ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ທີ່ຈະໄດ້ໝູນວຽນມາ ຄົບຮອບ 62 ປີ (05/04/1961-05/04/2023), ໃນຕອນເຊົ້າ ຂອງວັນທີ 03 ເມສາ 2023 ຢູ່ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ), ຄະນະພັກ-ຄະນະນຳ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າ ຫສນຍ ໄດ້ເຂົ້າຢ້ຽມຂ່ຳນັບອວຍພອນ ແລະ ຊົມເຊີຍ ຄະນະພັກ-ຄະນະນຳ ກະຊວງປກສ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ. ທັງນີ້ ກໍ່ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ຊົມເຊີຍຜົນງານ ການເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງປ້ອງກັນຄວາມສະຫງົບ ທີ່ໄດ້ປະຕິບັດໜ້າທີ່ ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມສະຫງົບປອດໄພ ແລະ ສ້າງເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ກໍ່ຄືທຸກຊັ້ນຄົນໃນສັງຄົມ.


