ໃນຕອນເຊົ້າຂອງວັນທີ 14 ສິງຫາ 2020, ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເດີນທາງໄປວາງພວງມາລາໄຫວ້ອາໄລ ສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຊິ່ງໄດ້ເຖິງແກ່ມໍລະນະກໍາເມື່ອ ວັນທີ 7 ສິງຫາ 2020 ຜ່ານມາ. ພາຍຫຼັງພິທີໄຫວ້ອາໄລທາງການແລ້ວ, ສະຫາຍ ທອງລຸນ ສີສຸລິດ ກໍ່ໄດ້ຕາງໜ້າ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ ຂຽນຄວາມຮູ້ສຶກລົງໃນປື້ມໄຫວ້ອາໄລ ເຊິ່ງມີເນື້ອໃນບາງຕອນວ່າ: “ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ ມີຄວາມໂສກເສົ້າເສຍດາຍເປັນຍ່າງຍິ່ງ ເມື່ອໄດ້ຮັບຂ່າວການຈາກໄປຂອງ ສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢ່າງບໍ່ມີວັນຫວນກັບມາ. ການຈາກໄປຂອງ ສະຫາຍ ເລຂາຟຽວ ເປັນການສູນເສຍອັນໃຫຍ່ຫຼວງຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ, ສູນເສຍນັກປະຕິວັດຜູ້ອົງອາດກ້າຫານບໍ່ຍອມຈຳນົນ, ຜູ້ນຳທີ່ເຄົາລົບຮັກຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ຕະຫຼອດໄລຍະຫຼາຍທົດສະຫວັດທີ່ຜ່ານມາ ສະຫາຍ ເລຂາຟຽວ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດສ້າງສາພັດທະນາ ແລະປົກປັກຮັກສາປະເທດຊາດຫວຽດນາມ ເຮັດໃຫ້ປະເທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ. ການຈາກໄປຂອງສະຫາຍ ຍັງເປັນການສູນເສຍເພື່ອນຮ່ວມຮົບປະຕິວັດຜູ້ອາດຫານ, ສູນເສຍສະຫາຍທີ່ສະໜິດສະໜົມ ແລະ ໃກ້ຊິດທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ. ສະຫາຍເປັນຜູ້ໜຶ່ງທີ່ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະຫວຽດນາມ ຕະຫຼອດມາ”.
ໂອກາດດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ສະຫາຍ ຫງວຽນຊວັນຟຸກ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ. ໃນການພົບປະຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດຫວຽດນາມ ກໍ່ຄືຄອບຄົວ, ຍາດຕິພີ່ນ້ອງຂອງ ສະຫາຍ ເລຂາຟຽວ; ຕາງໜ້າໃຫ້ ພັກ, ລັດຖະບານລາວ ສະແດງຄວາມເຫັນໃຈຕໍ່ສະຫາຍຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດ ໂກວິດ-19 ຮອບໃໝ່ ແລະ ເຊື່ອໝັ້ນວ່າ ດ້ວຍການເອົາໃຈໃສ່ຢ່າງໃກ້ຊິດຈາກການນຳ ພັກ-ລັດ ແລະ ການນໍາໃຊ້ມາດຕະການທີ່ເຂັ້ມງວດ, ທັນການ ສສ ຫວຽດນາມ ຈະສາມາດຄວບຄຸມພະຍາດດັ່ງກ່າວນີ້ ໄດ້ຢ່າງສິ້ນເຊີງໃນໄວໆນີ້; ສະແດງຄວາມຊົມເຊີຍ ສສ ຫວຽດນາມ, ໃນສະພາບການທີ່ມີຄວາມຫຍຸ້ງຍາກ ພ້ອມຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂກວິດ-19, ແຕ່ກໍ່ໄດ້ເຮັດໜ້າທີ່ ເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ແລະ ປະທານ ອາຊຽນ ຢ່າງຕັ້ງໜ້າ. ໃນການພົບປະຄັ້ງນີ້ ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ການຮ່ວມມືສອງຝ່າຍ, ບັນຫາທີ່ພົ້ນເດັ່ນທີ່ຕ່າງຝ່າຍໃຫ້ຄວາມສົນໃຈ; ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການແຜ່ລະບາດ, ການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ໂກວິດ-19 ຢູ່ແຕ່ລະປະເທດ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການເຮັດວຽກຮ່ວມກັນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆ ຂອງການນໍາຂັ້ນສູງຂອງສອງ ພັກ – ລັດ ໂດຍສະເພາະການຮ່ວມມືດ້ານເສດຖະກິດ ທີ່ສອງນາຍົກໄດ້ປຶກສາຫາລືກັນໃນໂອກາດພົບປະ ຢູ່ນະຄອນດານັງ ໃນເດືອນ ກໍລະກົດ ແລ້ວນີ້ ແລະ ໃນອາທິດຜ່ານມາ ສອງຄະນະກໍາມະທິການຮ່ວມມືທັງສອງປະເທດ ກໍ່ໄດ້ມີກອງປະຊຸມກາງສະໄໝທາງໄກຮ່ວມກັນແລ້ວ ເພື່ອຜັນຂະຫຍາຍຜົນການຕົກລົງໃຫ້ເປັນຮູບປະທຳ, ນໍາເອົາໝາກຜົນຕົວຈິງມາສູ່ສອງຝ່າຍ.
ຂ່າວ,ພາບ: ກົມຂ່າວ ກະຊວງການຕ່າງປະເທດ