ວັນທີ25 ຕຸລາ 2022ນີ້ ຄະນະນັກຂ່າວຈໍານວນ3ຄົນ ຂອງວິທະຍຸກະຈາຍສຽງເເຫ່ງຊາດລາວ ຮ່ວມກັບຄະນະນັກຂ່າວ ຂອງວິທະຍຸກະຈາຍສຽງຫວຽດນາມ ຫລື V0V ຈໍານວນ3ຄົນ ໄດ້ເຄື່ອນໄຫວ ຢ້ຽມຢາມ ເເລະ ເຮັດວຽກຢູ່ສໍານັກງານໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຫລື V0V ນະຄອນຫລວງຮ່າໂນ້ຍ ສາທາລະນະລັດສັງຄົມນິຍົມຫວຽດນາມ ໂດຍການຕ້ອນຮັບຂອງທ່ານ ຫວູຫ້າຍກວາງ ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ.
ໂອກາດນີ້ ທ່ານຫວູຫ້າຍກວາງ ໄດ້ສະເເດງຄວາມຕ້ອນຮັບ ເເລະ ຕີລາຄາສູງຕໍ່ການເດີນທາງມາເຄື່ອນໄຫວ ຢ້ຽມຢາມ ເເລະ ເຮັດວຽກຢູ່ວິທະຍຸກະຈາຍສຽງຫວຽດນາມຂອງຄະນະນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວຈໍານວນ3ຄົນ ເຊີ່ງຢູ່ໃນທ່າມກາງບັນຍາກາດທີ່ສອງພັກ,ສອງລັດເເລະປະຊາຊົນສອງຊາດຫວຽດນາມ-ລາວ ໄດ້ມີກິດຈະກໍາສໍາຄັນຕ່າງໆໃນປີສາມັກຄີມິດຕະພາບລາວ-ຫວຽດນາມປີ2022 ເປັນການປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການເພີ່ມພູມຄູນສ້າງສາຍພົວພັນມິດຕະພາບທີ່ຍີ່ງໃຫຍ່,ຄວາມສາມັກຄີເເບບພິເສດ ເເລະການຮ່ວມມືຮອບດ້ານລະຫວ່າງສອງພັກ,ສອງລັດ ເເລະປະຊາຊົນສອງຊາດຫວຽດນາມ-ລາວໃຫ້ນັບມື້ເເຕກດອກອອກຜົນຍີ່ງໆຂື້ນເວົ້າລວມ ເວົ້າສະເພາະ ເພື່ອຍົກສູງບົດບາດການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງສອງວິທະຍຸຫວຽດນາມ-ລາວໃນການໂຄສະນາຂໍ້ມູນຂ່າວສານຮ່ວມກັນ-ລວມເຖີງວຽກງານສໍາຄັນປີ່ນອ້ອມຕ່າງໆໃຫ້ນັບມື້ມີປະສິດທິພາບເເລະປະສິດທິຜົນຫລາຍຂື້ນກວ່າເກົ່າ.
ທ່ານຫວູຫາຍກວາງ ໃຫ້ຮູ້ໂດຍຫຍໍ້ ກ່ຽວກັບການພົວພັນຮ່ວມມືກັບກະຊວງ ຖະເເຫລງຂ່າວ ວັດທະນະທໍາເເລະທ່ອງທ່ຽວ ໂດຍສະເພາະວິທະຍຸກະຈາຍສຽງເເຫ່ງຊາດລາວໃນໄລຍະຜ່ານມາວ່າ:ໃນເມື່ອກ່ອນວິທະຍຸກະຈາຍສຽງຫວຽດນາມ ຫລື VOV ໄດ້ຊ່ວຍເຫລືອວິທະຍຸຝ່າຍປະເທດລາວ ກໍ່ຄືວິທະຍຸກະຈາຍສຽງເເຫ່ງຊາດລາວໃນປັດຈຸບັນຫລາຍດ້ານ ໂດຍະສະເພາະໄດ້ສົ່ງພະນັກງານຊ່ຽວຊານໄປຍົກລະດັບຄວາມຮູ້ຄວາມສາມາດດ້ານວຽກງານວິຊາສະເພາະໃຫ້ວິທະຍຸຝ່າຍປະເທດລາວ ເປັນຕົ້ນ: ດ້ານເນື້ອໃນ ເເລະ ເນັກນິກການນໍາໃຊ້ເຄື່ອງມື ຜະລິດລາຍການ ອອກອາກາດຕ່າງໆ ຢ່າງເປັນປົກກະຕິຕໍ່ເນື່ອງ, ພາຍຫລັງປະເທດລາວໄດ້ຮັບການປົດປ່ອຍໃນວັນທີ2ທັນວາ1975 ພັກເເລະລັດຖະບານຫວຽດນາມກໍ່ຄືວິທະຍຸກະຈາຍສຽງຫວຽດນາມໄດ້ສືບຕໍ່ໃຫ້ການຊ່ວຍເຫລືອວິທະຍຸກະຈາຍສຽງແຫ່ງຊາດລາວຢ່າງຕໍ່ເນື່ອງ ໂດຍຜ່ານສັນຍາການຮ່ວມມືສອງຝ່າຍ ໂດຍສະເພາະໄດ້ຍົກສູງກໍາລັງການຜະລິດ ເເລະ ເພີ່ມພື້ນທີ່ປົກຫຸ້ມໃນການກະຈາຍສຽງໃຫ້ມີຄວາມທັນໄຫມ ໃນເຂດຂອບເຂດທົ່ວປະເທດ, ພົ້ນເດັ່ນໃນປີ2008ໄດ້ກໍ່ສ້າງສະຖານີເຄື່ອງສົ່ງFM 5 KWຢູ່ເເຂວງຫລວງນໍາທາ, ປີ2010ກໍ່ສ້າງສະຖານີສົ່ງຕໍ່ສັນຍານວິທະຍຸ-ໂທລະພາບເຂດພາກເຫນືອຢູ່ເເຂວງຫລວງພະບາງ,ປີ2014ກໍ່ສ້າງສະຖານນີເຄື່ອງສົ່ງວິທະຍຸ-ໂທລະພາບພາກພື້ນດີນຢູ່ເເຂວງສະຫວັນນະເຂດ ເເລະ ໃນປີ 2020 ໄດ້ສໍາເລັດການຈັດຕັ້ງປະຕິບັດໂຄງການປັບປຸງ-ປ່ຽນຖ່າຍລະບົບເຕັກໂນໂລຊີໃຫ້ວິທະຍຸກະຈາຍສຽງເເຫ່ງຊາດລາວໃຫ້ທັນກັບຄວາມຮຽກຮ້ອງຕ້ອງການເພື່ອ ຮັບໃຊ້ໃຫ້ເເກ່ການໂຄສະນາຂໍ້ມູນຂ່າວສານຕ່າງໆກ່ຽວກັບການດໍາເນີນກອງປະໃຫຍ່ຜູ້ເເທນທົ່ວປະເທດຄັ້ງທີ11ຂອງພັກປະຊາຊົນປະຕິວັດລາວ ຢ່າງມີຜົນສໍາເລັດ ເຖີງວ່າ ໄລຍະຜ່ານມາໄດ້ພົບກັບອຸປະສັກ ເເລະ ສີ່ງທ້າທາຍດ້ານຕ່າງໆ ໂດຍສະເພາະການລະບາດຂອງພະຍາດໂຄວິດ19ກໍ່ຕາມ ເເລະ ມາຮອດປັດຈຸບັນນີ້ ກໍາລັງດໍາເນີນການກໍ່ສ້າງສະຖານນີວິທະຍຸ-ໂທລະພາບໃຫ້ເເຂວງໄຊສົມບູນ ຕື່ມອີກ ໃນນີ້ມີລວມມີການຜະລິດລາຍການ ເເລະ ການກະຈາຍສຽງ ຄາດວ່າຈະສູ້ຊົນເຮັດໃຫ້ການກໍ່ສ້າງສໍາເລັດຮ້ອຍສ່ວນຮ້ອຍໃນປີ2023 ລວມເຖີງວຽກງານສໍາຄັນຕ່າງໆອີກຈໍານວນຫນື່ງ.
