ໃນຕອນເຊົ້າ ຂອງວັນທີ 11 ສິງຫາ 2023 ຄະນະຮັບຜິດຊອບຕິດຕາມ, ເຝົ້າລະວັງໄພພິບັດທາງທຳມະຊາດ ແລະ ຕ້ານແລ້ງ-ຕ້ານຖ້ວມ ຂອງກົມຊົນລະປະທານ ຊຶ່ງນຳໂດຍ ທ່ານ ວິນວິໄລ ໄຊຍະພອນ ຮອງຫົວໜ້າກົມຊົນລະປະທານ ພ້ອມດ້ວຍຄະນະວິຊາການຈາກກົມຊົນລະ ປະທານ ແລະ ຂະແໜງຊົນລະປະທານແຂວງ ສະຫວັນນະເຂດ ພ້ອມກັນລົງເຄື່ອນໄຫວຕິດຕາມ ສະພາບໄພພິບັດທີ່ຖຶກຜົນກະທົບຕໍ່ລະບົບຊົນລະປະທານ ແລະ ເນື້ອທີ່ການຜະລິດກະສິກຳຂອງຂອງປະຊາຊົນ. ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນໄດ້ລົງໄປເບິ່ງສະຖານທີ່ຕົວຈິງຢູ່ 2 ຈຸດ ຄື: ໂຄງການຊົນລະປະທານອ່າງເກັບນໍ້າ ຫ້ວຍທວດ ແລະ ອ່າງເກັບນໍ້າສຸຍ ເມືອງຈຳພອນ, ເນື່ອງຈາກຝົນຕົກໜັກເປັນເວລາຫຼາຍວັນ ເຮັດໃຫ້ມີປະມານນໍ້ານອງລົ້ນຕາຟັງເຊຈຳພອນ ແລະ ໄດ້ເຮັດໃຫ້ຄອງເໝືອງອ່າງເກັບນໍ້າຫ້ວຍທວດຂາດ ເປັນເນີນເຂື່ອນອ່າງເກັບນໍ້າສຸຍເຊາະເຈື່ອນ, ຖະໜົນບໍລິເວນດັ່ງກ່າວຍຸບ ຊຶ່ງທາງຂະແໜງຊົນລະປະທານແຂວງສະຫວັນນະເຂດ ໄດ້ສົມທົບກັບພາກສ່ວນທີກ່ຽວຂ້ອງ ຟື້ນຟູ-ສ້ອມແປງແລ້ວຈໍານວນໜຶ່ງ.
ນອກຈາກນີ້ ຂະແໜງຊົນລະປະທານແຂວງສະຫວັນນະເຂດ ຍັງໄດ້ລາຍງານໃຫ້ຊາບຕື່ມວ່າ: ຈະເລັ່ງສຳຫຼວດອອກແບບ ແລະ ປະເມີນມູນຄ່າຟື້ນຟູສ້ອມ ແປງໂດຍໄວເພື່ອໃຫ້ໄດ້ນໍາໃຊ້ເຂົ້າສູ່ການຜະລິດ ໃນລະດູແລ້ງ 2023-2024 ທີ່ຈະມາເຖິງ. ພ້ອມກັນນີ້ ທ່ານ ປອ. ວິນວິໄລ ໄຊຍະພອນ ຮອງຫົວໜ້າກົມຊົນລະ ປະທານ ຍັງໄດ້ເນັ້ນໜັກໃຫ້ຂະແໜງຊົນລະປະທານແຂວງສະຫວັນນະເຂດ ໃຫ້ອອກແບບເພື່ອຫາທາງເລືອກໃຫ້ເໝາະສົມທີ່ສຸດ ພ້ອມທັງຮັບປະກັນປ້ອງກັນໄພພິບັດທີ່ຈະເກີດຂຶ້ນໃນຕໍ່ໜ້າ ແລະ ເລັ່ງຂຶ້ນແຜນງົບປະມານສ້ອມແປງ ເພື່ອໃຫ້ຮັບປະກັນການສະໜອງນໍ້າໃນລະດູແລ້ງ ປີ2023.



