ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານນາງ ໃບຄຳ ຂັດທິຍະ ກຳມະ ການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຮສສ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ພົບປະອະດີດນາຍ ແລະ ພົນທະຫານທີ່ ສູນເສຍອົງຄະພິເສດ 790 ໃນວັນທີ 18 ມັງກອນນີ້ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບ 73 ປີ, ໂດຍມີພະນັກງານການນຳຂອງສູນ, ພະນັກງານອະວຸໂສບຳນານ ອະດີດນາຍແລະ ພົນທະຫານ ໃຫ້ການຕ້ອນຮັບ.
ໃນໂອກາດນີ້ທ່ານ ພັນໂທ ບຸນມີ ອິນທະວົງສາ ເລຂາໜ່ວຍພັກ ຫົວ ໜ້າການເມືອງສູນເສຍອົງຄະພິເສດ 790 ໄດ້ລາຍງານໂດຍຫຍໍ້ກ່ຽວກັບຈຸດພິເສດຂອງສູນວ່າ: ສູນເສຍອົງຄະພິເສດ 790 ເປັນບ່ອນເຕົ້າໂຮມເອົາອະດິດນາຍ ແລະ ພົນທະຫານທີ່ເສຍອົງຄະໃນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ຊຶ່ງຈັດເປັນປະເພດພິເສດເຂົ້າມາເຕົ້າໂຮມກັນຢູ່ສູນແຫ່ງນີ້. ຊຶ່ງມີພະນັກງານນັກຮົບທີ່ເຮັດວຽກຄຸ້ມຄອງບໍລິການຮັບໃຊ້ສູນປະກອບມີດັ່ງນີ້: ຫ້ອງການ, ໂຮງ ໝໍ, ສະໂມສອນ, ພາຫະນະຮັບໃຊ້, ວັດຖຸອຸປະກອນ ແລະ ເຄື່ອງໃຊ້ຕ່າງໆ ,ມີເນື້ອທີ່ດິນໃນການຄຸ້ມຄອງເພື່ອຈັດສັນປຸກສ້າງເຮືອນ ໃຫ້ພະນັກງານເສຍອົງຄະ ແລະ ດິນທຳການຜະລິດຢູ່ພາຍ ໃນສູນ. ປັດຈຸບັນສູນ ມີຈຳນວນພົນ 181 ຄົນ, ມີພະນັກງານເສຍອົງຄະ 44 ຄົນ, ມີພະນັກງານບຳນານ 52 ຄົນ, ພະນັກງານດູແລ 50 ຄົນພະນັກງານປະຈຳການ 30 ຄົນ, ມີແພດ 5 ຄົນ, ມີຄະນະບັນຊາສູນ 4 ຄົນ, ມີ 3 ຂະແໜງການ ແລະ ມີ 1 ໂຮງໝໍມີ 15 ຕຽງ.
ໃນໂອກາດນີ້ ທ່ານນາງ ໃບຄຳ ຂັດທິຍະ ໄດ້ກ່າວບາງຕອນໃນການລົງຢ້ຽມຢາມ ແລະ ພົບປະ ໃນຄັ້ງນີ້ວ່າ: ຕະຫຼອດໄລຍະເວລາ 27 ປີຜ່ານມາພວກທ່ານໄດ້ ຮ່ວມຊີວິດ ແລະ ຂຶ້ນກັບການຄຸ້ມຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມແຕ່ປີ 1993 ຮອດປີ 2020 ຊຶ່ງເປັນເວລາຫຼາຍປີ ສົມ ຄວນ, ຕະຫຼອດໄລຍະເວລາຜ່ານມານັ້ນໄດ້ພະຍາຍາມເອົາໃຈໃສ່ເບິ່ງແຍງ ດູແລ ໃກ້ສິດຕິດແທດຕາມຄວາມສາມາດ ແລະ ກໍາລັງທີ່ມີ ດ້ວຍຄວາມເປັນຫ່ວງເປັນໃຍຕະຫຼອດເວລາ ຄືກັບຄົນຢູ່ໃນຄອບຄົວດຽວກັນ, ໄດ້ພະຍາຍາມຊອກຫາທຸກວິທີທາງເພື່ອຊ່ວຍ ເຫຼືອ ແລະ ອໍານວຍຄວາມສະ ດວກຊຶ່ງກັນ ແລະ ກັນ ບໍ່ວ່າຈະເປັນທາງດ້ານງົບປະມານ, ດ້ານວັດຖຸ ແລະ ຈິດໃຈ ໃນການປະຕິບັດນະໂຍບາຍດ້ານຕ່າງໆຕໍ່ພະນັກງານເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ພະນັກງານບໍານານ ແລະ ພະນັກງານຜູ້ມີຜົນງານ ແລະ ຄຸນງາມຄວາມ ດີ ໃນພາລະກິດຮັບໃຊ້ການປະຕິ ວັດຊາດ ປະຊາທິປະໄຕ ຕາມນິຕິກໍາ ແລະ ຄວາມສາມາດຕົວຈິງທີ່ມີ, ເຖິງແມ່ນວ່າບາງຄັ້ງຍັງບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຕາມການສະເໜີໄດ້ທັນກັບເວລາ ກໍ່ຕາມ ແຕ່ພວກເຮົາກໍໄດ້ພະຍາມ ເພື່ອແກ້ໄຂ ແລະ ສາມາດຕອບ ສະຫນອງໄດ້ໂດຍພື້ນຖານ.
ທ່ານລັດຖະມົນຕີຍັງໄດ້ ອວຍ ພອນໃຫ້ ບັນດາທ່ານ ລູງ, ປ້າ, ອາວ, ອາ ຈົ່ງສຶບຕໍ່ເອົາໃຈໃສ່ ຮັກສາມູນເຊື້ອອັນດີງາມ, ທາດແທ້ປະຕິວັດ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ເພື່ອເປັນແບບຢ່າງ ໃນສຶກສາອົບຮົມໃຫ້ ລູກ-ຫຼານ ແລະ ຄອບ ຄົວໃຫ້ກາຍເປັນພົນລະເມືອງດີຂອງຊາດ, ຂອງສັງຄົມ ແລະ ຄອບຄົວ ປາສະຈາກການມົວເມົາກັບສິງເສບຕິດ ແລະ ການກະທໍາທີ່ຜິດທາງກົດ
ໝາຍ; ເອົາ ຝໃຈໃສ່ ເພີ່ມທະວີການພັດທະນາເສດຖະກິດຄອບ ຄົວ ແລະ ສັງຄົມ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງທີ່ມີ; ຄະນະພັກ, ຄະນະບັນຊາສູນ ຈົ່ງສຶບຕໍ່ເອົາໃຈໃສ່ຄຸ້ມຄອງນໍາໃຊ້ວັດຖຸ-ອຸປະກອນທີ່ມີເພື່ອຮັບປະ ກັນການໃຊ້ງານໃຫ້ຍາວນານ, ຂໍໃຫ້ບັນດາ ລຸງ, ປ້າ, ອາວ, ອາ ເອົາ ໃຈໃສ່ຮັກສາ ແລະ ເບິ່ງແຍງ ສຸຂະພາບຂອງຕົນເອງ ໃຫ້ມີສຸຂະພາບແຂງແຮງ ແລະ ປະສະຈາກໂລກໄພໄຂ້ເຈັບຕ່າງໆ.
ພ້ອມດຽວກັນນີ້ທ່ານ ລັດຖະ ມົນຕີຍັງໄດ້ນຳເອົາເຂົ້າສານ, ເຄື່ອງນຸ່ງຫົ່ມຈຳນວນໜຶ່ງມອບ ໃຫ້ສູນ 790, ແລະ ວັນດຽວກັນຄະນະນຳກະຊວງ ຮສສ ກໍໄດ້ນຳເອົາເຂົ້າສານ ແລະເຄື່ອງນຸ່ງຫົ່ມມອບໃຫ້ສູນ 489 ແລະ 686 ຕື່ມອີກ.
(ຂ່າວສານ ຮສສ)
May be an image of 6 people, people standing and indoor