ໃນວັນທີ 17 ມີນາ 2023, ໄດ້ມີຈັດ ການຝຶກຊ້ອມຮ່ວມ ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ຄະນະກຳມະ ການ ຄຸ້ມຄອງໄພພິບັດ ແຂວງຈຳປາສັກ ໄດ້ຝຶກຊ້ອມວິທີກູ້ໄພ ແລະ ຄົ້ນຫາ ດ້ານທາງບົກແລະທາງນ້ຳ ຂຶ້ນທີ່ ບ້ານ ຄັນແຍງ ເມືອງ ໂພນທອງ ແຂວງຈຳປາສັກ. ເຊິ່ງມີຜູ້ເຂົ້າຮ່ວມທັງຫມົດ 142 ທ່ານ, ຍິງ 43 ທ່ານ. ໂດຍການເປັນປະທານຂອງຮອງສາສະດາຈານ, ດ໋ອກເຕີ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ແລະ ດ໋ອກເຕີ ບົວເພັດ ສີບຸນເຮືອງ ຮອງພະແນກແຮງ ງານ ແລະ ສະຫວັດດີການສັງຄົມແຂວງຈຳປາສັກ, ການຝຶກຊ້ອມຮ່ວມຄັ້ງນີ້ແມ່ນເພື່ອສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ – ອາສາສະ ໝັກກາແດງແຂວງ ແລະ ຄະນະກໍາມະການຄູ້ມຄອງໄພພິບັດເມືອງໂພນທອງ ແລະ ພາກສ່ວນທີ່ກ່ຽວ ຂ້ອງ, ທັງເປັນການກະກຽມຄວາມພ້ອມໃນການຮັບມືກັບໄພພິບັດທີ່ຈະເກີດຂື້ນໃນອະນາຄົດ, ເພື່ອຮຽນຮູ້ທາງດ້ານການວາງແຜນ ການນຳໃຊ້ອຸປະກອນ, ບຸກຄະລາກອນໃນການຄວບຄຸມບັນຊາການ, ການປະສານງານ ແລະ ການຈັດຕັ້ງປະຕິບັດ,ເປັນການຖ່າຍຖອດບົດຮຽນໃຫ້ແກ່ພະນັກງານກາແດງແຂວງ,ຄະນະກຳມະການ ຄຸ້ມຄອງໄພພິບັດ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງ ໃນໃນເວລາເກິດໄພພິບັດ ແລະ ສະພາບຕົວຈິງຢູ່ທ້ອງຖີ່ນນັ້ນ, ເພື່ອແນໃສ່ຫຼຸດຜ່ອນການສູນເສຍທາງດ້ານຊິວິດ ແລະ ຊັບສີນ ຂອງປະຊາຊົນໃນທ້ອງຖິ່ນດັ່ງກ່າວ,ນອນນັ້ນຍັງໄດ້ຮຽນຮູ້ການປະຖົມພະຍາບານແລະບົດຮຽນອື່ນໆ,ການຝຶກຊ້ອມຮ່ວມໃນຄັ້ງນີ້ຈຳນວນ 108, 747, 000 ກີບ, ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກ ກາແດງສະວິດ໌ສ.





