ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 44 ຂອງຄະນະກຳມາທິການຮ່ວມມືທະວີພາຄີ ລາວ-ຫວຽດນາມ ຈັດຂຶ້ນໃນລະຫວ່າງວັນທີ 9-10 ມັງກອນ 2022 ນີ້ ທີ່ສໍານັກງານສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ແລະ ສະຫາຍ ຫຽວຽນ ແອງຕັວນ ກຳມະການສູນກາງພັກ ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມີນ ພ້ອມຄະນະ ໄດ້ມີການພົບປະບໍ່ເປັນທາງການ, ການຕ້ອນຮັບ ແລະ ການສົນທະນາແມ່ນໄດ້ດຳເນີນໄປຢ່າງອົບອຸ່ນ ແລະ ສະໜິດສະໜົມ ຊຶ່ງທັງສອງໄດ້ຕີລາຄາສູງຕໍ່ການພົວພັນ, ການຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ແລະ ພ້ອມກັນຊຸກຍູ້ການພົວພັນຮ່ວມມືໃນໄລຍະຕໍ່ໜ້າໃຫ້ມີປະສິດຕິພາບສູງ ແລະ ຝ່າຍຫວຽດນາມຍັງຕີລາຄາສູງໃນການພົບປະຄັ້ງນີ້ ຊຶ່ງແມ່ນແຂກຕ່າງປະເທດເປັນຄະນະທຳອິດທີ່ມາຢ້ຽມຢາມ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນໃນປີ 2022 ຊຶ່ງປີນີ້ເປັນປີທີ່ມີຄວາມໜາຍ, ເປັນປີແຫ່ງການສະເຫຼີມສະຫລອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ-ລາວ ກໍຄືຊາວໜຸ່ມສອງປະເທດໄດ້ພ້ອມກັນສ້າງກິດຈະກຳເພື່ອສະເຫຼີມສະຫຼອງໃນວັນສໍາຄັນດັ່ງກ່າວ ,ເພື່ອສຶກສາອົບຮົມຊາວໜຸ່ມ, ເຍົາວະຊົນສອງຊາດ ຕ້ອງມີຄວາມຮັບຜິດຊອບໃນການສືບທອດ ແລະ ກໍ່ສ້າງສາຍພົວພັນແບບພິເສດຂອງສອງປະເທດໃຫ້ໝັ້ນຄົງ ແລະ ສວຍສົດງົດງາມ, ການເຂົ້າຮ່ວມກອງປະຊຸມຄັ້ງທີ 44 ຂອງຄະນະກຳມາທິການຮ່ວມມືລາວ-ຫວຽດນາມ ທັງສອງຝ່າຍຍັງໄດ້ຮ່ວມມືລົງນາມ ສັນຍາການຮ່ວມມືປະຕິບັດໂຄງການສູນຝຶກອົບຮົມຊາວໜຸ່ມ, ເຍົາວະຊົນ ລາວ-ຫວຽດນາມ ທີ່ຈະໄດ້ກໍ່ສ້າງຂຶ້ນຢູ່ນະຄອນຫຼວງວຽງຈັນ ສປປ ລາວ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ .ໃນພິທີເຊັນສັນຍາໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ ກຳມະການກົມການເມືອງ ສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍການນຳຂັ້ນສູງ ສອງປະເທດເຂົ້າຮ່ວມ.
(ຂ່າວ-ພາບ: ສຸກສາຄອນ ທອງດີສີລິສັກ)
