ວັນທີ 23 ພຶດສະພາຜ່ານມາ, ທີ່ກະຊວງສາທາລະນະສຸກ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຕ້ອນຮັບຄະນະຊ່ຽວຊານ ກະຊວງສາທາລະນະສຸກຫວຽດນາມ ທີ່ມາຊ່ວຍເຫຼືອລາວ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ ຊຶ່ງນໍາໂດຍ ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.
ໃນພິທີຕ້ອນຮັບ, ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ຂ້າພະເຈົ້າຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂໍຖືເປັນກຽດຢ່າງຍິ່ງ ທີ່ໄດ້ຕ້ອນຮັບການຢ້ຽມຂໍ່ານັບອຳລາ ຂອງຄະນະຊ່ຽວຊານການແພດ ຈາກ ສສ ຫວຽດນາມ ທີ່ໄດ້ສໍາເລັດພາລະກິດ ການມາຊ່ວຍເຫຼືອ ສປປ ລາວ, ຂ້າພະເຈົ້າ ກໍຄືພັກ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ພັກ, ລັດຖະບານ ກໍ່ຄືປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ຍາມໃດກໍ່ມີຄວາມເປັນຫວ່ງເປັນໄຍ, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ພວກເຮົາຕະຫຼອດໄລຍະທີ່ຜ່ານມາ, ບໍ່ວ່າໃນອະດີດ ກໍຄືປັດຈຸບັນ. ໃນຄັ້ງນີ້ ກໍເຊັ່ນດຽວກັນ ຫວຽດນາມ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອວັດຖຸອຸປະກອນການແພດ ກໍຄືໄດ້ສົ່ງຄະນະຊ່ຽວຊານດ້ານການແພດ ມາຊ່ວຍເຫຼືອ ສປປ ລາວ ພວກເຮົາໃນເວລາທີ່ ສປປ ລາວ ກຳລັງປະເຊີນໜ້າກັບການລະບາດຂອງພະຍາດໂຄວິດ – 19 ຢ່າງຮ້າຍແຮງ ແລະ ໃນທີ່ນີ້ຂ້າພະເຈົ້າ ສະແດງຄວາມຊົມເຊີຍຕໍ່ຜົນງານ ກໍຄືຜົນສຳເລັດທີ່ຄະນະຊຽວຊານການແພດພວກສະຫາຍ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະໜຶ່ງທີ່ຜ່ານມາ ແລະ ຂອບໃຈຢ່າງຈິງໃຈ.
ໃນໄລຍະປະຕິບັດວຽກງານຢູ່ ສປປ ລາວ ຂອງພວກສະຫາຍ ໄດ້ຮ່ວມກັບຄະນະແພດຂອງລາວ ລົງປະຕິບັດວຽກງານຢ່າງຫ້າວຫັນ ແລະ ຮີບດ່ວນ ຢູ່ບັນດາໂຮງໝໍ, ສະຖານທີ່ປິ່ນປົວຄົນເຈັບ, ຫ້ອງວິເຄາະພະຍາດ, ສະຖານທີ່ກັກກັນການລະບາດພະຍາດພະຍາດໂຄວິດ – 19 ທັງຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງພາກພາກໃຕ້ຂອງລາວ ບ່ອນທີ່ມີການລະບາດຫຼາຍສົມຄວນ. ການດຳເນີນການເຄື່ອນໄຫວຕົວຈິງ ຄະນະຊ່ຽວຊານແພດຂອງ ສສ ຫວຽດນາມ ໄດ້ຊ່ວຍຄະນະແພດຂອງລາວ ໃນການສຳຫຼວດ, ປະເມີນສະພາບການ ແລະ ໄດ້ໃຫ້ການແນະນໍາ ໃນການວາງມາດຕະການຄວບຄຸມ ແລະ ແກ້ໄຂການລະບາດ, ການຄຸ້ມຄອງກໍລະນີຄົນເຈັບຕິດເຊື້ອ, ການບໍລິຫານ ແລະ ສຸຂະອະນາໄມ, ບັນດາສະຖານທີ່ປິ່ນປົວຜູ້ຕິດເຊື້ອ, ໂຮງໝໍສູນກາງ, ທ້ອງຖິ່ນ, ໂຮງໝໍພາກສະໜາມ ແລະ ສູນກັກກັນຂັ້ນແຂວງ. ຈາກການມາຊ່ວຍເຫຼືອຂອງທິມງານແພດ ສສ ຫວຽດນາມຄັ້ງນີ້, ເຮັດໃຫ້ພວກເຮົາສາມາດຕອບໂຕ້ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ- 19 ແລະ ເຮັດໃຫ້ຈຳນວນຄົນເຈັບທີ່ເປັນພະຍາດໂຄວິດ – 19 ໃຫ້ມີການຫຼຸດລົງເທື່ອລະກ້າວ.
