ໃນວັນທີ 19 ກຸມພາ 2022, ຄະ ນະນຳແຂວງຈຳປາສັກ ເຊິ່ງນຳໂດຍ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ຄະ ນະຜູ້ແທນຂັ້ນສູງແຂວງກວ້າງຈີ້ ແຫ່ງ ສສ ຫວຽດນາມ ໂດຍມີ ສະຫາຍ ເລກວາງຕຸ່ງ ກຳມະການຄະນະບໍລິຫານງານສູນກາງພັກກອມມູຍນິດ ຫວຽດນາມ ເລຂາຄະນະພັກແຂວງ ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງກວ້າງຈີ້, ເປັນຫົວໜ້າຄະນະ ໃນໂອກາດມາຢ້ຽມຢາມ ແຂວງຈຳປາສັກ ຂອງ ສປປ ລາວ ຢ່າງເປັນທາງການ.
ສະຫາຍ ວິໄລວົງ ບຸດດາຄຳ ຕາງ ໜ້າ ຄະນະພັກ-ອົງການປົກຄອງ ແລະປະຊາຊົນ ຊາວແຂວງຈຳປາສັກ ໄດ້ກ່າວສະແດງການຕ້ອນຮັບ ຄະນະຜູ້ແທນຂັ້ນສູງແຂວງກວ້າງຈີ້ ແຫ່ງ ສສ ຫວຽດນາມ ທີ່ມາຢ້ຽມຢາມແຂວງຈຳປາສັກ ແລະ ຕີລາຄາສູງ ຕໍ່ການມາຢ້ຽມ ຢາມ ຂອງ ສະຫາຍ ເລກວາງຕຸ່ງ ກຳມະການຄະນະບໍລິຫານສູນກາງພັກກອມມູຍນິດຫວຽດນາມ ເລຂາຄະນະພັກແຂວງ ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງກວ້າງຈີ້ ພ້ອມຄະນະ, ຖືເປັນຄະນະທຳອິດ ຂອງບັນດາແຂວງ ຂອງ ສສ ຫວຽດ ນາມ ນັບແຕ່ ມີ ສະພາບການແຜ່ລະບາດຂອງພະຍາດ ໂຄິວິດ-19 ເຊິ່ງ ໄດ້ເປັນ ຂີດໝາຍອັນສຳຄັນ ໃຫ້ແກ່ການເສີມສ້າງສາຍພົວພັນ ການຮວ່ມມືລະຫວ່າງລາວ – ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນ ແຂວງຈຳປາສັກ ແລະ ແຂວງກວ້າງຈີ້ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະມີປະສິດທິຜົນຫຼາຍຂື້ນ.
ໂອກາດດັ່ງກ່າວ, ສະຫາຍ ເລກວາງຕຸ່ງ ໄດ້ສະແດງຄວາມຂອບ ໃຈ ແລະຊົມເຊີຍຕໍ່ຜົນສຳເລັດ ຂອງຄະນະພັກ-ອົງການປົກຄອງແຂວງ ໃນການຈັດຕັ້ງຜັນຂະ ຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ກໍຄື ການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນພັດທະນາເສດ ຖະກິດ-ສັງຄົມ ຂອງແຂວງ ແລະຄະນະຜູ້ແທນຂັ້ນສູງ ຂອງສອງແຂວງ ຈຳປາສັກ ແລະກວ້າງຈີ້ ໄດ້ຕີລາຄາສູງຕໍ່ ການພົວພັນ ຮ່ວມມື້ ທີ່ຜ່ານມາ ແລະໃນການມາຢ້ຽມຢາມຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພົວພັນ ແລະຄວາມສາມັກຄີພິເສດໃຫ້ກ້າວສູ່ລວງເລິກ ທັງເປັນການຊົມເຊີຍປີມິດຕະພາບ ລາວ-ຫວຽດນາມ, ຫວຽດ ນາມ- ລາວ 2022 ເພື່ອ ເປັນສັນຍາລັກໃນການຮວ່ມມື ແລະນໍາເອົາຜົນປະໂຫຍດໃຫ້ແກ່ສອງທ້ອງຖິ່ນ ໃນຕໍ່ໜ້າ.
ໃນໂອກາດ ຢ້ຽມຢາມ ແຂວງຈຳປາສັກ ຂອງ ຄະນະຜູ້ແທນຂັ້ນສູງແຂວງກວ້າງຈີ້ ໄດ້ ມອບຄອມພິວ ເຕີ້ Laptop ຈຳນວນ 10 ເຄື່ອງ, ມູນຄ່າ 150 ລ້ານດົງ ໃຫ້ແຂວງຈໍາປາສັກ ແລະພາຍຫລັງສຳເລັດການພົບປະ ຄະນະດັ່ງກ່າວ ໄດ້ທ່ຽວຊົມສະຖານທີ່ສຳຄັນຕ່າງໆ ຂອງແຂວງຈຳປາສັກ ແລະເຂົ້າ ຮ່ວມຊົມ ງານບຸນມະໂຫລານ ກາເຟ – ຊາ ພູພຽງບໍລະເວນ ປີ 2022 ແລະ ພິທີປະກາດ ປ່າສະຫງວນດົງຫົວສາວ ແລະດົງເຊປຽນ ເປັນອຸທິຍານແຫ່ງຊາດ ນຳອີກດ້ວຍ.
ຂ່າວ: ທັດຊະນະ.







