ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດປະກອບຄໍາເຫັນຕໍ່ ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວ 5 ປີ (2021-2025) ຂອງອົງການກວດກາແຫ່ງລັດ ຢູ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ທີ່ດໍາເນີນໃນວັນທີ 25 ມີນາ 2021 , ເຊີ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍ ອົງການກວດກາລັດຖະບານ ໃນເມື່ອກ່ອນ ກໍຄືອົງການກວດກາແຫ່ງລັດ ໃນປັດຈຸບັນ ທີ່ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ມີຜົນງານພົ້ນເດັ່ນຫຼາຍດ້ານໄດ້ຕິດຕາມກວດກາ ການປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່, ການປະຕິບັດກົດໝາຍ, ຂໍ້ກໍານົດ, ຄໍາສັ່ງ, ການປະຕິບັດແຜນງົບປະມານ, ແຜນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງ-ນຳໃຊ້ຊັບສິນຂອງລັດ ໃນ 5 ປີ ຜ່ານມາໄດ້ກວດກາ 4.129 ເປົ້າໝາຍ; ໄດ້ເກັບກໍາ ແລະ ໄລ່ລຽງມູນຄ່າການລົງທຶນຂອງລັດ ຈໍານວນ 4.601 ໂຄງການ ໃນນີ້ ກວດກາສໍາເລັດ 692 ໂຄງການ, ກວດເຫັນຜົນເສຍຫາຍ 5.689,12 ຕື້ກວ່າກີບ 31,77 ລ້ານໂດລາສະຫະລັດ, 38,89 ລ້ານບາດ. ກວດກາການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ ພົບເຫັນຜູ້ລະເມີດກົດໝາຍ 1.119 ຄົນ, ໄດ້ຮັັບຄໍາຮ້ອງຄໍາສະເໜີ 4.817 ສະບັບ, ແກ້ໄຂ 1.524 ສະບັບ ແລະ ອື່ນໆ.
ທ່ານ ພົນໂທ ສຸວອນ ເລືອງບຸນມີ ກ່າວຕື່ມວ່າ: ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ ສະພາແຫ່ງຊາດ ເຫັນວ່າ ຍັງມີບາງບັນຫາ ທີ່ອົງການກວດກາລັດຖະບານຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນ: – ການຜັນຂະຫຍາຍແຜນຍຸດທະສາດ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຍັງຊັກຊ້າ, ການສຶກສາອົບຮົມ ຜົນຮ້າຍຂອງການສໍ້ລາດບັງຫຼວງ ຕໍ່ເປົ້າໝາຍຕ່າງໆໃນທົ່ວສັງຄົມ ຍັງບໍ່ເລິກເຊິ່ງ, ບັນດາປະກົດການສວຍໃຊ້ໜ້າທີ່ຕໍາແໜ່ງສໍ້ລາດບັງຫຼວງ ດ້ວຍຫຼາຍຮູບການ ແລະ ຫຼາຍລະດັບແຕກຕ່າງກັນ ຍັງແຜ່ຫລາຍ, ສັງຄົມທັກທ້ວງຕິຕຽນຫຼາຍ ແຕ່ການກວດກາ ແລະ ສະກັດກັ້ນ ຍັງເຮັດໄດ້ໜ້ອຍ, ມີຫຼາຍກໍລະນີກວດເຫັນ ແຕ່ບໍ່ໄດ້ຮັບການແກ້ໄຂຈິງຈັງ.
– ການກວດກາຕາມຜົນການກວດສອບ ໂດຍສະເພາະແມ່ນການກວດກາຂົງເຂດການລົງທືນ, ການຄຸ້ມຄອງງົບປະມານ, ການເກັບລາຍຮັບ, ການຄຸ້ມຄອງນໍາໃຊ້ຊັບພະຍາກອນທໍາມະຊາດ ຍັງເຮັດໄດ້ໜ້ອຍ, ມີບາງເປົ້າໝາຍກວດພົບເຫັນຄວາມເສຍຫາຍຫຼາຍ ແຕ່ການເກັບກູ້ເງິນຄືນໃຫ້ລັດ ໄດ້ໜ້ອຍ;
– ການພິຈາລະນາຄຳຮ້ອງ-ຄຳສະເໜີ ຍັງຂາດການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ບາງກໍລະນີການແກ້ໄຂ ຍັງບໍ່ເອກະພາບກັນ, ຫຼົບໄປ-ຫຼົບມາ ແກ່ຍາວຊັກຊ້າ, ສ້າງຄວາມສັບສົນໃຫ້ແກ່ຜູ້ຮ້ອງທຸກ.
– ຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານກວດກາລັດ ກັບ ວຽກງານກວດກກາພັກ ຍັງປົນເປກັນຢູ່ ພະນັກງານ, ສະມາຊິກພັກ ທີ່ຮັບຜິດຊອບວຽກງານກວດກາ ກໍບໍ່ທັນເຫັນໄດ້ຄວາມສໍາຄັນ ຂອງວຽກງານກວດກາ ບາງຄັ້ງເກີດມີປະກົດການຫຍໍ້ທໍ້ ໃນການປະຕິບັດໜ້າທີ່.
ນອກຈາກນີ້ ຄະນະປະຈໍາ ສະພາແຫ່ງຊາດ ສະເໜີໃຫ້ອົງການກວດກາແຫ່ງລັດ ເອົາໃຈໃສ່ບາງວຽກງານທີ່ເປັນຈຸດສຸມ ໃນການເຄື່ອນໄຫວວຽກງານຂອງອົງການກວດກາແຫ່ງລັດ 5 ປີ ຕໍ່ໜ້າ (2021-2025) ເປັນຕົ້ນ:
– ປັບປຸງໂຄງປະກອບການຈັດຕັ້ງ, ກໍານົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງອົງການກວດກາແຫ່ງລັດ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ໃນໄລຍະໃໝ່ ທີ່ໄດ້ຮັບການມອບໝາຍ.
– ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ, ຄະນະນໍາ, ອົງການກວດກາແຫ່ງລັດ ແຕ່ລະຂັ້ນ ໃນການຈັດຕັ້ງເຊື່ອມຊືມແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເປັນແຜນງານ, ໂຄງການ, ກິດຈະກໍາລະອຽດແຕ່ລະໄລຍະ ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໄດ້ກໍານົດໄວ້ໃນກົດໝາຍ.
– ເອົາໃຈໃສ່ ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກ່ຽວກັບ ວຽກງານກວດກາແຫ່ງລັດ ແລະ ການຕ້ານການສໍ້ລາດບັງຫຼວງ ໃຫ້ເປັນລະບົບຄົບຊຸດ, ເປັນເຈົ້າການໃນການເຜີຍແຜ່, ເຊື່ອມຊືມ ໃຫ້ພະນັກງານລັດຖະກອນ ແລະ ຂະແໜງການທີ່ກ່ຽວຂ້ອງ ໃຫ້ຮັບຮູ້ກວ້າງຂວາງ ແລະ ທົ່ວເຖິງ.
– ເພີ່ມທະວີການສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ຂອງອົງການລັດ ພະນັກງານ-ສະມາຊິກພັກ ແຕ່ລະຂັ້ນ ໃນເປົ້າໝາຍທີ່ນໍາໃຊ້ງົບປະມານຂອງລັດ ເປັນຕົ້ນ ການລົງທືນກໍ່ສ້າງພື້ນຖານໂຄງລ່າງ, ການປະຕິບັດວິໄນແຜນການ-ການເງິນ.
– ສ້າງສະຕິຄວາມຮັບຮູ້ເຂົ້າໃຈ ຂອງພະນັກງານ-ສະມາຊິກພັກ ກ່ຽວກັບ ຄວາມໝາຍຄວາມສໍາຄັັນ ຂອງວຽກງານການແຈ້ງຊັບສີນ ແລະ ຖືສໍາຄັນເອົາວຽກງານດັ່ງກ່າວ ເພື່ອສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ໃນກົງຈັກລັດ.
– ປັບປຸງກົນໄກ ການຮັບ ແລະ ການພິຈາລະນາແກ້ໄຂຄຳຮ້ອງ-ຄຳສະເໜີ ໃຫ້ສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ເອົາໃຈໃສ່ປະສານສົມທົບ ກັບບັນດາອົງການລັດທີ່ກ່ຽວຂ້ອງ ເພື່ອຮ່ວມກັນພິຈາລະ ນາແກ້ໄຂຄໍາຮ້ອງ-ຄໍາສະເໜີ ກ້າວໄປເຖິງມີຄວາມເປັນເອກະພາບ ແລະ ໃຫ້ມີບ່ອນສິ້ນສຸດ.
ຂ່າວ ບຸນຕຽງ ຈັນທະວົງ
ພາບ: ຕາລິເຊຍ


