10 ກຸມພາ 2021. ທ່ານ ທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ ແຂວງສາລະວັນ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຍາມ ແລະໃຫ້ກຳລັງໃຈ ແຮງງານທີ່ກັບມາຈາກປະເທດໃກ້ຄຽງທີ່ຍັງຢູ່ສູນຈໍາກັດບໍລິເວນຈຸດສຸມປາກຕະພານມີທັງໝົດຈໍານວນ 10ຄົນ, ຍີງ 5 ຄົນ, ຜ່ານການກວດກາຂອງແພດ ບໍ່ພົບເຊື້ອພະຍາດໂຄວິດ19.
ໃນການລົງຢ້ຽມຄັ້ງນີ້ ທ່ານເຈົ້າເມືອງ, ພ້ອມດ້ວຍຄະນະ ໄດ້ມອບນໍ້າດື່ມຈຳນວນ 10 ແຟັກ, ໃຫ້ຈຸດຈໍາກັດບໍລິເວນ ເພື່ອນໍາເຂົ້າໃຊ້ໃນຊີວິດການເປັນຢູ່, ພ້ອມນີ້ທ່ານຍັງໄດ້ໂອ້ລົມຕໍ່ແຮງງານໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຕາມທີ່ແພດໝໍກຳນົດໄວ້, ກໍ່ຄືຮັກສາໄລຍະຫ່າງ, ລ້າງມືໃສ່ ສະບູຫຼື ເຈວຂ້າເຊື້ອດ້ວຍເຫຼົ້າ90 ເວລາໂອ້ລົມກັນຕ້ອງໃສ່ຜ້າປິດປາກ,ປິດດັງ ຈົນກ່ວາຈະຄົບກຳນົດ 14ວັນ ແລະ ຫຼັງຈາກກັບເມືອບ້ານ ກໍ່ໃຫ້ຕິດຕາມອາການຕື່ມອີກ.
Cr: ຖວທ ເມືອງລະຄອນເພັງ
Loading...