ວັນທີ່ 30 ທັນວາ 2021 ຜ່ານມານີ້ ຄະນະນຳຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ສົມ ທົບກັບອົງການປົກຄອງເມືອງຈອມເພັດ ແລະພາກສ່ວນກ່ຽວ ຂ້ອງຂອງແຂວງ ເຄື່ອນໄຫວກວດກາຄວາມຄືບໜ້າໃນການກໍ່ສ້າງ ແລະຟື້ນຟູດອນຊາຍມຸງຄຸນ ເມືອງຈອມເພັດ ພາຍຫຼັງທີ່ໄດ້ລົງມີກໍ່ສ້າງມາແຕ່ຕົ້ນເດືອນທັນວາ 2021 ຕາມການຕົກລົງເຫັນດີຂອງອົງການປົກຄອງແຂວງຫຼວງພະບາງ ມອບໃຫ້ບໍລິສັດໄຊຍະບູລີພາວເວີ ເປັນຜູ້ລົງມືກໍ່ສ້າງດ້ວຍທືນຂອງບໍລິສັດ.
ການກໍ່ສ້າງ-ຟື້ນຟູ ດອນຊາຍມຸງຄຸນເຂດເມືອງຈອມເພັດຄືນໃໝ່ ມີເນື້ອທີ່ປະມານ 1 ເຮັກຕ່າ, ບາງຈຸດຈະມີຄວາມກວ້າງປະ ມານ 20 ແມັດ ແລະບາງຈຸດ ຈະມີຄວາມກວ້າງປະມານ 40-50 ແມັດ ແລະຄວາມຍາວ 300 ກ່ວາແມັດ, ໂດຍຍົກລະດັບຄວາມສູງຂອງດອນຊາຍ ຈາກລະດັບໜ້ານ້ຳປົກກະຕິໃຫ້ສູງກວ່າ 1 ແມັດ, ບໍລິສັດຮັບເໝົາກໍ່ສ້າງໄດ້ນຳໃຊ້ຫີນ ແລະດີນເພື່ອປັບພື້ນທີ່ດອນປະມານ 64.600 ແມັດກ້ອນ, ມາຮອດປັດຈຸບັນສຳເລັດແລ້ວ 22% , ພາຍຫຼັງສຳເລັດການຖົມຫີນ ແລະດີນ ຈະກໍ່ສ້າງຂັ້ນໄດຂື້ນລົງອ້ອມຕົວດອນອີກຈຳນວນ 6 ຈຸດ, ຄາດຄະເນໜ້າວຽກທັງໝົດຈະໃຫ້ສໍາເລັດຕາມແຜນການໃນເດືອນເສປີນີ້, ການກໍ່ສ້າງ ແລະຟື້ນຟູ ດອນຊາຍມຸງຄຸນເມືອງຈອມເພັດຄັ້ງນີ້ ຈະອຳນວຍຄວາມສະດວກໃຫ້ແກ່ການຈັດກິດຈະກຳທາງສັງຄົມ ໃຫ້ມີຄວາມຍືນຍົງ ທັງສອດຄ່ອງກັບສະພາບການອານຸລັກສີ່ງແວດລ້ອມ ຕິດພັນກັບ ພື້ນທີ່ມໍລະດົກໂລກຫຼວງພະບາງ, ເຊີ່ງອົງການປົກຄອງເມືອງຈະມອບໃຫ້ພາກສ່ວນທຸລະກິດເຂົ້າສຳປະທານ ແລະພັດທະນາພື້ນທີ່ ແຕ່ໃນໄລຍະຈັດງານບຸນປະເພນີ ຈະໄດ້ນຳໃຊ້ພື້ນທີ່ດອນຊາຍມຸງຄຸນ ເປັນສະຖານທີ່ຈັດງານບຸນປະເພນີຄືເກົ່າ ໂດຍສະເພາະນຳໃຊ້ເຂົ້າໃນງານຕົບພະທາດຊາຍ ຢູ່ດອນຊາຍມຸງຄຸນ ເຂດເມືອງຈອມເພັດ ໂອກາດບຸນປີໃໝ່ລາວຂອງທຸກປີ, ເນື່ອງຈາກໄລຍະຜ່ານມາພົົບຄວາມຫຍຸ້ງຍາກ ຍ້ອນພື້ນທີ່ຂອງດອນມີຈຳກັດ ຍ້ອນສະພາບແມ່ນ້ຳຂອງມີການປ່ຽນແປງ ຈື່ງເຮັດໃຫ້ດອນຊາຍມຸງຄຸນມີພື້ນທີ່ໜ້ອຍລົງ, ຄາດວ່າພາຍຫລັງສໍາເລັດການຟື້ນຟູຄືນໃໝ່ນີ້ ດອນຊາຍມຸງຄຸນຈະໄດ້ນຳໃຊ້ເຂົ້າໃນການຈັດງານບຸນຕົບພະທາດຊາຍ ອັນເປັນ ປະເພນີສືບທອດກັນມາຫຼາຍເຊັ່ນຄົນ ຂອງຊາວຫຼວງພະບາງ ກໍ່ຄືເມືອງຈອມເພັດຕະຫຼອດໄປ.
Loading...