ວັນທີ 4 ພຶດສະພາ 2021 ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະ ຈຳ ສສ ຫວຽດນາມ ສະຫາຍ ບູ່ຍ ມິງ ຖື່ ຫົວໜ້າຄະນະປະສານງານທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ ນະຄອນຫຼວງຮ່າໂນ້ຍ ພ້ອມດ້ວຍຄະນະປະສານງານຄະນະຊ່ຽວຊານການທະ ຫານ 959 ໄດ້ນຳເອົາ ຜ້າອັດປາກການແພດ ຈຳນວນ 250.000 ອັນ ມາມອບ ໃຫ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ລັດຖະບານລາວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງຄະນະນຳສະຖານທູດລາວ ທີ່ຮ່າໂນ້ຍ ພ້ອມດ້ວຍພະນັກງານຂອງທັງສອງຝ່າຍ ລາວ-ຫວຽດນາມ.
ສະຫາຍ ບູ່ຍ ມິງ ຖື່ ໄດ້ກ່າວສະແດງຄວາມເປັນຫ່ວງເປັນໄຍຕໍ່ການລະບາດພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ ຊຶ່ງຜ້າອັດປາກທີ່ນຳມາມອບໃນຄັ້ງນີ້ ເຖິງວ່າຈຳນວນບໍ່ຫຼາຍແຕ່ກໍເປັນການປະກອບສ່ວນດ້ວຍຄວາມຈິງໃຈຈາກສະມາຊິກ ແລະ ຄອບຄົວຂອງຄະນະດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນການຊ່ວຍເຫຼືອປະຊາຊົນລາວໃນການປ້ອງກັນໂຄວິດ-19 ທີ່ກຳລັງລະບາດຢູ່ລາວໃນປັດຈຸບັນ. ຫວັງວ່າລັດຖະບານ ແລະ ປະຊາຊົນລາວຈະພ້ອມກັນຕ້ານ ແລະ ສະກັດກັ້ນພະຍາດໂຄດວິດ-19 ໄດ້ ແລະ ຂໍໃຫ້ປະຊາຊົນລາວກັບມາໃຊ້ຊີວິດແບບປົກກະຕິໂດຍໄວ.
ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ບູ່ຍ ມິງ ຖື່ ພ້ອມຄະນະ, ໃນການຊ່ວຍເຫຼືອຄັ້ງນີ້ ຊຶ່ງເປັນການສະແດງເຖິງ ນຳ້ຈິດນ້ຳໃຈຂອງຄອບ ຄົວຄະນະປະສານງານທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານນະຄອນຫຼວງຮ່າໂນ້ຍ ແລະ ຄະນະປະສານງານຄະນະຊ່ຽວຊານການທະຫານ 959 ທີ່ໄດ້ບິແບ່ງຄວາມຫຍຸ້ງຍາກທີ່ປະຊາຊົນລາວກຳລັງປະເຊີນຢູ່ໃນປັດຈຸບັນ, ສະຫາຍໄດ້ຕີລາຄາສູງ ທີ່ຍາມໃດ ສປປ ລາວ ພົບຄວາມຫຍຸ້ງຍາກ ແມ່ນຈະໄດ້ຮັບການປະກອບສ່ວນຊ່ວຍເຫຼືອຂອງສະຫາຍ ຫວຽດນາມອ້າຍນ້ອງ, ຮ່ວມສຸກຮ່ວມທຸກນຳກັນ ຊຶ່ງເຫັນໄດ້ນັບແຕ່ສະໄໝ່ຕໍ່ສູ້ຕ້ານຈັກກະພັດແບບເກົ່າ ແລະ ແບບໃໝ່ ຈົນມາຮອດປັດຈຸບັນກໍຍັງສືບຕໍ່ຊ່ວຍເຫຼືອປະຊາຊົນລາວຕະຫຼອດມາ, ເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນ ຄະນະປະສານງານທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານນະຄອນຫຼວງຮ່າໂນ້ຍ ແລະ ຄະນະປະສານງານຄະນະຊ່ຽວຊານການທະຫານ 959ກໍຄືສອງກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ. ພ້ອມທັງຢືນຢັນວ່າ ຈະນຳເອົາເຄື່ອງຈຳນວນດັ່ງກ່າວສົ່ງຕໍ່ໃຫ້ເຖິງປະຊົນຊົນລາວໄດ້ນຳໃຊ້ຢ່າງມີປະສິດທິພາບສູງ ໂດຍໄວ.
ນອກຈາກນັ້ນ, ໃນທ້າຍອາທິດຜ່ານມາ ຊາວໝຸ່ມກອມມູນິດໂຮ່ຈີມິນກໍໄດ້ນຳຜ້າອັດປາກຈຳນວນ 25.000 ອັນ ມາມອບໃຫ້ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເພື່ອສົ່ງຕໍ່ໄປໃຫ້ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຊັ່ນດຽວກັນ ເພື່ອປະກອບສ່ວນແບ່ງເບົາໃນການຕ້ານໂຄວິດຢູ່ ສປປ ລາວ ໃນປັດຈຸບັນ.
ຂ່າວ,ພາບ: ໂອລຳ
Loading...