ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 14 ພະຈິກ 2023, ຄະນະກຳມະການຊາຍແດນ ລາວ-ຫວຽດນາມ ໄດ້ລົງກວດກາດ່ານຊາຍແດນ ແດນສະຫວັນ – ລາວບາວ ແລະ ຈັດກອງປະຊຸມສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດການເຮັດທົດລອງຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ) ທີ່ ເທດສະບານເມືອງດົງຮ່າ, ແຂວງກວາງຈິ ສສ ຫວຽດນາມ, ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນຝ່າຍ ສສ ຫວຽດນາມ ນໍາໂດຍ ທ່ານ ໂດ້ ຮຸ່ງ ຫວຽດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ມີຜູ້ຕາງໜ້າຈາກຂະແໜງການ ທີ່ກ່ຽວ ຂ້ອງ ຈາກສູນກາງ ແລະ ທ່ອງຖິ່ນ.
ກອງປະຊຸມໄດ້ດໍາເນີນໄປພາຍໃຕ້ບັນ ຍາກາດອັນສະນິດສະໜົມ, ບົນຈິດໃຈມິດ ຕະພາບ, ຄວາມສາມັກຄີພິເສດອ້າຍນ້ອງ, ເຂົ້າອົກເຂົ້າໃຈ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ, ສອງຝ່າຍໄດ້ເຫັນດີເປັນເອ ກະພາບກັນສືບຕໍ່ຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ) ເພື່ອແນ່ໃສ່ສ້າງເງື່ອນໄຂອັນສະດວກໃຫ້ແກ່ການແລກ ປ່ຽນສິນຄ້າ, ການຄົມມະນາຄົມໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ແລະ ພາກສ່ວນທຸລະກິດຂອງສອງປະເທດ ກໍຄື ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ປະກອບສ່ວນໃນການຊຸກຍູ້ການພັດທະ ນາເສດຖະກິດ-ສັງຄົມ, ເພີ່ມທະວີສາຍພົວພັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ ລະຫວ່າງ ປະຊາຊົນຂອງສອງຊາດ. ພ້ອມນີ້, ຍັງເປັນດ່ານໜ້າຂອງແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ, ໝູນໃຊ້ທ່າແຮງ ທີ່ເປັນຈຸດໃຈກາງຂອງສູນກາງອາຊຽນໃຫ້ກາຍເປັນແລວທາງຂອງຂົງເຂດພາກພື້ນ, ເຊິ່ງໄດ້ຈັດຕັ້ງປະຕິບັດຮູບແບບດັ່ງກ່າວເລີ່ມແຕ່ ປີ 2015 ເປັນຕົ້ນມາ.
ກອງປະຊຸມໄດ້ຕີລາຄາຄືນ ຜົນການຈັດຕັງປະຕິບັດການເຮັດທົດລອງຮູບແບບກວດກາ “ປະຕູດຽວ,ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ), ໄລຍະຜ່ານມາມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທີ່ຈະຕ້ອງໄດ້ແກ້ໄຂ ແລະ ພ້ອມກັນ ວາງແຜນການໃນຕໍ່ໜ້າຮ່ວມກັນໃນການຈັດຕັ້ງປະຕິບັດ. ຄູ່ດ່ານສາກົນແດນສະຫວັນ-ລາວບາວ ເປັນຄູ່ດ່ານແຫ່ງທໍາອິດໃນຈໍານວນ 7 ຄູ່ດ່ານ ທີ່ໄດ້ຍົກຂຶ້ນໃນສົນທິສັນຍາ ເພື່ອສ້າງເງື່ອນໄຂສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຜູ້ຄົນຊົມໃຊ້ຂ້າມຜ່ານຊາຍແດນ ລະຫວ່າງ ບັນດາປະເທດໃນຂົງເຂດອານຸພາກພື້ນລຸ່ມແມ່ນໍ້າຂອງ ໃນການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ວຽກງານດັ່ງກວ່ານີ້, ບໍ່ພຽງແຕ່ມີຄວາມສໍາຄັນໃຫ້ແກ່ການປະຕິບັດໜ້າທີ່, ແຕ່ຍັງເປັນໜ້າທີ່ຄວາມຮັບຜິດຊອບຂອງບັນດາປະເທດ ທີ່ໄດ້ລົງນາມໃນສັນຍາ GMS-CBTA ເປັນການປະຕິຮູບວິທີການດຳເນີນເອກະສານຂົງເຂດພາສີ, ຂົງເຂດການບໍລິການຫັນໄປສູ້ທັນສະໃໝວ່ອງໄວ ແລະ ໂປ່ງໃສ, ພ້ອມທັງ ເປັນການນຳເອົາບາດກ້າວບົດຮຽນປະສົມການ ທີ່ໄດ້ຈັດຕັ້ງປະຕິບັດນໍາໃຊ້ຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ໄປສູ່ບັນດາດ່ານຊາຍແດນອື່ນໆອີກ ຈໍານວນ 6 ດ່ານ ຢູ່ໃນພາກພຶ້ນປະເທດລຸ່ມແມ່ນໍ້າຂອງໃນຂັ້ນຕໍ່ໄປ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