ໃນວັນທີ 28 ສິງຫາ 2020 ທີ່ຜ່ານມານີ້ ຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີໄດ້ສ້າງຂະບວນການອອກແຮງງານລວມຢູ່ທີ່ ສວນພຶກສາສາດຂອງຊາວໜຸ່ມ – ເຍົາວະຊົນ ( ຫຼັກ 7 ) ໂດຍການນຳພາຂອງສະຫາຍ ໜູໄຊ ນໍກີຢາ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີ; ເຂົ້າຮ່ວມໃນຂະບວນການອອກແຮງງານລວມໃນຄັ້ງນີ້ ມີບັນດາສະມາຊິກຊາວໜຸ່ມຈາກພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ທົ່ວເມືອງໄຊຍະບູລີ ເຂົ້າຮ່ວມທັງໝົດ 2.928 ສະຫາຍ.
ຈຸດປະສົງຂອງການອອກແຮງງານໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການ ຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ – ຂອງພັກແລະຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງໄຊຍະບູລີ, ເຊິ່ງຈຸດທີ່ອານາໄມແມ່ນຢູ່ສວນພຶກສາສາດ ( ຫຼັກ 7 ) ບັນດາສະມາຊິກຊາວໜຸ່ມໄດ້ພ້ອມພາກັນຖາງປ່າ ເພື່ອໃຫ້ມັນແປນ ແລະ ທຳລາຍແຫຼງ່ທີ່ຢູ່ອາໄສຂອງຍຸງລາຍ.