ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 30 ທັນວາ 2021 ນີ້ ຄະນະນໍາຂອງເມືອງລະຄອນເພັງ ນໍາໂດຍ ທ່ານ ທອງດີ ຈັນທະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງລະຄອນເພັງ ໄດ້ເຂົ້າຮ່ວມພິທີຕັກບາດຖວາຍສັງຂະທານແດ່ພະພິກຂຸສົງສະມະເນນ ທີ່ອ່າງເກັບນໍ້າວັງແຄນ ບ້ານລະຄອນສີ ເມືອງລະຄອນເພັງ ເພື່ອສັກະລາບູຊາສິ່ງສັກສິດ ທີ່ປົກປ້ອງຄຸ້ມຄອງ ແລະສະຖິດຢູ່ອ່າງເກັບນໍ້າວັງແຄນ ທີ່ເຄີຍປະຕິບັດມາໃນແຕ່ລະປີ ແລະເພື່ອເປັນສິຣິມຸງຄຸນໃນໂອກາດສົ່ງທ້າຍປີເກົ່າ ຄສ 2021 ແລະຕ້ອນຮັບປີໃໝ່ ຄສ 2022 ໂດຍມີບັນດາທ່ານໃນຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງການ, ພະນັກງານລັດຖະກອນ, ນັກທູລະກິດ ແລະມວນຊົນຊາວບ້ານລະຄອນສີເຂົ້າຮ່ວມຢ່າງເປັນຂະ ບວນ.
ເຊິ່ງພິທີຕັກບາດຖວາຍສັງຂະທານ ທີ່ອ່າງເກັບນໍາວັງແຄນ ໃນປີນີ້ແມ່ນແຕກຕ່າງ ຈາກທຸກປີຜ່ານມາ ເພາະປົກກະຕິໃນແຕ່ລະປີຜ່ານມາ ພາຍຫຼັງສໍາເລັດພິທີຕັກບາດຖວາຍສັງຂະທານ ແມ່ນໄດ້ມີການເປີດງານແຂ່ງຂັນຊ່ວງເຮືອອ່າງເກັບນໍ້າວັງແຄນ ແຕ່ສໍາປີນີ້ຍ້ອນສະພາບການລະບາດ ຂອງພະຍາດໂຄວິດ-19 ຈິ່ງບໍ່ມີການຈັດງານແຂ່ງຂັນຊ່ວງເຮືອ ແລະໄດ້ເລື່ອນພິທີຕັກບາດຖວາຍສັງຂະທານ ມາຈັດໃນໂອກາດສົງທ້າຍປີເກົ່າ ແລະຕ້ອນຮັບປີໃໝແທນ. ອີກປະການໜຶ່ງປັດຈຸບັນອ່າງເກັບນໍ້າວັງແຄນ ແມ່ນໄດ້ປ່ອຍນໍ້າ ເພື່ອກະກຽມໃຫ້ແກ່ການຈັດຕັ້ງປະຕິບັດ ໂຄງການກໍ່ ສ້າງອ່າງເກັບນໍ້າວັງແຄນໄລຍະທີ 2