ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 22 ກັນຍາ 2023, ທີ່ນິວຢອກ, ສ. ອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ, ໃນຖານະທີ່ ສປປ ລາວ ເປັນປະເທດປະ ສານງານການພົວພັນ ອາຊຽນ-ອົງການຮ່ວມມືເສດຖະກິດ (Economic Cooperation Organization-ECO), ໄດ້ເປັນປະທານຮ່ວມກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນ-ອົງການຮ່ວມ ມືເສດຖະກິດ ຄັ້ງທີ 15 ຮ່ວມກັບທ່ານ Jeyhun Bayramov, ລັດຖະມົນຕີຕ່າງປະເທດອາແຊກໄບຊານ ໃນຖານະປະ ທານຂອງ ECO. ກອງປະຊຸມຄັ້ງນີ້ ຍັງມີບັນດາລັດຖະມົນຕີຕ່າງປະເທດ ແລະ ຄະນະຜູ້ແທນ ຂອງປະເທດສະມາຊິກອາຊຽນ, ECO, ຕີມໍແລັດສະເຕ ແລະ ກອງເລຂາ ຂອງທັງສອງອົງການ ເຂົ້າຮ່ວມ.
ກອງປະຊຸມ ໄດ້ທົບທວນການຮ່ວມມືລະຫວ່າງອາຊຽນ ແລະ ECO ໂດຍສະ ເພາະການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MoU) ປີ 2006 ລະ ຫວ່າງ ກອງເລຂາອາຊຽນ ແລະ ກອງເລຂາ ECO ແລະ ແຜນວຽກເພື່ອຈັດຕັ້ງປະຕິບັດ MoU ດັ່ງກ່າວ. ພ້ອມກັນນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮັດແໜ້ນການຮ່ວມມືໃນຂົງເຂດທີ່ເປັນທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການຄ້າ ແລະ ການລົງທຶນ, ການເຊື່ອມຈອດ, ການຫັນປ່ຽນພະລັງງານທີ່ຍືນຍົງ, ການຫັນເປັນດີຈີຕອນ, ກະສິກໍາ, ການຄຸ້ມຄອງຄວາມສ່ຽງໄພພິບັດ, ການຄວບຄຸມຢາເສບຕິດ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງປະ ຊາຊົນ. ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຮັບຮອງແຜນວຽກການຮ່ວມມືອາຊຽນ-ECO ສໍາລັບໄລຍະປີ 2024-2028 ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນອະນາຄົດ.
ນອກຈາກນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຂອງກຸ່ມເພື່ອນປົກປ້ອງກົດບັດອົງການສະຫະປະຊາຊາດ (Ministerial Meeting for the GOF UN Defense Charter) ພາຍໃຕ້ການເປັນປະທານຂອງທ່ານ Yvan Gil, ລັດຖະມົນຕີກະຊວງການຕ່າງປະເທດ ເວເນຊູເອລາ ແລະ ໄດ້ຮັບກຽດເຂົ້າຮ່ວມໂດຍລັດຖະມົນຕີ ແລະ ຮອງລັດຖະມົນຕີຈາກປະເທດສະມາຊິກຂອງກຸ່ມ ຈຳນວນ 20 ທ່ານ ແລະ ຜູ້ຕາງໜ້າຈາກປະເທດສັງເກດການຈຳນວນໜຶ່ງ. ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ກ່ຽວກັບວຽກງານທີ່ຕິດພັນກັບບັນຫາການປົກປ້ອງກົດບັດ ສປຊ ໂດຍສະເພາະແມ່ນການເພີ່ມທະວີການຮ່ວມມືຫຼາຍຝ່າຍ ແລະ ຄວາມສາມັກຄີລະຫວ່າງປະເທດ, ຕ້ານທຸກໄພຂົ່ມຂູ່ທີ່ເປັນການລະເມີດກົດບັດ ສປຊ ລວມທັງການນຳໃຊ້ມາດຕະການບີບບັງຄັບຝ່າຍດຽວຕໍ່ບາງປະເທດທີ່ເປັນການລະເມີດກົດບັດ ສປຊ ກໍຄືກົດໝາຍສາກົນ, ການນຳໃຊ້ບັນຫາສິດທິມະນຸດແບບສອງມາດຕະຖານເພື່ອຫວັງຜົນປະໂຫຍດທາງການເມືອງ ແລະ ບັນຫາອື່ນໆ ລວມທັງທິດທາງການຮ່ວມມືຂອງກຸ່ມໃນຕໍ່ໜ້າ; ໃນກອງປະຊຸມຄັ້ງນີ້ ຍັງໄດ້ມີການຮັບຮອງເອົາຖະແຫຼງການການເມືອງຈຳນວນ 4 ສະບັບ.
ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂັ້ນລັດຖະມົນຕີ ຄັ້ງທີ 47 ຂອງກຸ່ມ 77 ແລະ ຈີນ. ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມື ແລະ ປຶກສາຫາລື ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຂອງກຸ່ມ 77 ແລະ ຈີນ ໄດ້ຈັດຂຶ້ນໃນວັນທີ 15-16 ກັນຍາ 2023, ທີ່ ລາຮາວານ, ສ. ກູບາ. ໃນໂອກາດນີ້, ກອງປະຊຸມໄດ້ຮັບຮອງເອົາປະເທດອູກັນດາ ເປັນປະທານ ກຸ່ມ 77 ແລະ ຈີນ ສໍາລັບສົກປີ 2024 ຕໍ່ຈາກ ສ. ກູບາ.
ຫລັງຈາກນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ເຄື່ອນໄຫວພົບປະສອງຝ່າຍກັບ ທ່ານ ນ. ຄິດຕີ ວານເດີ ເຮເດັນ, ຮອງຜູ້ອຳນວຍການບໍລິຫານອົງການ UNICEF ເຊິ່ງທັງສອງຝ່າຍໄດ້ແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບການເພີ່ມທະວີການຮ່ວມມື ລວມທັງການກະກຽມສະເຫຼີມສະຫຼອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNICEF ຄົບຮອບ 50 ປີ (ແຕ່ປີ 1973 ຫາ 2023), ເຊິ່ງມີແຜນຈະຈັດຂຶ້ນ ຢູ່ ສປປ ລາວ ໃນເດືອນຕຸລາ- ພະຈິກ 2023.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