ໃນໂອກາດທີ່ມີຄວາມໝາຍນີ້ ຂ້າພະເຈົ້າຕີລາຄາສູງ ຕໍ່ການຊ່ວຍເຫຼືອຢ່າງຮີບດ່ວນ, ທັນການ ຂອງຝ່າຍ ສສ ຫວຽດນາມ ໃນຄັ້ງນີ້ ຊຶ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວພວກເຮົາ ໃນຍາມທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍ. ພ້ອມກັນນີ້, ຍັງສະແດງເຖິງຄວາມເປັນເພື່ອນມິດຖານສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ ສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຢ່າງແທ້ຈິງ ຊຶ່ງນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
ຂ້າພະເຈົ້າຕາງໜ້າໃຫ້ພັກ, ລັດຖະບານ, ປະຊາຊົນລາວ ກໍຄືໃນນາມສ່ວນຕົວ ຂໍສະແດງຄວາມຂອບໃຈຢ່າງລົ້ນເຫຼືອ ໂດຍຜ່ານ ສະຫາຍ ເອກອັກຄະລັດຖະທູດ ຫງຽນ ບາຮຸ່ງ ແລະ ບັນດາສະຫາຍຄະນະຊ່ຽວຊານການແພດ ສສ ຫວຽດນາມ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ອ້າຍນ້ອງ ທີ່ເວລາໃດກໍໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ກໍຄືປະຊາຊົນລາວ ຢ່າງຈິງໃຈຕະຫຼອດມາ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ພ້ອມທັງເຊື່ອໝັ້ນວ່າ: ດ້ວຍສາຍພົວພັນທີ່ເປັນມູນເຊື້ອ ສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍເພີ່ມພູນຄູນສ້າງໃຫ້ເກີດດອກອອກຜົນຂຶ້ນໄປເລື້ອຍໆ.
ໃນໂອກາດທີ່ມີຄວາມໝາຍນີ້ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ອວຍພອນໄຊອັນປະເສີດແດ່ທ່ານ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ຄະນະຊຽວຊານດ້ານການແພດ ສສ ຫວຽດນາມ ຈົ່ງມີຜົນສຳເລັດໃນໜ້າວຽກງານຂອງຕົນ ແລະ ຈົ່ງມີສຸຂະພາບແຮງແຮງ, ປາສະຈາກພະຍາດໂລຄາ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ. ອວຍພອນສາຍພົວພັນສາມັກຄີພິເສດ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນຊົ່ວກາລະນານ, ເດີນທາງກັບຄືນປະເທດດ້ວຍສະຫວັດດີພາບ.
