ຄະນະປະທານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XX ຂອງພັກຄອມມູນິດຈີນ ໄດ້ຈັດກອງປະ ຊຸມ ຄັ້ງທີ 3 ໃນຕອນເຊົ້າວັນທີ 21 ຕຸລານີ້, ຢູ່ຫໍສະພາປະ ຊາຊົນແຫ່ງຊາດຈີນ ທີ່ນະຄອນຫຼວງປັກກິ່ງ ພາຍໃຕ້ການເປັນປະທານຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ສະໄຫມທີ XIX.
ກອງປະຊຸມໄດ້ຮັບຮອງເອົາບັນຊີລາຍຊື່ກຳມະການ ສົມບູນ ແລະ ສຳຮອງຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ແລະ ບັນຊີລາຍ ຊື່ກຳມະ ການສົມບູນແລະສຳຮອງຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນ ສະໄໝທີ XX ທີ່ໄດ້ຜ່ານການຄັດເລືອກຈາກຄະນະຜູ້ແທນຕ່າງໆ ແລະ ໄດ້ຕົກລົງຍື່ນໃຫ້ຄະນະຜູ້ແທນກອງປະຊຸມປຶກສາຫາລືກັນ.
ຫລັງຈາກນັ້ນ ໃນຕອນບ່າຍວັນທີ 21 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກຄອມ ມູນິດຈີນ ໄດ້ຈັດແບ່ງເປັນຈຸຄະນະຜູ້ແທນ ເພື່ອປຶກສາຫາ ລືກ່ຽວກັບບັນຊີລາຍຊື່ດັ່ງກ່າວ.
ອີງຕາມວາລະກອງປະຊຸມ ແລະ ລະບຽບກ່ຽວກັບການເລືອກຕັ້ງຂອງກອງປະຊຸມໃຫຍ່, ໃນຕອນເຊົ້າວັນທີ 22 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກຄອມມູນິດຈີນ ຈະຈັດການເລືອກຕັ້ງຢ່າງເປັນທາງ ການ.
Source: Xinhua