ປະຕິບັດຕາມລະບອບແບບແຜນວິທີເຮັດວຽກ ແລະ ແຜນການເຄື່ອນໄຫວຂອງຄະນະຈັດຕັ້ງສູນກາງພັກ (ຄຈສພ), ໃນວັນທີ 24 ພະຈິກ 2021 ທີ່ຫ້ອງປະຊຸມ ຄຈສພ ໄດ້ຈັດກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ- ພະນັກງານ ແຕ່ເດືອນ ມັງກອນ- ພະຈິກ 2021 ແລະ ແຜນການກະກຽມດຳເນີນກອງປະຊຸມວຽກງານຈັດຕັ້ງຂອງບັນດາແຂວງ, ນະຄອນຫຼວງ, ກະຊວງ-ອົງການ ຜ່ານລະບົບກອງປະຊຸມທາງໄກ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຜູ້ຕາງໜ້າກົມ, ຫ້ອງການທີ່ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ແລະ ຫົວໜ້າຄະນະຈັດຕັ້ງແຂວງ, ຫົວໜ້າກົມຈັດຕັ້ງກະ ຊວງ- ອົງການ ພ້ອມດ້ວຍຄະນະເຂົ້າ ຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ແຜນການກະກຽມດຳເນີນກອງປະຊຸມວຽກງານຈັດຕັ້ງຂອງບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງ ພ້ອມທັງປະກອບຄຳເຫັນແລກປ່ຽນບົດຮຽນວຽກງານດັ່ງກ່າວໃນໄລຍະຜ່ານມາ ເພື່ອກຽມຄວາມພ້ອມໃນການດຳເນີນກອງປະຊຸມວຽກງານຈັດຕັ້ງຢູ່ແຕ່ລະພາກສ່ວນໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນ ກາງພັກ ໄດ້ມີຄຳເຫັນແນະນຳກ່ຽວກັບຄຳສັ່ງແນະນຳສະບັບເລກທີ 219/ຄລສພ, ລົງວັນທີ 8 ພະຈິກ 2021 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ພ້ອມນີ້ ກໍ່ໄດ້ເນັ້ນໃຫ້ສືບຕໍ່ສ້າງແຜນກໍານົດພະນັກງານ ແລະ ແຜນບຳລຸງ-ກໍ່ສ້າງພະນັກງານ, ການຄຸ້ມຄອງພະນັກງານ, ການຈັດວາງ- ສັບຊ້ອນພະນັກງານ; ສະຫຼຸບຕີລາຄາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະບ່ອນ, ກະກຽມຄວາມພ້ອມໃນການດຳເນີນກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ໃນຄວາມຮັບຜິດຊອບທົ່ວຂະແໜງການຂອງຕົນໃຫ້ມີຜົນສຳເລັດ.
ຂ່າວ: ວິລະສະໄໝ
ພາບ: ພອນສະຫວັນ + ມັນທະວີ + ອານຸສອນ
