ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະ ຫາຍ ສົມພອນ ສີຈະເລີນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີສະ ເຫຼີມສະຫຼອງວັນສ້າງຕັ້ງກອງປະຊຸມສາກົນບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫລື ICAPP) ຄົບຮອບ 20 ປີ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 8 ພະຈິກ 2021 ໂດຍຜ່ານຮູບແບບວີດີໂອທາງໄກ. ໃນພິທີສະເຫລີມສະຫລອງຄັ້ງນີ້ ມີບັນດາຜູ້ແທນພັກການເມືອງສະມາ ຊິກຂອງ ICAPP ແລະ ບັນດາສະມາຊິກຄະນະປະຈຳຂອງ ICAPP, ຜູ້ຕາງໜ້າຈາກອົງການບັນດາພັກການເມືອງໃນອາເມ ລິກາລາຕິນ ແລະ ກາຣີອິບ (COPPPAL), ອົງການສະພາບັນ ດາພັກການເມືອງອາຟຣິກກາ (CAPP) ແລະ ລັດຖະສະ ພາສະຫະພາບເອີຣົບ ເຂົ້າຮ່ວມ.
ໃນໂອກາດການສະເຫລີມສະຫລອງດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ອົງການ ICAPP ໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍບົດບາດສໍາຄັນ ແລະ ຜົນສໍາເລັດອັນພົ້ນເດັ່ນທີ່ ICAPP ຍາດມາໄດ້ໃນຂົງເຂດຕ່າງໆ ຕະຫລອດໄລຍະ 2 ທົດສະວັດຜ່ານມາ, ອັນໄດ້ເຮັດໃຫ້ ICAPP ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ມີບົດບາດສູງຂື້ນໃນເວທີການເມືອງພາກພື້ນ ແລະ ສາກົນ, ປະກອບສ່ວນສໍາຄັນເຂົ້າໃນການເສີມສ້າງຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈຊຶ່ງກັນແລະ ກັນ, ການຊຸກຍູ້ການຮ່ວມມືໃນດ້ານຕ່າງໆ ແລະ ການສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ສັນຕິພາບ, ສະ ຖຽນລະພາບ, ການຮ່ວມມືເພື່ອການພັດທະນາທີ່ຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຕ່າງໆໃນພາກພື້ນ ແລະ ໃນໂລກ; ຢືນຢັນການສືບຕໍ່ຢຶດໝັ້ນຂອງພັກ ປປ ລາວ ໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ພັກກັບພັກ ແລະ ລັດກັບລັດ ບົນພື້ນຖານເຄົາລົບເອກະລາດ, ອໍານາດອະທິປະໄຕ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ການສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບບັນດາພັກການເມືອງໃນອາຊີ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງຄວາມເຂັ້ມແຂງຂອງກົນໄກ ICAPP ແນໃສ່ຮ່ວມກັນຮັບມືກັບສິ່ງທ້າທາຍ ແລະ ບັນຫາເຄັ່ງຮ້ອນຕ່າງໆ ລວມທັງການແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ການປ່ຽນແປງຂອງສະພາບດິນຟ້າອາກາດ, ການກໍ່ອາດສະຍາກໍາຂ້າມຊາດ ແລະ ອື່ນໆ ໃຫ້ມີປະສິດທິຜົນຍິ່ງຂື້ນ ຄຽງຄູ່ກັບການຂຸດຄົ້ນບັນດາທ່າແຮງບົ່ມຊ້ອນໃນການຮ່ວມມື ອັນຈະນຳມາຊຶ່ງຜົນປະ ໂຫຍດ ລວມທີ່ເປັນຮູບປະທໍາ ໃຫ້ແກ່ບັນດາປະຊາຊາດໃນພາກພື້ນ ແລະ ໃນໂລກ.
May be an image of 5 people
Loading...