ຕາງໜ້າຄະນະຊ່ຽວຊານຫວຽດນາມ ທ່ານ ເວືອງແອັງເຢືອງ ຮອງຫົວໜ້າກົມຄຸ້ມຄອງ, ກວດກາ ແລະ ປິ່ນປົວພະຍາດ ກະຊວງສາທາລະນະສຸກຫວຽດນາມ ຊຶ່ງເປັນຫົວໜ້າຄະນະ ໄດ້ລາຍງານຜົນການເຮັດວຽກ, ໜ້າທີ່ຮັບຜິດຊອບຂອງຄະນະ ໃນການຊ່ວຍເຫຼືອລາວ ກ່ຽວກັບວິທີປິ່ນປົວ, ບົ່ງມະຕິ, ການວິະຄາຫາເຊື້ອພະຍາດ ເພື່ອແນໃສ່ຊ່ວຍເຫຼືອລາວໃນການຮັບມືກັບພະຍາດໂຄວິດ-19 ໂດຍຄະນະຊ່ຽວຊານໄດ້ໄປເຮັດວຽກຢູ່ແຂວງຈໍາປາສັກ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ລະຫວ່າງ ວັນທີ 11-22 ພຶດສະພາຜ່ານມາ, ຄະນະໄດ້ໄປຢ້ຽມຢາມ ແລະ ລົງຕິດຕາມວຽກງານປ້ອງກັນ, ສະກັດກັ້ນໂຄວິດ-19 ຢູ່ບັນດາເຂດທີ່ມີການລະບາດໜັກ, ເຂດແຍກປ່ຽວລວມໝູ່, ຫ້ອງວິເຄາະ, ໂຮງໝໍພາກສະໜາມ, ໂຮງໝໍປິ່ນປົວຜູ້ຕິດເຊື້ອເບົາບາງ, ໂຮງໝໍປິ່ນປົວຜູ້ຕິດເຊື້ອຮຸນແຮງ, ໂຮງໝໍແຂວງ ແລະ ສຸກສາລາເມືອງ, ຮ້ານຂາຍຢາເອກະຊົນ.
ນອກນັ້ນ, ຄະນະ ຍັງໄດ້ເຂົ້າຮ່ວມການບົ່ງມະຕິ, ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຮຸນແຮງ ຮ່ວມກັບແພດໝໍຂອງລາວ, ຈັດກອງປະຊຸມສໍາມະນາ, ແລກປ່ຽນບົດຮຽນກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.
ພ້ອມກັນນັ້ນ, ທ່ານ ຫງວຽນບາຮຸ່ງ ໄດ້ລາຍງານວ່າ: ທາງສະຖານທູດຫວຽດນາມ ກໍໄດ້ຕິດຕໍ່ພົວພັນ ແລະ ແລກປ່ຽນຄໍາເຫັນຢ່າງເປັນປົກກະຕິ ເພື່ອບັນລຸປະສິດທິຜົນສູງໃນການສະໜັບສະໜູນຄະນະເຮັດສໍາເລັດໜ້າທີ່ຕາມການມອບໝາຍ, ເນັ້ນບັນດາບັນຫາສໍາຄັນທີ່ທາງຄະນະຊ່ຽວຊານຍົກຂຶ້ນ ເພື່ອເປັນພື້ນຖານໃຫ້ແກ່ກະຊວງສາທາລະນະສຸກ ກໍຄືບັນດາອົງການສໍານັກງານຂອງສອງປະເທດເອົາໃຈໃສ່ປະສານສົມທົບ, ຊາວຍເຫຼືອຊຶ່ງກັນ ແລະ ກັນ ໃນວຽກງານຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ ໃນຕໍ່ໜ້າ.
ໂອກາດທີ່ມີຄວາມໝາຍສໍາຄັນນີ້, ເພື່ອຕອບສະໜອງຜົນງານອັນຍິ່ງໃຫຍ່ໃນການປະກອບສ່ວນຂອງຄະນະຊ່ຽວຊານແພດໝໍຫວຽດນາມ, ໃນການຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ, ທ່ານ ບຸນແພງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມອບໃບຍ້ອງຍໍ ໃຫ້ຄະນະຊ່ຽວຊານຫວຽດນາມ ທີ່ມີຜົນງານດີເດັ່ນ ໃນການມາຊ່ວຍເຫຼືອລາວຕ້ານໂຄວິດ-19 ຄັ້ງນີ້.
ໂດຍ:ສີວັນ
