ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 8 ກຸມພາ 2022 ນີ້ຢູ່ທີ່ຫ້ອງວ່າການ ແຂວງຫຼວງນໍ້າທາ ທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົາທຸກມາມອບໃຫ້ແຂວງຫຼວງນໍ້າທາ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ໄດ້ຮັບມາຈາກອົງການກາແດງແຫ່ງ ຊາດລາວລວມມີ: ຜ້າຫົ່ມ 50 ຜືນ, ເກີບຜູ້ໃຫຍ່ ແລະ ເກີບເດັກນ້ອຍ 25 ແກັດ, ເຄື່ອງນຸ່ງປະສົມ 50 ຖົງ ແລະ ເຄື່ອງໃຊ້ຄົວເຮືອນ 50 ແກ້ດ ລວມມູນຄ່າທັງໝົດ 68 ລ້ານກວ່າກີບ , ໃຫ້ກຽດມອບ ໂດຍທ່ານ ນາງ ນາລີ ສີສຸລິດ ກ່າວຮັບໂດຍ ດຣ ແກ້ວ ອີນທະວົງ ຫົວໜ້າພະແນກ ສາ ທາລະນະສຸກ ແຂວງຫຼວງນໍ້າທາ, ໂດຍຊ້ອງໜ້າຜູ້ເຂົ້້າຮ່ວມເພື່ອເປັນສັກຂີພິຍານ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້ແມ່ນຈະໄດ້ນໍາໄປມອບຕໍ່ໃຫ້ບັນດາໂຮງຮຽນ ແລະ ປະ ຊາຊົນບັນດາເຜົ່າ ທີ່ຢູ່ເຂດຫ່າງໄກສອກລີກ ເພື່ອແກ້ໄຂຊ່ວຍເຫຼືອຊີວິດການເປັນຢູ່ຂອງປະຊາຊົນໃນຊ່ວງລະດູໜາວໃຫ້ໄດ້ຮັບຄວາມອົບອຸ່ນ ແລະ ມີຊີວິດທີ່ດີຂື້ນ.
ຂ່າວ: ອຸ້ມ ສົມນໍວັນ