ໃນວັນທີ 12 ມັງກອນ 2022 ນີ້ ຢູ່ທີ່ນາ ຂອງທ່ານ ທອງດີ ພົມມາ ຄອບຄົວຕົວແບບ ເມືອງລະຄອນເພັງ ໂຄງການຈັດການດິນ, ນ້ຳ ແລະຝຸ່ນ ກົມຄຸມຄອງ ແລະພັດທະນາທີ່ດິນກະສິກໍາ ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດທັດສະນະສັນຈອນ ແລະເຝິກອົບຮົບດ້ານວິຊາການໃນການປັບປຸງດິນ ແລະການປູກພືດລະດູແລ້ງໃຫ້ພະນັກງານວິຊາການກະສິກໍາ ແລະຊາວກະສິກອນຕົວ ໂດຍການເປັນປະທານ ແລະຮ່ວມບັນລະຍາຍຂອງທ່ານ ປອ ນີວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະພັດທະນາທີ່ດິນກະສິກໍາ, ກະຊວງກະສິກໍາ ແລະປ່າໄມ້ ຜູ້ຊີ້ນໍາໂຄງການ, ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັງ ມີຮອງຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງສາລະວັນ ແລະແຂວງສະຫວັນນະເຂດ, ຫົວໜ້າຫ້ອງການກະສິກໍາປ່າໄມ້ເມືອງລະຄອນເພັງ, ຜູຊີ້ນໍາ ແລະປະສານງານໂຄງການຂັ້ນແຂວງເມືອງ ແລະຊາວກະສິກອນຄອບຄົວຕົວແບບຈາກ 6 ແຂວງ (ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະອັດຕະປື) ເຂົ້າຮ່ວມ ໂດຍຈຸດປະສົງຂອງການຈັດທັດສະນະ ແລະເຝິກອົບຮົມໃນຄັ້ງນີ້ ກໍເພື່ອເຮັດໃຫ້ເກີດການແລກປຽ່ນຮຽນຮູ້ ແລະຖອດຖອນບົດຮຽນຮ່ວມກັນ ທາງດ້ານວິຊາການໃນການປັບປຸງດິນ ແລະການປູກພືດລະດູແລ້ງ ຂອງວິຊາການກະສິກໍາ ແລະຊາວກະສິກອນຕົວແບບ ແນ່ໃສ່ສ້າງຄວາມອຸດົມສົມບູນໃຫ້ດິນດ້ວຍອິນຊີວັດຖຸ, ຫຼຸດຜ່ອນຕົ້ນທຶນການຜະລິດ ແລະຍົກສະມັດຖະພາບຜົນຜະລິດໃຫ້ສູງຂຶ້ນ ດ້ວຍເຕັກນິກໃໝ່ ເຮັດໃຫ້ມີຜົນຜະລິດກຸ້ມກິນ ແລະເຫຼືອຂາຍເປັນສິນຄ້າ ເພີ້ມລາຍຮັບໃຫ້ຄອບຄົວ.
ສໍາລັບກິດຈະກໍາ ແລະບົດຮຽນທີ່ນໍາມາແລກປ່ຽນເຝິກອົບຮົມ ໃນຄັ້ງນີ້ແມ່ນລົງເລີກກ່ຽວກັບເຕັກນິກການປັບປຸງດິນ, ເຕັກນິກການປູກສາລີ ແລະເຕັກນິກໃນການສ້າງເຮືອນຮົ່ມ.
Cr: ສື່ມວນຊົນລະຄອນເພັງ
Loading...