການນຳ ແລະ ສະຫະພັນແມ່ຍິງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ກຽດກ່າວມອບໂດຍທ່ານ ນາງ ສີຈັນ ວິພາວັນ ແລະ ຕາງໜ້າກອງພົນທະຫານຮາບທີ 1 ກ່າວຮັບໂດຍທ່ານ ພັອ ວົງຈັນ ພັນທະມານ.
ໃນໂອກາດດຽວກັນ, ຄະນະທັງ ໝົດ ຍັງໄດ້ຢ້ຽມຊົມຫໍມູນເຊື້ອ ແລະ ຢ້ຽມຢາມກົມກອງ ຂອງກອງພົນທະຫານທີ 1 ຕື່ມອີກ.
ຂ່າວພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