ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ່ 31 ມີນາ 2022 ນີ້ ທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະ ນະ ໄດ້ເຄື່ອນໄຫວກວດກາ ການທົດແທນຜົນກະທົບ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເຂດເມືອງຊຽງເງີນ ໂດຍໄດ້ຮັບການຕ້ອນຮັບຈາກການນຳຂອງເມືອງ ແລະປະຊາຊົນບ້ານບວມອໍ້, ໂອກາດນີ້ ໄດ້ຮັບຟັງການລາຍງານສະພາບລວມຂອງ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເຂດຜ່ານເມືອງຊຽງເງິນ ເຊີ່ງມີທັງໝົດ 50 ກິໂລແມັດກວມ 16 ບ້ານ ມີຜົນກະທົບຕໍ່ທີ່ດິນຂອງປະຊາຊົນ 308 ຄອບຄົວ, ເນື້ອທີ່ຜົນກະທົບ 92,55 ເຮັກຕາ 325 ຕອນ, ໃນນັ້ນ ດິນນາ 2 ຕອນ ເນື້ອທີ່ 0,18 ເຮັກຕາ, ດິນສວນ 143 ຕອນ ເນື້ອທີ່ 56,83 ເຮັກຕາ, ດິນຈັບຈ່ອງ 58 ຕອນ ເນື້ອທີ່ 31,51 ເຮັກຕາ, ດິນປຸກສ້າງ 118 ຕອນ, ເນື້ອທີ່ 32,349 ຕາແມັດດິນລວມບ້ານ 4 ຕອນ, ເນື້ອທີ່ 7.959 ຕາແມັດ, ດ້ານຜົນລະປູກ ມີ: ໄມ້ອຸດສາຫະກໍາ 29,387 ຕົ້ນ, ພຶດອຸດສາຫະກໍາ 129,349 ຂຸມ, ໝາກນໍ້າມັນ 2.889 ຕົ້ນ ໄມ້ໃຫ້ຫມາກ 4.413 ຕົ້ນ, ໄມ້ປ່ອງ 504 ສຸມ, ໄມ້ປະດັບ 86 ຕົ້ນ, ດ້ານສິ່ງປຸກສ້າງ ມີ: ເຮືອນຕູບ 28 ຫຼັງ, ເຮືອນຊັ້ນດຽວ 80 ຫຼັງ, ເຮືອນສອງຊັ້ນ 24 ຫຼັງ, ໂຮງຮຽນ 4 ຫຼັງ, ສະໂມສອນບ້ານ 1 ຫຼັງ, ຫ້ອງນໍ້ານອກ 2 ຫຼັງ, ຮົ້ວເບຕົ່ງ 44 ຕົ້ນ ຍາວ 274 ແມັດ, ຮົ້ວຕ່າຫນ່າງເຫຼັກ 110 ແມັດ, ປະຕູໂຂງ 1 ອັນ, ນໍ້າສ້າງ 2 ໜ່ວຍ, ຜ່ານມາຄະນະກໍາຂັ້ນສູນກາງ-ຂັ້ນແຂວງ-ຂັ້ນເມືອງ ສົມທົບກັບອົງການປົກຄອງບ້ານ ເຕົ້າໂຮມປະຊາຊົນ ເຊື່ອມຊຶມນະໂຍບາຍຂອງພັກ-ລັດ ກ່ຽວກັບທາງລົດໄຟ ລາວ-ຈີນ, ສ່ວນການໄກ່ເກ່ຍ ແລະເວນຄືນທີ່ດິນ ຄະນະກໍາມະການຂັ້ນແຂວງ ແລະຂັ້ນເມືອງ ສົມທົບອົງການປົກຄອງບ້ານ ລົງເກັບກໍາຂໍ້ມູນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະທໍາມະຊາດ ນໍາ ປະຊາຊົນ ໄດ້ມອບພື້ນທີ່ໃຫ້ບໍລິສັດລົງມືກໍ່ສ້າງໄດ້ 90%, ໂອກາດນີ້ ຜູ້ເຂົ້າຮ່ວມໄດ້ມີຄຳສະເໜີກ່ຽວກັບການປັບປຸງພື້ນຖານໂຄງລ່າງຂອງບ້ານ ເພາະບາງຈຸດມີຄວາມສ່ຽງ ແລະການສ້າງເສັ້ນທາງໄປຫາພື້ນທີ່ທຳການຜະລິດ ລວມທັງບາງບັນຫາທີ່ບໍລິສັດຮັບເໝົາກໍ່ສ້າງ ຍັງບໍ່ທັນປະຕິບັດວຽກງານໃຫ້ສຳເລັດ, ຕອນທ້າຍ ທ່ານ ສຸວອນ ເລືອງບຸນມີ ໄດ້ຍົກໃຫ້ເຫັນເຖີງ ຄວາມສຳຄັນຂອງການສ້າງເສັ້ນທາງລົດໄຟລາວ-ຈີນ ທັງຮຽກຮ້ອງໃຫ້ປະຊາຊົນ ພ້ອມກັນອົດທົນຜ່ານຜ່າຄວາມຫຍຸ້ງຍາກ ໃນໄລຍະການຍົກຍ້າຍທີ່ຢູ່ອາໄສໃໝ່ ທັງເນັ້ນໃຫ້ຄະນະກຳມະການເຂັ້ນເມືອງສົມທົບກັບບໍລິສັດ ເພື່ອແກ້ໄຂວຽກງານຄົງຄ້າງໃຫ້ມີຜົນສຳເລັດ.
ໂອກາດນີ້ ທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ລົງກວດກາພື້ນທີ່ຕົວຈີງຕາມການສະເໜີຂອງປະຊາຊົນ ທັງໄດ້ໄປກວດກາພື້ນຖານໂຄງລ່າງທີ່ໄດ້ຮັບຜົນກະທົບ ຕໍ່ວຽກງານກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ພາຍໃນເມືອງຊຽງເງີນ ຕື່ມອີກ.
May be an image of tree and sky
May be an image of 9 people, people sitting and people standing
May be an image of 6 people and people standing