ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 3 ກໍລະກົດ ນີ້ ຄະນະຜູ້ແທນກໍາ ມະບານອຸດສາຫະກໍາການຄ້າ ສສ ຫວຽດ ນາມ ນໍາໂດຍທ່ານ ແກວັກ ວັນຫງ໋ອກ ຮອງປະທານກໍາມະບານອຸດສາຫະກໍາການຄ້າ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະປ່ຽນບົດຮຽນກັບກຳມະບານແຂວງເຊກອງ ໂດຍການຕ້ອນຮັບຂອງທ່ານ ຄໍາພາ ໄຊຍະແສງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກໍາມະບານແຂວງ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນພິທີ ທ່ານ ຄໍາພາ ໄຊຍະແສງ ໄດ້ລາຍງານການເຄື່ອນໄຫວວຽກງານກຳ ມະບານວ່າ: ສະຫະພັນກຳມະບານແຂວງເຊກອງ ມີຄະນະບໍລິຫານງານສະຫະພັນກຳມະບານແຂວງ 24 ສະຫາຍ, ຍິງ 5 ສະຫາຍ, ມີພະນັກງານກຳມະບານອາຊີບ 66 ສະຫາຍ, ຍິງ 22 ສະຫາຍ, ໃນນີ້, ມີພະນັກງານ-ລັດຖະກອນ ສະຫະພັນກຳມະບານແຂວງ ທັງໝົດ 2 ລະບົບການຈັດຕັ້ງ; ປະກອບມີ 4 ສະຫະພັນກຳມະ ບານເມືອງ, 3 ສະຫະພັນກຳມະບານພະ ແນກການ, ມີ 192 ກຳມະບານຮາກຖານ, ທົ່ວແຂວງມີສະມາຊິກກຳມະບານທັງໝົດ 4.110 ສະຫາຍ, ຍິງ 1.727 ສະຫາຍ.
ໃນໄລຍະ 6 ເດືອນຜ່ານມາ, ຄະນະບໍລິຫານງານສະຫະພັນກຳມະບານແຕ່ລະຂັ້ນ ໄດ້ເປັນເຈົ້າການຈັດຕັ້ງຄົ້ນຄ້ວເຊື່ອມຊຶມມະຕິກອງປະຊຸມໃຫ່ຍຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ, ເອກະສານມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ; ໄດ້ຈັດຕັ້ງປາຖະກະ ຖາເລົ່າມູນເຊື້ອວັນກຳມະກອນສາກົນ ຄົບຮອບ 136 ປີ, ເຊິ່ງມີຜູ້ເຂົ້າຮ່ວມ 3.863 ເທື່ອຄົນ, ຍິງ 1.397 ເທື່ອຄົນ, ໄດ້ສຳເລັດການອອກໃບຢັ້ງຢືນການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2021 ໃຫ້ກຳມະບານຮາກຖານ 165 ຮາກຖານ ແລະ ມີຈຳນວນສະມາຊິກກຳມະບານ 3.511 ສະຫາຍ, ຍິງ 1.51 ສະຫາຍ, ໄດ້ເຂົ້າຮ່ວມໄກ່ເກ່ຍແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານ ລະຫວ່າງບໍລິສັດ ແລະ ຜູ້ຮັບເໝົາວາງທໍ່ນໍ້າປະປາໃນໂຄງການກໍ່ສ້າງນໍ້າປະປາ ແລະ ສຸຂາ ພິບານ ທີ່ພະແນກແຮງງານ, ສະຫວັດດີການ ແລະ ສັງຄົມແຂວງ, ເຊັນສັນຍາແຮງງານລວມໝູ່ ລະຫວ່າງປະທານກຳ ມະບານຮາກຖານເຂື່ອນໄຟຟ້າລຳພັນໃຫຍ່ ກັບ ຜູ້ອຳນວຍການເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ມີກຳມະກອນທັງໝົດ 56 ຄົນ, ຍິງ 03 ຄົນ, ໄດ້ລົງສ້າງຕັ້ງຜູ້ຕາງ ໜ້າຜູ້ອອກແຮງງານປາດຢາງພາຣາ ທີ່ຂຶ້ນກັບ ບໍລິສັດ ລາວ BDNA ມີກາມະກອນເຂົ້າ ຮວມທັງໝົດ 234 ຄົນ, ຍິງ 65 ຄົນ ເລືອກ ເອົາຜູ້ຕາງໜ້າ ໄດ້ 06 ທ່ານ ຍິງ 02 ທ່ານ. ສຳເລັດຮັບຮອງເອົາໂຄງການອອກສະຟາມທີ່ຊ່ວຍເຫຼືອ 2 ເມືອງ(ທ່າແຕງ ແລະ ດາກຈິງ) ຢູ່ໃນຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ,ຄະນະກໍາມະການສາມຝ່າຍຂັ້ນແຂວງ ແລະ ຂັ້ນເມືອງໄດ້ຮ່ວມກັບກົມປະກັນສັງຄົມແຫ່ງຊາດ, ໂຄງການໄອໂລ ແລະ ສະມາຄົມ ລົງໂຄ ສະນາໃຫ້ແຮງງານນອກລະບົບຢູ່ໃນກຸ່ມການຜະລິດກາ-ຊາ ໃນ 2 ບ້ານ(ຫຼັກ ຂາວ-ໂກງຕະປູນ) ເຂົ້າປະກັນສັງຄົມ, ສະຫະພັນກຳມະບານແຕ່ລະຂັ້ນໄດ້ເປັນເຈົ້າການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ ຂັນ 5 ເປັນເຈົ້າ, ຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສະຫະພັນກໍາມະບານແຂວງ ເຊກອງໄດ້ເຊັນບົດບັກທຶກຊ່ວຍຈຳ ກັບສະຫະພັນ ແຮງງານ ແຂວງກວງນາມ ແຫ່ງ ສສ ຫວຽດນາມ ໃນແຕ່ລະປີ ໄດ້ໄປຢ້ຽມຢາມ-ແລກປ່ຽນບົດຮຽນໄດ້ພັດປ່ຽນກັນເປັນເຈົ້າພາບ ແລະ ໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນມາຕະຫຼອດມາ.
ນອກຈາກນີ້ ຝ່າຍກໍາມະບານອຸດສາຫະກໍາການຄ້າ ສສ ຫວຽດນາມ ກໍໄດ້ລາຍງານການເຄື່ອນໄຫວວຽກງານການຮ່ວມມື ກັບ ກຳມະບານແຂວງເຊກອງ ໂດຍສັງເຂບ, ພ້ອມດຽວກັນນີ້ ທັງສອງຝ່າຍໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນແລະກັນຕື່ມອີກ.
ຂ່າວ:ພຸດທະສອນ