ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 02 ມີນາ 2023 ຄະນະຄູອາຈານ, ຊາວຫນຸ່ມ ແລະ ເຍົາວະຊົນ ຈໍານວນ 50 ຄົນ ຈາກໂຮງຮຽນ ມສ ເຈົ້າອານຸວົງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ຢ້ຽມຊົມວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ເພື່ອຮູ້ຈັກກ່ຽວກັບຄວາມເປັນມາ, ການຜະລິດຂ່າວ ແລະ ບັນດາລາຍການ ຂອງ ວສລ ໂດຍມີ ທ່ານ ບຸນສຽງ ຈັນທະຈັກ, ຮອງຜູ້ອໍານວຍການໃຫຍ່ ວສລ, ພ້ອມດ້ວຍຄະນະຊາວຫນຸ່ມຮາກຖານ ວສລ ໃຫ້ການຕ້ອນຮັບການຢ້ຽມຢາມ ວສລ ຂອງຄະນະດັ່ງກ່າວໃນຄັ້ງນີ້ ຖືເປັນກິດຈະກຳຫນຶ່ງຂອງຄະນະບໍລິຫານງານຊາວຫນຸ່ມນະຄອນຫລວງວຽງຈັນ ເພື່ອສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ຊາວຫນຸ່ມ-ເຍົາວະຊົນ ໃຫ້ມີຄວາມຫນັກແຫນ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຮັກປະເທດຊາດ, ຮັກບ້ານເກີດເມືອງນອນ, ຮູ້ຮັກວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ມີຄວາມເຊື່ອຫມັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດໃນໄລຍະໃຫມ່.
May be an image of 10 people, people standing and indoor
May be an image of 2 people, people standing, television, screen and indoor