ພາສາ ແມ່ນອັນຢັ້ງຢືນເຖິງບົດບາດວັດທະ ນະທໍາຂອງຊາດ ມັນຈຶ່ງມີຄໍາເວົ້າທີວ່າ “ ພາສາບອກຊາດ ມາລະຍາດ ບອກຕະກຸນ” ເປັນເຄື່ອງໝາຍບອກຊາດ ແລະ ໃຊ້ສໍາລັບສື່ສານລະຫວ່າງຄົນກັບຄົນດ້ວຍ ກັນ ເຊິ່ງປະກອບມີຜູ້ທ ່ ີ ໃຊ້ ຫລື ເວົ້າອອກພາສາຂອງຕົນ ແລະ ສະແດງອອກເຖິງວັດທະນະທໍາຂອງຊາດຕົນ. ນ ້າໃຈຮັກຊາດຂອງນັກຂ່າວ, ນັກຂຽນ, ນັກປະພັນ,ນັກຈັດລາຍການ, ໂຄສົກ ແລະ ພິທີກອນຕ່າງໆ ແມ່ນ ສະແດງອອກໃນຄວາມຮັກ, ຄວາມ ພູມໃຈ ແລະ ເຄົາ ລົບພາສາຊາດຂອງຕົນ ຫຼື ເວົ້າຢ່ າງໜຶ່ງແມ່ນພາສາແມ່ຕົນເອງ Mother tongue ນັກຂຽນທ ່ ີດີ ພິທີກອນທີ່ເກັ່ງ, ໂຄສົກທີ່ມີຊື່ສຽງ ແມ່ນຜູ້ທີ່ບໍ່ຂ້າພາສາແມ່ຕົນເອງ. ໝາຍຄວາມວ່າ ອັນໃດທີ່ມີແລ້ວຕ້ອງໄດ້ນໍາໃຊ້ ແລະ ໃຫ້ຄຸນຄ່າແກ່ມັນ, ອັນໃດທີ່ບໍ່ທັນມີ ແລະ ຈໍາເປັນແທ້ໆ ຈຶ່ງຢືມເຂົາມາໃຊ້ ແນ່ນອນພາສາມັນກໍເກີດຂຶ້ນ ມາໃ ໝ່ເລື້ອຍໆ ເພື່ອຮອງຮັບກັບການພັດທະນາວັດຖຸສິ່ງຂອງ, ສິນຄ້າໃໝ່ໆອອກມາຮັບໃຊ້ສັງຄົມ ທີ່ນັບມື້ຂະຫຍາຍ ຕົວຢ່ າງບໍ່ຢຸດຢັ້ງ ແຕ່ສໍາຄັນຕ້ອງຮູ້ຈໍາແນກຈະແຈ້ງວ່າ ອັນໃດແມ່ນພາສາຂອງຕົນ ແລະ ຂອງຊາດ ອື່ນທີ່ຢືມມາໃຊ້ ເພາະມີບາງອັນ ສັງຄົມບໍ່ທັນຍອມຮັບ ໂດຍສະເພາະແມ່ນພາສາຊອດກະຈາ ທີ່ເລີ່ມແຜ່ລາມຢ່ າງວ່ອງໄວກວ້າງ ຂວາງໃນລະບົບສື່ມວນຊົນ, ໃນລະ ບົບທຸລະກິດການຄ້າ ແລະ ໃນລະດັບການນໍາຂອງຊາດ ຈໍານວນໜຶ່ງ ເຊິ່ງໄດ້ ຮັບຜົນສະທ້ອນຈາກອິດທິພົນຂອງສື່ມວນຊົນຕ່າງປະເທດໃນແຕ່ລະວັນ.