ໃນວັນທີ 21 ກຸມພາ 2021 ທ່ານ ສະໜັ່ນ ສີພາພົມມະຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ຜູ້ຊີ້ນໍາວຽກງານ ຮອບດ້ານເມືອງປະທຸມພອນ ພ້ອມຄະນະ ກໍ່ໄດ້ ເຄື່ອນໄຫວຕິດຕາມຂະບວນການປ່ອນບັດທີ່ເມືອງປະທຸມພອນ, ໃຫ້ກຽດຕ້ອນຮັບພ້ອມຮ່ວມເຄື່ອນໄຫວ ຂອງທ່ານ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ປະທຸມພອນ ປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ. ໂດຍໄດ້ເຄື່ອນໄຫວຕິດຕາມຄວາມຄືບໜ້າບັນຍາກາດການປ່ອນບັດເລືອກຕັ້ງຂອງພໍ່ແມ່ປະຊາຊົນ ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ 7 ໜ່ວຍປ່່ອນບັດ ຄື: ໜ່ວຍປ່ອນບັດບ້ານບັງລຽງ, ໜ່ວຍປ່ອນບັດບ້ານມ່ວງ, ໜ່ວຍບ່ອນບັດບ້ານ ຫຼັກ 36, ໜ່ວຍປ່ອນບັດບ້ານ ຫຼັກ 40, ໜ່ວຍປ່ອນບັດ ບ້ານທາງແບ່ງ ຫຼັກ 48, ໜ່ວຍປ່ອນບັດບ້ານພະລວງ ແລະ ໜ່ວຍບ່ອນບັດບ້ານຫ້ວຍແມ່ສັງ, ການລົງຊຸກຍູ້ຕິດຕາມຂະບວນການປ່ອນບັດໃນຄັ້ງນີ້ ເພື່ອຮັບປະກັນເຮັດໃຫ້ການປ່ອນບັດເລືອກຕັ້ງສະມະຊິສະພາແຫ່ງຊາດ ຊຸດທີ IX ແລະ ສະມະຊິກສະພາປະຊາຊົນແຂວງຊຸດທີ II ບັນລຸຜົນສໍາເລັດຕາມລະດັບຄາດໝາຍ ແລະ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດການປ່ອນບັດເລືອກຕັ້ງໃນແຕ່ລະໜ່ວຍ ພ້ອມນັ້ນທ່ານ ສະໜັ່ນ ສີພາພົມມະຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ໂອ້ລົມ ຕໍ່ຄະນະກຳມະການໜ່ວຍປ່ອນບັດເລືອກຕັ້ງພ້ອມທັງສະແດງຄວາມຊົມເຊີຍ ແລະ ເນັ້ນໃຫ້ຮ່ວມແຮງຮ່ວມໃຈກັນປະຕິບັດໜ້າໃຫ້ສໍາເລັດບົນຟື້ນຖານຄວາມຖືກຕ້ອງໂປ່ງໃສ.





ຂ່າວພາບ: ຖວທ ເມືອງປະທຸມພອນ.
ນ. ມະນີລາ