ສໍາລັບການເຄື່ອນໄຫວຢ້ຽມຢາມ ເເລະເຮັດວຽກຮ່ວມກັບຄະນະນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ຂອງຄະນະຂ່າວວິທະຍຸກະຈາຍສຽງເເຫ່ງຊາດລາວຈໍານວນ3ຄົນໃນຄັ້ງນີ້ເເມ່ນອີງໃສ່ທິດໂຄສະນາຂອງກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ,ອີງຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ,ອີງໃສ່ການພົວພັນຮ່ວມມືລະຫວ່າງວິທະຍຸກະຈາຍເເຫ່ງຊາດລາວ ເເລະວິທະຍຸກະຈາຍສຽງຫວຽດນາມ ໃນການເເລກປ່ຽນຂໍ້ມູນຂ່າວສານຮ່ວມກັນເພື່ອໂຄສະນາໃຫ້ແກ່ການສະເຫລີມສະຫລອງປີສາມັກຄີ ກໍ່ຄື2ວັນປະຫວັດສາດລະຫວ່າງລາວ-ຫວຽດນາມ, ຫວຽດນາມ-ລາວ 2022,ໃຫ້ມີບັນຍາກາດຟົດຟື້ນຂື້ນຕື່ມອີກ ເຊີ່ງກ່ອນຫນ້າຄະນະ ນັກຂ່າວວິທະຍຸກະຈາຍເເຫ່ງຊາດລາວຈໍານວນ3ຄົນໄດ້ເຄື່ອນໄຫວຢ້ຽມຢາມ ເເລະເຮັດວຽກຢູ່ສໍາງານໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຫລື VOV ຢູ່ນະຄອນຫລວງຮ່າໂນ້ຍ ໄດ້ເຄື່ອນໄຫວສໍາພາດຄວາມຮູ້ສຶກຂອງ ບັນດາຊ່ຽວຊານ ເເລະ ທະຫານອາສາສະຫມັກຫວຽດນາມ ທີ່ເຄີຍໄປເຄື່ອນໄຫວຮ່ວມສໍາພັນສູ້ຮົບຊ່ວຍຜູ້ນໍາການປະຕິວັດຢູ່ລາວໃນເມື່ອກ່ອນ,ຈາກນັ້ນໄດ້ສືບຕໍ່ເຄື່ອນໄຫວສໍາພາດອະທິການບໍດີມະຫາວິທະຍາໄລວິ້ງ ກ່ຽວກັບການບໍາລຸງສ້າງນັກສຶກສາລາວ, ສໍາພາດຄະນະນໍາຄະນະໂຄສະນາສຶກສາ ເເລະ ເຮັດວຽກຮ່ວມກັບຄະນະບໍລິຫານງານຊາວຫນຸ່ມ ເເຂວງເງະອານ ນອກຈາກນີ້ ໄດ້ເດີນທາງໄປເເຂວງຮ່າຕີງ ເພື່ອເຮັດວຽກຮ່ວມກັບຄະນະນໍາບໍລິສັດຊີພິທ່າເຮືອສາກົນລາວ-ຫວຽດນາມ (ທ່າເຮືອຫວຸງອ່າງ),ສໍາພາດຄວາມຮູ້ສຶກນ້ອງຊາຍຂອງທ່ານ ເລທ້ຽວຮຸຍ ຮອງຫົວຫນ້າກອງບັນຊາການ ຫົວຫນ້າເສນາທິການກອງທະຫານພັນທະມິດລາວ-ຫວຽດນາມຜູ້ທີ່ເຄີຍຊ່ວຍເຫລືອຜູ້ນໍາການປະຕິວັດລາວໃນການຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ,ສໍາພາດການນໍາເເຂວງຮ່າຕີງ ກ່ຽວກັບການພົວພັນຮ່ວມມືກັບລາວໂດຍສະເພາະບັນດາເເຂວງເເຮກສ່ຽວ ເເລະ ບັນດາເເຂວງລຽບຕາມຊາຍເເດນ, ຢ້ຽມຢາມບ້ານຊົນເຜົ່າກຶມມຸ,ເຮັດວຽກຮ່ວມກັບຄະນະນໍາກອງບັນຊາການທະຫານປ້ອງກັນຊາຍເເດນ ດ່ານສາກົນ ເກົ່າເເຈ່ວ-ຮ່າຕີງ , ນອກຈາກນີ້ຄະນະນັກຂ່າວວິທະຍຸກະຈາຍສຽງເເຫ່ງຊາດລາວຈໍານວນ3ຄົນ ເເລະ ຄະນະຜູ້ເເທນນັກຂ່າວວິທະຍຸກະຈາຍສຽງຫວຽດນາມຫລື VOV ຈໍານວນ3ຄົນ ຈະໄດ້ສືບຕໍ່ເຮັດວຽກຢູ່ເເຂວງບໍລີຄໍາໄຊ,ຄໍາມ່ວນ,ວຽງຈັນ ເເລະ ນະຄອນຫລວງວຽງຈັນ ຂອງລາວຕື່ມອີກ ໂດຍນໍາໃຊ້ເວລາທັງຫມົດ12ວັນນັບເເຕ່ວັນທີ23ຕຸລາ2022 ຫາ 3 ພະຈິກ 2022.
ຂ່າວ: ເດດອາລຸນ ແກ້ວວິໄລ
ພາບ: ຄໍາກອງ ກິດຕິຄຸນ



